ພິທີປະກາດການຈັດຕັ້ງບາງພະແນກການ

ແຂວງວຽງຈັນ ປະກາດການຈັດຕັ້ງ ບາງພະແນກການ

ແຂວງວຽງຈັນ ປະກາດການຈັດຕັ້ງ ບາງພະແນກການ
ໃນວັນທີ 21 ພະຈິກນີ້, ຢູ່ທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງບາງພະແນກການ, ກົມກອງ ໂດຍການເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ວົງສຳພັນ

 ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານແຂວງ, ມີບັນດາການນຳແຂວງ, ເມືອງ, ຫົວໜ້າພະແນກການ ພ້ອມດ້ວຍພະນັກງານຂອງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກຸຍບາ ແກ້ວມະນີ ຮອງຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງວຽງຈັນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 305/ຄປພ.ວຈ, ລົງວັນທີ 15 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຮອງປະທານສະຫະພັນກຳມະບານແຂວງ, ຄະນະປະຈຳພັກແຂວງວຽງຈັນ ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ໄຜ່ລ້ອມ ສິນນະວົງ ເປັນຮອງປະທານສະຫະພັນກຳມະບານແຂວງ. ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 306/ຄປພ.ວຈ, ລົງວັນທີ 15 ພະຈິກ 2024 ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງຮອງເລຂາພັກເມືອງແກ້ວອຸດົມ, ຄະນະປະຈຳພັກແຂວງວຽງຈັນ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ຈັນທະວົງ ບົວລະພັນ ເປັນຮອງເລຂາພັກເມືອງແກ້ວອຸດົມ. ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 2699/ຈຂ.ວຈ, ລົງວັນທີ 15 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກການຕ່າງປະເທດແຂວງ, ເຈົ້າແຂວງວຽງຈັນ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ສົມນັກ ຍອດຮັກສາ ເປັນຮອງຫົວໜ້າພະແນກການຕ່າງປະເທດແຂວງວຽງຈັນ. ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 2702/ຈຂ.ວຈ, ລົງວັນທີ 15 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ, ເຈົ້າແຂວງວຽງຈັນ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ໄຊສະຫວັນ ພົມວຽງໄຊ ເປັນຮອງຫົວໜ້າຫ້ອງວ່າການແຂວງ. ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 2704/ຈຂ.ວຈ, ລົງວັນທີ 15 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ, ເຈົ້າແຂວງວຽງຈັນ ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ດາວສະຫວັນ ລາຊະວົງສ໌ ເປັນຮອງຫົວໜ້າຫ້ອງວ່າການແຂວງ. ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 2705/ຈຂ.ວຈ, ລົງວັນທີ 15 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ, ເຈົ້າແຂວງວຽງຈັນ ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ບົວພັນ ສີວົງໄຊ ເປັນຮອງຫົວໜ້າຫ້ອງວ່າການແຂວງ.

ທ່ານ ທອງສະຫວັນ ວົງສຳພັນ ກ່າວວ່າ: ການປັບປຸງ, ຍົກຍ້າຍ, ສັບຊ້ອນໜ້າທີ່ວຽກງານ ແມ່ນຖືເປັນກົດເກນປົກກະຕິ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ, ແນໃສ່ປັບປຸງກົງຈັກການຈັດຕັ້ງພັກ ແລະ ອຳນາດບໍລິຫານລັດ ຢູ່ແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ຮູ້ນຳພາ-ຊີ້ນຳຮອບດ້ານ ໄປຕາມ 5 ຫຼັກການ 3 ທິດນຳຂອງພັກ ວາງອອກ; ສິ່ງທີ່ສຳຄັນອີກບັນຫາໜຶ່ງໃນການປັບປຸງ, ສັບຊ້ອນໃນຄັ້ງນີ້ ຖືເປັນການຈັດວາງບຸກຄະລາກອນ ເພື່ອຮັບຮອງໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ຕາມມາດຖານເງື່ອນໄຂທີ່ກຳນົດໄວ້.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ