ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ

ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ

ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ
ໃນວັນທີ 16 ພະຈິກຜ່ານມາ ຢູ່ທີ່ເດີ່ນກັອບລາວຄານທຣີຄລັບ ຫຼັກ14 ທ່າເດື່ອ ໄດ້ຈັດການແຂ່ງຂັນກິລາກັອບ ຊີງຂັນທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳແຂວງຊຽງຂວາງ ເພື່ອລະດົມທຶນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນໄພພິບັດ, ຟື້ນຟູໄພພິບັດ, ຊີວິດການເປັນຢູ່ຜູ້ທີ່ໄດ້ຮັບຜົນກະທົບເສຍຫາຍຈາກໄພພິບັດໂດຍສະເພາະແມ່ນຈາກພະຍຸວິພາ ແລະ ພະຍຸບົວລອຍ ທີ່ສ້າງຄວາມເສຍຫາຍແກ່ຊັບສິນຂອງປະຊາຊົນ, ຂອງລັດ ແລະ ຊີວິດ.
ແຂງຂນກອບລະດມທນຟນຟໄພພບດຢແຂວງຊຽງຂວາງ - image 1
 

ການແຂ່ງຂັນຄັ້ງນີ້, ມີນັກກິລາເຂົ້າແຂ່ງຂັນຈາກແຂວງຊຽງຂວາງ, ນະຄອນຫຼວງ, ກະຊວງແລະ ແຂວງຈຳນວນໜຶ່ງ ຊຶ່ງລວມມີ 24 ຂັນລາງວັນ. ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ໄດ້ກ່າວເປີດວ່າ: ຜົນເສຍຫາຍຈາກພະຍຸໂດຍສະເພາະແມ່ນພະຍຸວິພາ ແລະ ພະຍຸບົວລອຍ ຕາມການປະເມີນມີຄວາມເສຍຫາຍ 700 ກ່ວາຕື້ກີບ ເສຍຊີວິດ 11 ຄົນ, ບາດເຈັບ 12 ຄົນ ທົ່ວແຂວງໄດ້ຮັບຜົນກະທົບ 241 ບ້ານ, ມີ 4,151 ຄອບຄົວ, ມີ 20,246 ຄົນ ຍິງ 10,300 ຄົນ, ນ້ຳຖ້ວມດິນຖົມເຮືອນ 635 ຫຼັງ, ເສຍຫາຍ 100%, ມີ 127 ຫຼັງຄາເຮືອນ, ລົດໃຫຍ່ 16 ຄັນ, ລົດຈັກ 42 ຄັນ, ເນື້ອທີ່ນາ 2,539 ເຮັກຕາ, ໄຮ່ 851 ເຮັກຕາ,. ສວນ 2,252 ເຮັກຕາ. ນອກນີ້, ຍັງມີວັດ, ໜອງປາ, ເລົ້າເຂົ້າ, ສັດລ້ຽງ, ຕາຄ່າຍໄຟຟ້າ, ເສັ້ນທາງ, ຂົວ, ຊົນລະປະທານ ແລະ ອື່ນໆ ຖືກທຳລາຍເສຍຫາຍຢ່າງໃຫຍ່ຫຼວງ.

ແຂງຂນກອບລະດມທນຟນຟໄພພບດຢແຂວງຊຽງຂວາງ - image 2
 

ການແຂ່ງຂັນຄັ້ງນີ້, ໃຫ້ກຽດມອບຂັນລາງວັນຊະນະເລີດໂດຍ ທ່ານ ກິແກ້ວ ໄຂຄຳພິທູນ, ທ່ານ ບຸນຈັນ ສີວົງພັນ ມອບຂັນລາງວັນຮອງຊະນະເລີດ ແລະໃບຍ້ອງຍໍ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ມອບຂັນລາງວັນຮອງຊະນະເລີດ ແລະໃບຊົມເຊີຍໃຫ້ກັບນັກແຂ່ງຂັນຜູ້ທີ່ຊະນະ ແລະ ຜູ້ທີ່ອຸປະຖຳຊ່ວຍເຫຼືອຟື້ນຟູຜົນກະທົບຈາກໄພພິບັດ.

ແຂງຂນກອບລະດມທນຟນຟໄພພບດຢແຂວງຊຽງຂວາງ - image 3
 

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ພິທີສະຫຼຸບ ແລະ ມອບຫຼຽນລາງວັນການແຂ່ງຂັນກິລາແລ່ນ-ລານໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 17 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີບັນດາຄະນະສະຫະພັນກິລາແລ່ນ-ລານ ນະຄອນຫຼວງວຽງຈັນ, ສະຫະພັນກິລາແລ່ນ-ລານແຂວງ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ພຸດທະລາຄອງຫຼຽນຄຳ ເປຕັງດ່ຽວຊາຍ ໃຫ້ເຈົ້າ​ພາບນວ

ພຸດທະລາຄອງຫຼຽນຄຳ ເປຕັງດ່ຽວຊາຍ ໃຫ້ເຈົ້າ​ພາບນວ

ທ້າວ ພຸດທະລາ ແກ້ວກັນນິກາ ນັກກິລາຕົວແທນນະຄອນຫຼວງວຽງຈັນ ເຈົ້າພາບ ດີກ​ຣີທີມຊາດລາວ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດ ສາມາດໂຊຟອມເກັ່ງເອົາຊະນະ ທ້າວ ມອນນຸລັກ ຕຸ່ມລຳພອນ ນັກກິລາຕົວແທນຈາກແຂວງສະຫວັນນະເຂດ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ໄດ້ຫຼຽນຄຳໄປ​ຄອງ ໃຫ້ກັບນະຄອນຫຼວງວຽງຈັນ ໄດ້ສຳເລັດຕາມເປົ້າໝາຍ.
ເຈົ້າພາບ ນວກວາດ​ລຽບ 4 ຫຼຽນ​ຄຳການ​ແຂ່ງ​ຂັນ​ລົດ​ຖີບ​ມື້​ທຳ​ອິດ

ເຈົ້າພາບ ນວກວາດ​ລຽບ 4 ຫຼຽນ​ຄຳການ​ແຂ່ງ​ຂັນ​ລົດ​ຖີບ​ມື້​ທຳ​ອິດ

ນັກກິລາລົດຖີບ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ)ລົງ​ສະ​ໜາມ​ແຂ່ງ​ຂັນ​ມື້​ທຳ​ອິດກວາດ 4 ຫຼຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກັວກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ.
ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ ຈາກກິລາລອຍນໍ້າ

ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ ຈາກກິລາລອຍນໍ້າ

ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບໄດ້ແຂ່ງຂັນໃນລະຫວ່າງວັນທີ 16-19 ພະຈິກ 2025 ທີ່ສະລອຍນໍ້າ ຫຼັກ 16 ຊຶ່ງມີການແຂ່ງຂັນທັງໝົດຈໍານວນ 27 ລາຍການ ມີການຊີງໄຊທັງ
ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025.ກອງປະຊຸມ​ດັ່ງ​ກ່າວ ໄດ້ມີນັກວິຊາການ ແລະ ຜູ້​ຕາງ​ໜ້າສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມ.
ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີປິດການແຂ່ງຂັນກິລາປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີXII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນຕອນແລງວັນທີ 16 ພະຈິກ ຜ່ານມາ ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 13 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.
ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ການແຂ່ງຂັນ ລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 16 ພະຈິກ 2025 ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີຄະນະປະທານສະຫະພັນກິລາລອຍນໍ້ານະຄອນຫຼວງວຽງຈັນ (ນວ) ຄູຝຶກ ແລະ ຕົວແທນນັກກິລາແຕ່ລະແຂວງເຂົ້າຮ່ວມ.
ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ການແຂ່ງຂັນກິລາແລ່ນ-ລານ ມີການຊີງໄຊ 7 ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງເປັນເຈົ້າພາບ, ຊຶ່ງໃນຕອນເຊົ້າວັນທີ 17 ພະຈິກນີ້ ທີ່ສະໜາມກິລາຫຼັກ 16, ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດໄດ້ໃຫ້ສຳພາດວ່າ: ນ້ອງເອງແມ່ນລົງແຂ່ງລາຍການແລ່ນ-ລານ 10,000 ແມັດ ສາມາດຍາດໄດ້ຫຼຽນຄຳ ໃນເວລາ 42:43:38 ນາທີ, ກາຍເປັນຫຼຽນຄຳທີ 3 ຕໍ່ຈາກ ແລ່ນ 5,000 ແມັດ ແລະ ແລ່ນ 4x400 ແມັດປະສົມຍິງ-ຊາຍ, ຊຶ່ງນ້ອງເອງແມ່ນຮູ້ສຶກດີໃນຫຼາຍຊຶ່ງຍາດໄດ້ 3 ຫຼຽນຄໍາ ແລະ ກໍເປັນເປົ້າໝາຍທີ່ນ້ອງຄາດຫວັງໄວ້.
ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ວັນທີ 16 ພະຈິກ 2025 ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບລົງແຂ່ງຂັນໃນຮອບຮອງຊະນະເລີດ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12 ພົບກັບ ແຂວງ ຈໍາປາສັກ ຜົນການແຂ່ງຂັນ ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບເສຍໃຫ້ກັບ ແຂວງ ຈໍາປາສັກ ໄປ 2-1 ຄູ່ ສົ່ງຜົນໃຫ້ຕົກຮອບ ເຮັດໃຫ້ໄດ້ພຽງແຕ່ຫຼຽນທອງຮ່ວມກັບກະຊວງປ້ອງກັນປະເທດ ທີ່ເສຍໃຫ້ກັບທີມກະຕໍ້ແຂວງສະຫວັນນະເຂດ ໄປ 2-1 ຄູ່ ໃນຮອບຮອງຊະນະເລີດເຊັນດຽວກັນ.
ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ສູນບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ , ໂດຍມີທ່ານ ບໍ່ ສີປະເສີດຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມ.
ເພີ່ມເຕີມ