ແຂວງວຽງຈັນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ແຂວງວຽງຈັນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ແຂວງວຽງຈັນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V
ໃນວັນທີ 22 ເມສານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງວຽງຈັນ,

ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ທ່ານ ໜູຮັກ ຫຼວງໂຄດ ຮອງເລຂາໜ່ວຍພັກ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວຈັດຕັ້ງປະຕິບັດຊຸດຮຽນທິດສະດີການເມືອງ ຂັ້ນກາງຮຸ່ນທີ V ວ່າ: ຈຸດປະສົງເພື່ອເປັນການບຳລຸງທິດສະດີການເມືອງໃຫ້ພະນັກງານນໍາພາ ແລະ ພະນັກງານຄຸ້ມຄອງຮຸ່ນສືບທອດຢູ່ບັນດາເມືອງ ແລະ ພະແນກການ, ອົງການ, ກົມກອງຂອງແຂວງ ທີ່ພວມດຳລົງຕຳແໜ່ງ ຫຼື ກຽມດຳລົງຕຳແໜ່ງ ຢູ່ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມຮູ້ທາງດ້ານທິດສະດີການເມືອງໃນໄລຍະໃໝ່ຢ່າງເປັນລະບົບ. ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ພະນັກງານມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບ ແລະ ເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ຢຶດໝັ້ນຕໍ່ຈຸດໝາຍກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາ.

ຊຸດຮຽນຄັ້ງນີ້, ມີນັກສຶກສາຈາກພະແນກການ, ກົມກອງຂອງແຂວງ ແລະ ບັນດາຫ້ອງການ, ກົມກອງ ຈາກ 11 ຕົວເມືອງຂອງແຂວງ ທັງໝົດ 55 ທ່ານ ຍິງ 17 ທ່ານ, ຊຶ່ງຈະໄດ້ໃຊ້ເວລາຮຽນທັງໝົດ 6 ເດືອນ, ມີວິຊາຮຽນ ຈໍານວນທັງໝົດ 13 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາຮຽນ ແລະ ຂຽນບົດຈົບຂັ້ນ, ລວມທັງໝົດ ເທົ່າກັບ 720 ຊົ່ວໂມງ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ - ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.
ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ສູນກາງແນວລາວສ້າງຊາດ ໄດ້ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ ຍິງ-ຊາຍ ເພື່ອຂ່ຳນັບຮັບຕ້ອນວັນສໍາຄັນດັ່ງກ່າວ ທີ່ສະໜາມກິລາກູດໄລຟ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 21 ກໍລະກົດ ນີ້ ໂດຍເປັນປະທານກ່າວເປີດຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈຳການ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດານັກກິລາຈາກບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງເຂົ້າຮ່ວມ.
ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

(ສພຊ) - ວັນທີ 21-22 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະຮັບຜິດຊອບປັບປຸງກົດໝາຍ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ອັນດັບທີ 1 ໃນປະເພດດ່ຽວຊາຍ ໃນການແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຊຶ່ງການແຂ່ງຂັນດັ່ງກ່າວໄດ້ປິດລົງໃນວັນທີ17 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີບັນການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນ ຫຼວງ, ກະຊວງ, ອົງການທຽບເທົ່າ, ທົ່ວປະເທດ ເຂົ້າຮ່ວມ.
ສາລະວັນຫາລືການສ້າງຂະບວນການກິລາ

ສາລະວັນຫາລືການສ້າງຂະບວນການກິລາ

ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດກິດຈະກໍາສ້າງຂະບວນການກິລາຟຸດຊໍ ແລະ ກິລາເປຕັງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ຕ້ອນຮັບວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນນອກຫຼັກສູດແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.
ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນ (ຝຶກເວົ້າພາສາລາວ)ຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ໂຮມແຮມດອນຈັນພາເລດ ໂດນການເປັນປະທານຂອງ ທ່ານ ອຸທິດ ທິບມະນີຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ເຄດ ກູດຟຣຸດ;ວ່າການແທນເລຂານເອກສະຖານທູດອົດສະຕຣາລີ,ມີບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ຖະແຫຼງຂ່າວແຂ່ງຂັນເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ຖະແຫຼງຂ່າວແຂ່ງຂັນເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ຈະເປີດຂຶ້ນໃນວັນທີ 19 ກໍລະກົດ ນີ້ ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025.
ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ໃນວັນທີ 10 ກໍລະກົດ ຜ່ານມານີ້, ທີມນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບເຖິງນະຄອນຫຼວງວຽງຈັນ ຫຼັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫຼື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.
ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ທ່ານນາງ ລີປ່າເອ້ຍ ລີບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຂຶ້ນຕອບຄໍາຊັກຖາມ ແລະ ຄໍາຊີ້ແຈງ ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສຊ ແລະ ສສນວ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຄື: ສະເໜີກ່ຽວກັບມາດຕະການ ແລະ ວິທີແກ້ໄຂບັນຫາຄຸນນະພາບການສຶກສາຂອງໂຮງຮຽນລັດທີ່ຫຼຸດໂຮງຮຽນເອກະຊົນ ຕິດພັນກັບ (ຫຼັກສູດການສຶກສາ, ບຸກຄະລາກອນຄູ, ການມີສ່ວນຮ່ວມຂອງສະຖາບັນຄອບຄົວ)
ເພີ່ມເຕີມ