ແຂວງບໍ່ແກ້ວ ຈັດບຸນປະເພນີບັນດາເຜົ່າຕິດພັນກັບການ ເປີດປີທ່ອງທ່ຽວລາວ 2024

ແຂວງບໍ່ແກ້ວ ຈັດບຸນປະເພນີບັນດາເຜົ່າຕິດພັນກັບການ ເປີດປີທ່ອງທ່ຽວລາວ 2024
ເມື່ອບໍ່ດົນມານີ້, ແຂວງບໍ່ແກ້ວ ເປີດບຸນປະເພ ນີບັນດາເຜົ່າ ປີ 2023 ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການຢູ່ເດີນກິລາຂອງແຂວງ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ, ໃນພິທີແມ່ນເລີ່ມຈາກຂະບວນແຫ່ກອນກໍາລັງຈາກຫລາຍພາກສ່ວນເຂົ້າສູ່ງານ ໂດຍມີແຂກຮັບເຊີນຈາກແຂວງອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ອະດີດການນໍາ, ຜູ້ຊົງຄຸນວຸດທິ, ເຈົ້າກົກ-ເຫຼົ່າ, ການນໍາພັກ-ລັດ ຂອງແຂວງ ແລະ ບັນດາເມືອງ, ນັກທຸລະກິດ, ຜູ້ປະກອບການ, ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ ຢ່າງຄຶກຄື້ນ.
ໃນພິທີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ການຈັດບຸນປະເພນີບັນດາເຜົ່າ ປະຈໍາປີ 2023 ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງບໍ່ແກ້ວຄັ້ງນີ້ ມີຫຼາຍກິດຈະກໍາ ທີ່ໄດ້ສ່ອງແສງເຖິງວິທີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ການອະນຸລັກຮີດຄອງປະເພນີ, ຂະນົບທໍານຽມ, ການນຸ່ງຖື, ການແຕ່ງກາຍ ທີ່ເປັນເອກະລັກຂອງບັນດາເຜົ່າພາຍໃນແຂວງບໍ່ແກ້ວ, ທັງເປັນການອານຸລັກ ແລະ ສົ່ງເສີມວັດທະນະທໍາ ຮີດ ຄອງປະເພນີ ອັນດີງາມຂອງບັນດາເຜົ່າ ທີ່ສ່ອງແສງເຖິງວິຖີການດໍາລົງຊີວິດ, ມູນເຊື້ອສາມັກຄີ ຄວາມດຸໝັ່ນຂະຫຍັ່ນພຽນໃນການອອກແຮງງານ, ຄວາມອຸດົມຮັ່ງມີ ແລະ ສວຍງາມ ຂອງບ້ານເກີດເມືອງນອນ, ດິນແດນອັນຍະມະນີທີ່ລືຊື່ ສ່ອງແສງເຖິງຮອຍຍິ້ມແຫ່ງຄວາມມີສະເໜ່ ຂອງປະຊາຊົນບັນດາ ເຜົ່າພາຍໃນແຂວງບໍ່ແກ້ວ, ທັງເປັນການປູກໃຈສໍານຶກໃຫ້ແກ່ຄົນຮຸ່ນໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈເຖີງວິຖີການດໍາລົງຊີວິດ, ການນຸ່ງຖືຂອງແຕ່ລະຊົນເຜົ່າ. ພ້ອມນີ້, ຍັງມີການວາງຈໍາໜ່າຍສິນຄ້າ ໂອດັອບ ຜະ ລິດຕະພັນຂອງແຂວງ-ເມືອງ, ເຮືອນຈໍາລອງຂອງ 13 ຊົນເຜົ່າ, ຊົມວິທີການດໍາລົງຊີວິດ ການຫຼິ້ນບຸນຂອງແຕ່ລະເຜົ່າ ແລະ ໃນງານຍັງມີກິດຈະກໍາການປະກວດອາຫານພື້ນບ້ານ ຂອງໜ່ວຍສະຫະພັນແມ່ຍິງພາຍໃນເທສະບານແຂວງ ຕື່ມອີກ.
ສໍາລັບປີທ່ອງທ່ຽວລາວ 2024 ແຂວງບໍ່ແກ້ວ ມີຫຼາຍກິດຈະກໍາ ເປັນຕົ້ນ ບຸນກິນຈຽງເຜົ່າມົ້ງ, ເທສະການດອກງິ້ວບານ, ເທສະການພາຂວັນໃຫຍ່, ເທສະການພືດກະສິກໍາ, ບຸນຢູນກຼະ ເຜົ່າກຶມມຸ, ເທສະການທ່ອງທ່ຽວດອນເຜິ້ງຄໍາ, ບຸນປີໃໝ່ລາວ, ບຸນບັ້ງໄຟເຜົ່າໄຕລື້, ແລ່ນມາຣາທອນ, ບຸນຊ່ວງ ເຮືອ-ໄຫລເຮືອໄຟ, ບຸນນະມັດສະການພະທາດສຸວັນນະພາຄໍາ. ພ້ອມນີ້, ຍັງມີແຫລ່ງທ່ອງທ່ຽວຫລາກຫລາຍ ເປັນຕົ້ນ ການທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ອື່ນໆ.ຂ່າວ: ຄໍາເພັງ ສີສະຫວ່າງ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ

ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ

ງານມະຫະກໍາການທ່ອງທ່ຽວອາຊຽນປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 25-31 ມັງກອນ 2026 ທີ່ເຊບູ ປະເທດຟີລິບປິນ ໃນບັນດາປະເທດສະມາຊິກອາຊຽນໄດ້ຮັບລາງວັນທັງໝົດ 211 ລາງວັນ ຊຶ່ງລວມມີ 4 ປະເພດລາງວັນມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະ ຖານເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນ.
ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ

ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ

ກົມຄຸ້ມຄອງການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດສໍາມະນາເປີດກວ້າງການປັບປຸງຮ່າງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວໃນຂອບເຂດທົ່ວປະເທດ (ແບບເຄິ່ງອອນລາຍ) ໃນວັນທີ 2 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳເພົ້າ ວັນນະວົງ ກົວໜ້າກົມກວດກາ ກະຊວງ ວທ, ມີບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປີ 2026 ຕາດເຍືອງມີຫຼາຍກິດຈະກໍາທີ່ໜ້າສົນໃຈ ດຶງດູດນັກທ່ອງທ່ຽວ

ປີ 2026 ຕາດເຍືອງມີຫຼາຍກິດຈະກໍາທີ່ໜ້າສົນໃຈ ດຶງດູດນັກທ່ອງທ່ຽວ

ບໍລິສັດພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫຼັກ 40 ເມືອງປາກຊ່ອງ ຈໍາກັດ ຈະພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງໃຫ້ມີຫຼາກຫຼາຍກິດຈະກໍາຕື່ມ ໃນປີ 2026 ນີ້ ໂດຍປະຊາຊົນມີສ່ວນຮ່ວມ ສາມາດດຶງດູດນັກທ່ອທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາເຫັນແລ້ວຢາກມາອີກ.
ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ເພີ່ມເຕີມ