ແຂ່ງຂັນກິລາມິດຕະພາບ ຊີງຂັນທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ແຂ່ງຂັນກິລາເຕະບານ ມິດຕະພາບ ສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ

ແຂ່ງຂັນກິລາເຕະບານ ມິດຕະພາບ ສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ
ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຈັດແຂ່ງຂັນກິລາມິດຕະພາບ ຊີງຂັນທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9ມັງກອນ 1990–9 ມັງກອນ2025)

 ຊຶ່ງໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ໂດຍການເປັນປະທານກ່າວເປີດພິທີ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄອຍະການ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ, ນະຄອນຫຼວງ, ອົງການໄອຍະການທະຫານ, 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍ ກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນວ່າ: ການແຂ່ງຂັນກິລາມິດຕະພາບ ໃນຄັ້ງນີ້, ເພື່ອສ້າງຂະບວນການສະເຫຼີມສະຫຼອງຮັບຕ້ອນ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ກອງປະຊຸມໃຫຍ່ອົງການໄອຍະການປະຊາຊົນທົ່ວປະເທດ ທີ່ຈະມາເຖິງໃນໃກ້ໆນີ້, ທັງເປັນການສ້າງຄວາມສາມັກຄີພາຍໃນ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມພົ້ນເດັ່ນ, ທັງເພີ່ມໂອກາດແກ່ພະນັກ ງານ-ລັດຖະກອນ ໄດ້ໃກ້ຊິດຕິດແທດ, ແລກປ່ຽນຄວາມຄິດເຫັນ ຊຶ່ງກັນ ແລະ ກັນຫຼາຍຂຶ້ນ ຊຶ່ງບັນຍາກາດການແຂ່ງຂັນ ສ່ອງແສງເຫັນໄດ້ນໍ້າໃຈນັກກິລາ, ມີຄວາມສາມັກຄີຮັກແພງ, ຊ່ວຍເຫຼຶອຊຶ່ງກັນ ແລະ ກັນ ຢ່າງແທ້ຈິງ.

ການສ້າງຂະບວນການແຂ່ງຂັນເຕະບານ ໃນຄັ້ງນີ້, ມີ 8 ພາກສ່ວນເຂົ້າຮ່ວມ, ມີທັງທີມຊາຍ ແລະ ທີມຍິງ. ຜ່ານການແຂ່ງຂັນ ທີມຊາຍ ທີ 1 ທີມສະພາທະນາຍຄວາມ, ທີ 2ກົມສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ. ສ່ວນທີມຍິງ ທີ 1 ທີມ ອົງການໄອຍະການປະຊາຊົນສູງສຸດ ແລະ ທີ 2 ທີມກະຊວງພາຍໃນ.

(ຂ່າວ-ພາບ: ອອປສ)

ຄໍາເຫັນ

ຂ່າວສືກສາ-ກິລາ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.
ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ໂຮງຮຽນ ມສ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ ປະຈໍາສົກ 2024-2025 ຂຶ້ນໃນວັນທີ 8 ເດືອນ ເມສາຜ່ານມາ, ທີ່ໂຮງຮຽນ ມສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ຫອມກິ່ນແກ້ວ ປະທານສະມາຄົມພໍ່ແມ່ນັກຮຽນ, ມີທ່ານ ນາງ ຝາລິບວອນ ລໍວັນໂຫຼຍ ຮອງອໍານວຍການໂຮງຮຽນ ມສ ເມືອງລອງ.
ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາປະຈຳສົກຮຽນ 2024-2025 ຊຶ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ຍິງ 162 ຄົນ ປີນີ້ໄດ້ຄັດເລືອກຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາຂັ້ນ ມ4, ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.
ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI ຂຶ້ນຢ່າງເບີກບານມ່ວນຊື່ນໃນຄໍ່າຄືນວັນທີ 25 ມີນາຜ່ານມາ ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ.
ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ກອງບັນຊາການປກສແຂວງຜົ້ງສາລີ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.
ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ກົມບໍລິຫານ ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ ຂຶ້ນໃນວັນທີ 20 ມີນານີ້ ທີ່ເດີ່ນກິລາຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ
ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025ຂຶ້ນ ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື
ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ໂຮງຮຽນມໍປາຍທ່າແຂກ ແຂວງຄໍາມ່ວນ ຈັດພິທີເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບ 3 ຂໍ້ແຂ່ງຂັນ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,
ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ທີມຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊະນະເລີດການແຂ່ງຂັນເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ປະຈໍາປີ 2024.
ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ,
ເພີ່ມເຕີມ