ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່
ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້, ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ສົມທົບກັບຮ້ານຄ້າພາຍໃນເມືອງວຽງຄຳ ເປັນຕົ້ນແມ່ນຢູ່ເຂດເທດສະບານແຂວງວຽງຈັນ ໄດ້ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ”.
ແຂວງວຽງ​ຈນ ເປດ​ໂຄງ​ການ​ລາ​ຄາ​ອນ​ໃຈ ຮອງ​ຮບ​ການ​ເປດ​ສກ​ຮຽນ​ໃໝ - image 1
 

ທ່ານ ໄພວັນ ປະຖັມມະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ກ່າວວ່າ: ໂດຍປະຕິບັດຕາມ ແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ1287/ກຄພນ ລົງວັນ 10 ກໍລະກົດ 2026 ກ່ຽວກັບເພີ່ມທະວີ ເອົາໃຈໃສ່ຊຸກຍູ້ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າບັນດາແຂວງ ຈັດກິດຈະກໍາຈໍາໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ” ໂດຍສະເພາະ ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້ ໂດຍມອບໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າແຕ່ລະແຂວງເປັນເຈົ້າການນຳພາຈັດຕັ້ງປະຕິບັດ.

ແຂວງວຽງ​ຈນ ເປດ​ໂຄງ​ການ​ລາ​ຄາ​ອນ​ໃຈ ຮອງ​ຮບ​ການ​ເປດ​ສກ​ຮຽນ​ໃໝ - image 2
 

ສຳລັບແຂວງວຽງຈັນ ແມ່ນໄດ້ປະສານກັບພາກສ່ວນກ່ຽວຂ້ອງ ແລະ ເອກະພາບກຳນົດເປີດທຳອິດຢູ່ 2 ຈຸດຄື: ຮ້ານບົວຮອງ ຊຸບເປີມາເກັດ ແລະ ຮ້ານໂນນສະຫວ່າງການພິມ ແລະ ປ້າຍ, ເພື່ອເປັນສະຖານທີ່ ຈຳໜ່າຍສິນຄ້າປະເພດ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ກິດຈະກຳ: ກັບຄືນສູ່ໂຮງຮຽນ ຫຼື Back to School, ເພື່ອແບ່ງເບົາພາລະຂອງປະຊາຊົນ ກໍຄືພໍ່ແມ່ຜູ້ປົກຄອງນັກຮຽນ ທີ່ມີລາຍຮັບຕໍ່າ. ເປົ້າໝາຍສິນຄ້າທີ່ນໍາມາຈໍາໜ່າຍ ມີ: ປື້ມແບບຮຽນ, ປຶ້ມຂຽນ, ບິກ, ສໍດຳ, ຢາງລຶບ, ໄມ້ບັນທັດ, ເຄື່ອງແບບນັກຮຽນ ແລະ ສິນຄ້າອື່ນໆ ທີ່ກ່ຽວຂ້ອງ ໂດຍໄດ້ເປີດບໍລິການລູກຄ້າທຸກທ່ານ ເລີ່ມວັນທີ 10-14 ສິງຫາ 2026 ນີ້ ແລະ ຈະມີການເປີດຢູ່ເມືອງອື່ນໆທົ່ວແຂວງອີກ.

ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຍັງໄດ້ເຊີນຊວນປະຊາຊົນເຂົ້າມາໃຊ້ບໍລິການຊື້ສິນຄ້າ ປະເພດອຸປະກອນການສຶກສາ ຢູ່ຮ້ານຄ້າທີ່ແຂວງໄດ້ກຳນົດໄວ້ ເພື່ອໃຫ້ໄດ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄານະໂຍບາຍ.

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຂະບວນການຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນ ຄັ້ງທີ 1 ປະຈຳປີ 2026 ໃຫ້ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 10 ກັນຍາ 2026
ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ວັນທີ 11 ກັນຍາ 2026 ທີ່ສະໂມສອນແຂວງຄໍາມ່ວນ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະນໍາ, ພະນັກງານ ແລະ ຄູອາຈານ ຂະແໜງການສຶກສາທິການ ແລະ ກິລາແຂວງ. ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍ ຄູ ອາຈານ ເຂົ້າຮ່ວມ.
ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ກອງປະຊຸມຄະນະກຳມະການວິຊາການ ເພື່ອກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ສົກຮຽນ 2026-2027 ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດຂຶ້ນໃນວັນທີ 10 ກັນຍາຜ່ານມາ ທີ່ວິທະຍາໄລດົງຄຳຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະກຳມະການວິຊາການກ່ຽວຂ້ອງເຂົ້າຮ່ວມ
ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ເພີ່ມເຕີມ