ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ  ຄົບຮອບ 75 ປີ
ການແຂ່ງຂັນກິລາເຕະບານ 4 ສາມັກຄີ ລາຍການ Lao Sport Media CUP 2025 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ ຜ່ານມາ ທີ່ເດີ່ນບານຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຕຸໄລເພັດ ພິມເມືອງ ຮອງປະທານກຸ່ມນັກຂ່າວ ສາຍກິລາລາວ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ບຸນທົງ ສີສຸລະສັກ ຫົວໜ້າເຂດຮັບຜິດຊອບ 4 ເມືອງ ນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວ ລາວ ຈຳກັດ ມີບັນດາຄະນະບໍລິຫານງານ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ທັງ 4 ພາກສ່ວນເຂົ້າຮ່ວມຢ່າງຄືກຄື້ນມ່ວນຊື່ນ.
ແຂງຂນເຕະບານ 4 ສາມກຄ ສະຫອງວນສມວນຊນ ແລະ ການພມຈຳໜາຍ ຄບຮອບ 75 ປ - image 1
 

 

ລາຍການນີ້ ຈັດຂຶ້ນກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ ແລະ ຍັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງສື່ມວນຊົນ ແລະ ພາກສ່ວນທຸລະກິດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຫຼາຍຂຶ້ນກວ່າເກົ່າ ຊຶ່ງມີທີມບໍລິສັດ ໝາຍເວ ສະປອດແວ ລາວ, ບໍລິສັດ ເບຍລາວ ຈຳກັດ, ໄອເອັມຊີ ຢູໄນເຕັດ ແລະ ກຸ່ມນັກຂ່າວສາຍກິລາລາວ ເຈົ້າພາບ ການແຂ່ງຂັນແມ່ນກຳນົດໃຫ້ທັງ 4 ພາກສ່ວນດັ່ງກ່າວ ມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກທີມຊະນະ ຜ່ານເຂົ້າໄປຊີງຊະນະເລີດ ໃນລາຍການ ດິວິຊັນ 1 ສ່ວນທີມເສຍ ໄປຊີງຊະນະເລີດ ລາຍການ ດິວິຊັນ 2.

ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ຊີງຊະນະເລີດ ລາຍການ ດິວິຊັນ 1 ທີມບໍລິສັດ ເຄື່ອງກິລາພິມລາຍ ໝາຍເວ ສະປອດແວ ລາວ ຈຳກັດ ຊະນະ ໄອເອັມຊີ ຢູໄນເຕັດ 3-1 ໄດ້ແຊັມລາຍການດັ່ງກ່າວໄປຄອງ ສ່ວນ ໄອເອັມຊີ ຢູໄນເຕັດ ໄດ້ທີ 2 ຂະນະທີ່ຄູ່ຊີງຊະນະເລີດ ລາຍການດິວິຊັນ 2 ບໍລິສັດ ເບຍລາວ ຊະນະ ກຸ່ມນັກຂ່າວສາຍກິລາລາວ 4-1 ປະຕູ ໄດ້ແຊັມໄປຄອງ ສ່ວນເຈົ້າພາບ ໄດ້ພຽງທີ 2.

ແຂງຂນເຕະບານ 4 ສາມກຄ ສະຫອງວນສມວນຊນ ແລະ ການພມຈຳໜາຍ ຄບຮອບ 75 ປ - image 2
 

ໃນບັນຍາກາດການແຂ່ງຂັນດັ່ງກ່າວ ທາງບໍລິສັດ ເຄື່ອງກິລາພິມລາຍ ໝາຍເວ ສະປອດແວ ລາວ ຈຳກັດ ກໍໄດ້ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາພິມລາຍ ຈຳນວນເກືອບ 100 ຊຸດ ລວມມູນຄ່າ 25 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ ມອບເຄື່ອງດື່ມເພື່ອສຸຂະພາບ ຈຳນວນໜຶ່ງ, ສະມາຄົມຮ້ານອາຫານລາວ ສະໜັບສະໜູນນເງິນ 2 ລ້ານກວ່າກີບ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດຜູ້ດຽວ ມອບ 2 ລ້ານກີບ, ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ 2 ລ້ານກີບ. ນອກນັ້ນ, ທ່ານ ເກດຕິໄຊ ພົມມະນີ ປະທານບໍລິສັດ CSC ຄອນກຣີດ ສະໜັບສະໜູນ 1 ລ້ານກີບ ແລະ ພາກສ່ວນອື່ນໆອີກດ້ວຍ.

ປະທານຈັດການແຂ່ງຂັນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາບໍລິ ສັດ, ຮ້ານອາຫານ ແລະ ບັນດາປະທານບໍລິສັດ ທີ່ໄດ້ໃຫ້ການສະໜັບສະໜູນງານແຂ່ງຂັນໃນຄັ້ງນີ້ ອວຍພອນໃຫ້ບັນດາປະທານບໍລິສັດ ແລະ ບັນດຮ້ານອາຫານ ຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດຂອງບັນດາທ່ານ.

(ຂ່າວ:ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ