![]() |
ຜ່ານການແຂ່ງຂັນ ສະນຸກເກີີ 6ແດງ(ດ່ຽວຊາຍ) ຮອບຄັດເລືອກຜົນປະກົດວ່າ: ກະຊວງປ້ອງກັນປະເທດ(2) ຊະນະ ແຂວງອຸດົມໄຊ (1) ດ້ວຍຄະແນນ 5 ຕໍ່ 1 ເຟຣມ, ນະຄອນຫຼວງວຽງຈັນ(1) ຊະນະ ແຂວງອຸດົມໄຊ(2) ດ້ວຍຄະແນນ 5 ຕໍ່ 1 ເຟຣມ ,ນະຄອນຫຼວງວຽງຈັນ (2) ຊະນະ ແຂວງວຽງຈັນ(1) ດ້ວຍຄະແນນ 5 ຕໍ່ 0 ເຟຣມ, ແຂວງສະຫວັນນະເຂດ(2) ຊະນະ ແຂວງຈຳປາສັກ(1) ດ້ວຍຄະແນນ 5 ຕໍ່ 2 ເຟຣມ ,ກະຊວງປ້ອງກັນປະເທດ(1) ຊະນະ ແຂວງວຽງຈັນ(2) ດ້ວຍຄະແນນ 5 ຕໍ່ 3 ເຟຣມ, ແຂວງຄຳມ່ວນ(1) ຊະນະ ແຂວງສະຫວັນນະເຂດ(1) ດ້ວຍຄະແນນ 5 ຕໍ່ 0 ເຟຣມ .
ການແຂ່ງຂັນສະນຸກເກີ ໃນງານມະຫະກຳ ກິລາ ແຫ່ຊາດ ຄັ້ງທີ XII ,ມີ 5ແຂວງ,1ນະຄອນຫຼວງວຽງຈັນ ແລະ 1ກະຊວງ ຊຶ່ງລວມມີແຂວງ ຈຳປາສັກ,ສະຫວັນນະເຂດ, ອຸດົມໄຊ, ຄຳມ່ວນ ,ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດເຂົ້າຮ່ວມ, ມີນັກເຂົ້າຮ່ວມ ທັງໝົດ 33 ຄົນ, ການແຂ່ງຂັນ ປະກອບມີ: 5 ປະເພດຄື: ປະເພດ 6 ແດງ(ດ່ຽວຊາຍ),6ແດງ(ຄູ່ຊາຍ), 15ແດງ(ດ່ຽວຊາຍ), 15 ແດງ(ທິມ) ແລະ 15 ແດງ(ຊາຍຄູ່)
ສຳລັບຜົນການແຂ່ງຂັນ ສະນຸກເກີ ປະເພດ ຄູ່ຊາຍ 6 ແດງໃນມື້ທີ່ຜ່ານມາ: ຊະນະເລີດ ກະຊງປ້ອງກັນ ປະເທດ ໄດ້ຮັບຫຼຽນຄຳ, ນະຄອນຫຼວງວຽງຈັນໄດ້ຮັບຫຼຽນເງິນ,ແຂວງ ສະຫວັນນະເຂດ ແລະ ແຂວງຈຳປາສັກໄດ້ຮັບຫຼຽນທອງ , ໃນຂະນະດຽວກັນ,ໃນວັນທີ 19 ພະຈິກ,ທີ່ສະໂມສອນເດິຄິງສະນຸກເກີຄັຣບໜອງໄຮ ຈະມີການແຂງຂັນສະນຸກເກີຮອບຮອງຊະນະເລີດ ແລະ ຮອບສຸດທ້າຍຊິງຫຼຽນ.(ຂ່າວ-ພາບ:ສຳນານ)

ຄໍາເຫັນ