ແຂວງອັດຕະປື ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນ 6,92% ໃນປີ 2024 

ແຂວງອັດຕະປື ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ເພີ່ມຂຶ້ນ 6,92% ໃນປີ 2024 
ໃນປີ 2024 ແຂວງອັດຕະປື ໄດ້ກໍານົດຄາດໝາຍສູ້ຊົນດ້ານເສດຖະກິດມະຫາພາກ, ໃນນີ້, ໄດ້ກໍານົດການເຕີບໂຕຂອງເສດຖະກິດ ໃຫ້ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ເພີ່ມຂຶ້ນບໍ່ໃຫ້ຫຼຸດ 6,92% ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 8,49% ກວມເອົາ 48,43% ຂອງຈີດີພີ, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 4,27% ກວມເອົາ 23,27% ຂອງຈີດີພີ, ຂະແໜງການບໍລິການ ເພີ່ມຂຶ້ນ 5,05% ກວມເອົາ 28,29% ຂອງຈີດີພີ, ສ່ວນລວມຍອດຜະລິດຕະພັນພາຍໃນຕາມລາຄາໃນປີ ໃຫ້ໄດ້ 6.615 ຕື້ກີບ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 40 ລ້ານກວ່າກີບ ເທົ່າກັບ 2.120 ໂດລາ.
ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງທີ່ເປີດຂຶ້ນໃນລະຫວ່າງວັນທີ 18-19 ທັນວາ 2023 ນີ້ວ່າ: ໃນປີ 2023 ອົງການປົກຄອງແຂວງອັດຕະປື ທຸກຂັ້ນໄດ້ເອົາໃຈໃສ່ຕໍ່ການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະດ້ານເສດຖະກິດ ໄດ້ເອົາໃຈໃສ່ຄຸ້ມຄອງດ້ານເສດຖະກິດມະຫາພາກ ເຮັດໃຫ້ ຈີດີພີ ຂະຫຍາຍຕົວຢູ່ໃນລະດັບ 6,77% ມະຕິທີ່ສະພາຮັບຮອງຢູ່ທີ່ 6,42%, ມູນຄ່າຕາມລາຄາໃນປີ 5.925 ຕື້ກີບ, ມະຕິສະພາຮັບຮອງຢູ່ທີ່ 4.298,87 ຕື້ກີບ, ຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນປະມານ 36 ລ້ານກວ່າກີບ ເທົ່າກັບ 1.923 ໂດລາ, ໃນນີ້, ຂະແໜງກະສິກໍາເພີ່ມຂຶ້ນ 7,29% ກວມເອົາ 48,50% ຂອງຈີດີພີ, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 6,2% ກວມເອົາ 24,69% ຂອງຈີດີພີ, ຂະແໜງການບໍລິການ ເພີ່ມຂຶ້ນ 5,78% ກວມເອົາ 26,81% ຂອງຈີດີພີ. (ຂ່າວ: ພອນປະເສີດ)

ຄໍາເຫັນ

ຂ່າວການເມືອງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້,ໃຫ້ກຽດເປັນປະທານໂດຍທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ຫ້ອງປະຊຸມໃຫຍ່ຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກຮອງຫົວໜ້າຫ້ອງວ່າການສູນກາງພັກປະທານສະຫະພັນກໍາມະບານ ຫສພ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ່ 6 ພຶດສະພາຜ່ານມາ ທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍເປັນປະທານຂອງ ທ່ານ ຄຳຄ່ອງ ພົມມະປັນຍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.

ເພີ່ມເຕີມ