![]() |
ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນມະຕິຄັ້ງທີ XII ຂອງພັກ, ມະຕິຄັ້ງທີ VII ຂອງ ອົງຄະນະພັກແຂວງ ນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແທດເໝາະ ມີຜົນສໍາເລັດໃນພຶດຕິກຳຕົວຈິງ ຂອງແຕ່ລະຂະແໜງການ, ເພື່ອນໍາພາ ໃນການຫັນແນວທາງ, ນະໂຍບາຍຈາກຂັ້ນເທິງລົງສູ່ການຈັດຕັ້ງຕົວຈິງ, ດັ່ງນັ້ນໃນການຮຽນຮູ້ 19 ຫົວຂໍ້ທີ່ສໍາຄັນ ນັ້ນບໍ່ພຽງແຕ່ການຮັບຟັງທິດສະດີ, ແຕ່ຍັງເປັນໂອກາດອັນສໍາຄັນ ໃນການສ່ອງແສງຄົນ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງຕົນໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຂອດຂັ້ນທີ່ຊັກຊ້າ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເພື່ອບັນລຸຈຸດປະສົງດັ່ງກ່າວ ພວກເຮົາຈະໄດ້ພ້ອມກັນຄົ້ນຄ້ວາ, ເຊື່ອມຊຶມເອກະສານຈໍານວນ 19 ຫົວຂໍ້ເຊິ່ງກວມເອົາ 5 ຂົງເຂດຄື: ຂົງເຂດການເມືອງ-ແນວຄິດ, ຂົງເຂດເສດຖະກິດ (ການລົງທຶນ ແລະ ການຜະລິດ), ຂົງເຂດບໍລິການ - ບໍລິຫານລັດ ແລະ ກົດໝາຍ, ຂົງເຂດສັງຄົມ ແລະ ພັດທະນາຊົນນະບົດ, ຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
![]() |
ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານກົດລະບຽບຂອງການ ຝຶກອົບຮົມວ່າ: ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ຕ້ອງມອບວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຜູ້ປະຈຳການໃນໄລຍະທີ່ ຕົນເຂົ້າຮ່ວມຝຶກອົບຮົມ, ໃນເວລາເຂົ້າຮ່ວມຝຶກອົບຮົມຕ້ອງເອົາໃຈໃສ່ຕິຕາມການສະເໜີບົດໃນແຕ່ລະຫົວຂໍ້, ເປັນເຈົ້າການແລກປ່ຽນຄໍາຄິດເຫັນກັບວິທະຍາກອນຢ່າງສ້າງສັນ, ກົງໄປກົງມາ ຊອກໃຫ້ເຫັນ ທິດທາງ, ວິທີການທີ່ຖືກຕ້ອງສອດຄ່ອງ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ.
ຂ່າວ: ແຂວງວຽງຈັນ


ຄໍາເຫັນ