ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ
ວັນທີ 13 ກໍລະກົດນີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງ ໄດ້ລົງເຄື່ອນໄຫວຢູ່ເມືອງໜອງບົກ ເພື່ອມອບໂຕະ-ຕັ່ງ ຈຳນວນ 100 ຊຸດ ມູນຄ່າ 115 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນໜອງບົກ ໂດຍມີ ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງໜອງບົກ ເປັນຜູ້ຕາງໜ້າຮັບ.

ການມອບອຸປະກອນການຮຽນ-ການສອນໃນຄັ້ງນີ້ ເປັນການສະແດງເຖິງຄວາມເອົາໃຈໃສ່ຂອງຄະນະນໍາຂັ້ນແຂວງ ຕໍ່ການພັດທະນາຂະແໜງການສຶກສາ ແນໃສ່ປັບປຸງສະພາບແວດລ້ອມການຮຽນ-ການສອນ ໃຫ້ນັກຮຽນ ແລະ ຄູ-ອາຈານມີຄວາມສະດວກຍິ່ງຂຶ້ນ.

ໃນວັນດຽວກັນ ຄະນະນໍາແຂວງຍັງໄດ້ລົງຕິດຕາມການແກ້ໄຂບັນຫານໍ້າຖ້ວມ ແລະ ກວດກາການລະບາຍນໍ້າ ຢູ່ປະຕູລະບາຍນໍ້າຫ້ວຍປາກຊີມັງ ເມືອງທ່າແຂກ. ເນື່ອງຈາກໃນຊ່ວງຕົ້ນເດືອນກໍລະກົດ ໄດ້ມີຝົນຕົກຕໍ່ເນື່ອງຫຼາຍວັນ ເຮັດໃຫ້ລະດັບນໍ້າໃນຫ້ວຍຕ່າງໆ ເພີ່ມສູງຂຶ້ນ ແລະ ໄຫຼເຂົ້າຖ້ວມເນື້ອທີ່ນາປີ, ໜອງປາ ແລະ ສວນກະສິກໍາ ພ້ອມທັງເຮືອນຊານຂອງປະຊາຊົນໃນຫຼາຍຈຸດ. ຄະນະນໍາໄດ້ຕິດຕາມການຂຸດເຈາະທາງລະບາຍນໍ້າຂ້າງປະຕູລະບາຍນໍ້າຫ້ວຍປາກຊີມັງ ເພື່ອລະບາຍນໍ້າຈາກຫ້ວຍລົງສູ່ແມ່ນໍ້າຂອງ. ວຽກງານດັ່ງກ່າວ ແມ່ນດໍາເນີນໂດຍ ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ ເພື່ອແກ້ໄຂບັນຫາປະຕູລະບາຍນໍ້າບໍ່ສາມາດເປີດໄດ້ ເນື່ອງຈາກແຮງດັນຂອງມວນນໍ້າມີປະລິມານສູງ.

ຫຼັງຈາກມີການດໍາເນີນມາດຕະການລະບາຍນໍ້າ ສະພາບນໍ້າໃນເຂດດັ່ງກ່າວໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ໃນປະຈຸບັນນໍ້າໄດ້ຫຼຸດແຫ້ງລົງເກືອບເຂົ້າສູ່ພາວະປົກກະຕິ ສ່ວນມູນຄ່າຜົນເສຍຫາຍຍັງຢູ່ໃນໄລຍະສໍາຫຼວດ ແລະ ປະເມີນຜົນ. ທັງນີ້ດ້ວຍຄວາມຫວງໄຍ ແລະ ຄວາມຮັບຜິດຊອບຂອງການນໍາແຂວງຄໍາມ່ວນ ທີ່ມີຕໍ່ການເປັນຢູ່ ແລະ ຄວາມປອດໄພປະຊາຊົນ.

ຂ່າວ : ມະນີວັນ

ຄໍາເຫັນ

ຂ່າວສືກສາ-ກິລາ

ຕໍາຫຼວດຈະລາຈອນ ນວ ວາງກໍາລັງ 127 ຈຸດ ອຳນວຍຄວາມສະດວກໄລຍະເປີດສົກຮຽນໃໝ່

ຕໍາຫຼວດຈະລາຈອນ ນວ ວາງກໍາລັງ 127 ຈຸດ ອຳນວຍຄວາມສະດວກໄລຍະເປີດສົກຮຽນໃໝ່

ວັນທີ 1 ກັນຍາ ແມ່ນວັນເປີດສົກຮຽນໃໝ່ຂອງໂຮງຮຽນສາມັນສຶກສາໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫຼວງວຽງຈັນ (ນວ) ຈຶ່ງເກີດມີການອັ່ງອໍຂອງຍານພາຫະນະ ເຮັດໃຫ້ການສັນຈອນຕິດຂັດ ບາງສາຍທາງ. ສະນັ້ນ, ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນວ ໄດ້ຈັດຕັ້ງກຳລັງວິຊາສະເພາະອຳນວຍຄວາມສະດວກໃຫ້ປະຊາຊົນຕາມສາຍທາງຫຼວງ ໂດຍສະເພາະໃນເຂດໂຮງຮຽນ.
ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ

ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ

ພະແນກສຶກສາທິການ ແລະ ກິລາ (ສກ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີກຳມະການປະຈຳພັກ ນວ, ຄະນະພະແນກ ສກ.ນວ ພ້ອມດ້ວຍຜູ້ບໍລິຫານການສຶກສາ ພາກລັດ-ເອກະຊົນ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ສົກຮຽນໃໝ່ 2026-2027 ມສ ວຽງຈັນ ມີນັກຮຽນທັງໝົດ 3,000 ກວ່າຄົນ ເນັ້ນຍົກລະດັບຄຸນນະພາບການສຶກສາ

ສົກຮຽນໃໝ່ 2026-2027 ມສ ວຽງຈັນ ມີນັກຮຽນທັງໝົດ 3,000 ກວ່າຄົນ ເນັ້ນຍົກລະດັບຄຸນນະພາບການສຶກສາ

ໃນວັນທີ 1 ກັນຍາ ຂອງທຸກໆປີ ແມ່ນມື້ເປີດສົກຮຽນໃໝ່ ໂດຍສະເພາະມື້ນີ້ ກໍເປັນມື້ເປີດສົກຮຽນໃໝ່ 2026-2027 ຂອງໂຮງຮຽນແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ຢ່າງເປັນຂະບວນຟົດຟື້ນ. ໃນນັ້ນ, ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ (ມສ ວຽງຈັນ) ເປັນໜຶ່ງໂຮງຮຽນລັດ ທີ່ປະຕິບັດຫຼັກສູດການຮຽນ-ການສອນຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ) ວາງອອກຢ່າງເຂັ້ມງວດ ແລະ ກໍໄດ້ມີຄວາມພ້ອມຮອບດ້ານ 100% ໃນການເປີດສົກຮຽນໃໝ່ ປະຈໍາປີ 2026-2027 ໂດຍໄດ້ເນັ້ນໃສ່ການຍົກລະດັບຄຸນນະພາບການສຶກສາ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນການສອນ, ພ້ອມທັງປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບນັກຮຽນຫຼາຍກວ່າ 3,000 ຄົນ.
ແລັບດອກ ຄອງຂັນຊະນະເລີດດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ແລັບດອກ ຄອງຂັນຊະນະເລີດດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25 ຫຼື The XXV BeerLao Badminton Championship 2026 ໄດ້ສຳເລັດ ແລະ ມີພິທີປິດຢ່າງເປັນທາງການ ໃນວັນທີ 30 ສິງຫາ ນີ້ ທີ່ເດີ່ນດອກປີກໄກ່ມິດຕະພາບລາວ-ໄທ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍ ການຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ຕະຫຼອດຮອດບັນດາຄະນະບໍລິຫານງານ, ຄູຝຶກ, ນັກກິລາ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ

ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ

ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2025-2026 ໃນ​ວັນ​ທີ 27 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫຼວງ​ນ້ຳ​ທາໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫຼົງມີໄຊ ສອນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25 ຫຼື The XXV BeerLao Badminton Championship 2026 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 27-30 ສິງຫາ 2026 ທີ່ເດີ່ນດອກປີກໄກ່ ມິດຕະພາບລາວ-ໄທ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ,ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ຕະຫຼອດຮອດບັນດາຄະນະບໍລິຫານງານ ຄູເຝິກ ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026

ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026

ທີມນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ສ້າງຜົນງານສາມາດຍາດໄດ້1 ຫຼຽນຄຳ 3 ຫຼຽນເງິນ ແລະ 5 ຫຼຽນທອງ ເປັນຄັ້ງປະຫວັດສາດໜ້າໃໝ່ໃຫ້ວົງການກິລາດອກປີກໄກ່ລາວ ໃນການແຂ່ງຂັນກິລາດອກປີກໄກ່ ຊີງແຊັມອາຊຽນ ປະຈຳປີ 2026 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໄດ້ເດີນທາງກັບເຖິງບ້ານເກີດ ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍຜູ້ປົກຄອງ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ທີ່ສະໜາມບິນສາກົນວັດໄຕ ໃນຕອນຄໍ່າຂອງວັນທີ 22 ສິງຫາ 2026 ທີ່ຜ່ານມາ
ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ

ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ

ພິທີມອບຫຼຽນສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ - ຈີນ ພາຍໃຕ້ຄໍາຂວັນ “ຈີນ-ລາວ ສາມັກຄີກັນ, ປິ່ງປ່ອງເພື່ອກັນ ແລະ ກັນ” ເພື່ອຮ່ວມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ - ຈີນ ໄດ້ຈັດຂຶ້ນໃວັນທີ 23 ສິງຫາ 2026 ຢູ່ທີ່ ສູນການຄ້າ ວຽງຈັນ ເຊັນເຕີ (Vientiane Center) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຮອງປະທານ ແລະ ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ຮອງປະທານສະຫະພັນກິລາປິ່ງປ່ອງອາຊຽນ, ປະທານກິດຕິມະສັກ, ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສິນ ເຊຍຊິນ ປະທານສະພາການຄ້າຈີນ ປະຈຳສປປ ລາວ ແລະ ທ່ານ ນາງ ຫຼີ ສິ ເຈິ່ນ ທີ່ປຶກສາວຽກງານເສດຖະກິດການຄ້າ ສະຖານທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະກຳມະການ, ຜູ້ຕາງໜ້າຈາກພາກສ່ວນທຸລະກິດ ແລະ ນັກກິລາເຂົ້າຮ່ວມຢ່າງຄຶກຄື້ນ.
ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026

ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026

ກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026 ແຂວງຄໍາມ່ວນ ໄດ້ໄຂຂຶ້ນໃນວັນທີ 25 ສິງຫາ 2026 ທີ່ແຂວງຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເມືອງຊານໄຊ ວາງມາດຕະການຫວັງ​ຍົກລະດັບຄຸນ​ນະ​ພາບການສຶກສາ

ເມືອງຊານໄຊ ວາງມາດຕະການຫວັງ​ຍົກລະດັບຄຸນ​ນະ​ພາບການສຶກສາ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງຊານໄຊ ປະຈຳສົກຮຽນ 2025-2026ໄດ້​ຈັດຂຶ້ນໃນ​ລະ​ຫວ່າງວັນ​ທີ 25-26 ສິງ​ຫາ​ຜ່ານ​ມາພາຍໃຕ້ການເປັນປະທານຂອງ ທ່ານ ຄຳສີ ແກ້ວຖາວອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫັດສະໄນ ສິບຸນເຫຼືອງ ຄະນະກຳມະການພັກແຂວງ ເລຂາພັກເມືອງ,ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ