ແຂວງເຊກອງສຸມໃສ່ກໍ່ສ້າງຮາກຖານການເມືອງແລະແກ້ໄຂຄວາມທຸກຍາກ

ແຂວງເຊກອງສຸມໃສ່ກໍ່ສ້າງຮາກຖານການເມືອງແລະແກ້ໄຂຄວາມທຸກຍາກ
ໃນວາລະດໍາກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງເປີດກວ້າງຄັ້ງທີ9ສະໄໝທີX ໃນວັນທີ13ທັນວາ ຜ່ານມາທີ່ສະໂມສອນແຂວງໂດຍການເປັນປະທານຂອງສະຫາຍເຫຼັກໄຫຼສີວິໄລກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງເຊກອງ; ສະຫາຍນາງຈັນຫອມມະຫາໄຊຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານພັກ-ພະນັກງານໄດ້ຂຶ້ນລາຍງານການນໍາພາ-ຊີ້ນໍາຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈໍາປີ2023ແລະທິດທາງແຜນການປີ2024ຊຶ່ງໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງແຂວງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາປັບປຸງແລະກໍ່ສ້າງລະບົບການເມືອງຢູ່ຮາກຖານໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຕິດພັນກັບການພັດທະນາພື້ນຖານໂຄງລ່າງ, ຈັດສັນເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ຈັດສັນພູມລໍາເນົາຄົງທີ່ແລະບ່ອນທໍາມາຫາກິນທີ່ໝັ້ນທ່ຽງຍືນຍົງໃຫ້ປະຊາຊົນ; ສ້າງເງື່ອນໄຂແລະສົ່ງເສີມການຜະລິດເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວເພື່ອປັບປຸງຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ສະຫາຍນາງຈັນຫອມມະຫາໄຊກ່າວວ່າ: ໃນປີ2023ແຂວງແລະບັນດາເມືອງໄດ້ຫັນພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກແລະວຽກງານ3ສ້າງທັງໝົດ128ສະຫາຍຍິງ21ສະຫາຍ. ໃນນີ້, ພະນັກງານຂັ້ນແຂວງລົງເມືອງ35ສະຫາຍຍິງ7ສະຫາຍແລະພະນັກງານເມືອງລົງບ້ານ93ສະຫາຍຍິງ14ສະຫາຍ; ປັບປຸງອົງການປົກຄອງບ້ານຕາມ5ໜ່ວຍກວມເອົາ139ບ້ານເທົ່າກັບ68,47%; ປະຕິບັດລະບອບຄວບຕໍາແໜ່ງລະຫວ່າງເລຂາພັກບ້ານຄວບຕໍາແໜ່ງນາຍບ້ານ197ບ້ານເທົ່າກັບ97,05%; ຂະຫຍາຍການຈັດຕັ້ງພັກ, ສ້າງຕັ້ງໜ່ວຍພັກໄດ້2ໜ່ວຍ, ຄະນະພັກຮາກຖານ1ຄະນະ, ຮັບມະຫາຊົນເຂົ້າພັກສໍາຮອງ257ສະຫາຍແລະເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ209ສະຫາຍ.
ສະຫາຍຮອງເລຂາພັກແຂວງໃຫ້ຮູ້ຕື່ມວ່າ:  ສໍາລັບທິດທາງແຜນການແລະແຜນວຽກຈຸດສຸມໃນຕໍ່ໜ້າແຂວງຈະສືບຕໍ່ຍູ້ແຮງການຫັນລົງກໍ່ສ້າງຮາກຖານການເມືອງ, ຂະຫຍາຍການຈັດຕັ້ງແລະປັບປຸງອົງການປົກຄອງບ້ານໃຫ້ເຂັ້ມແຂງ; ສົ່ງເສີມພາກເອກະຊົນ, ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກດ້ານຕ່າງໆໃຫ້ຫຼາຍຂຶ້ນ; ຊຸກຍູ້ສົ່ງເສີມແລະປຸກລະດົມປະຊາຊົນເປັນເຈົ້າການຜະລິດໃຫ້ມີກິນມີໃຊ້, ກຸ້ມຕົນເອງດ້ານສະບຽງອາຫານແລະຜະລິດເປັນສິນຄ້າ; ຄົ້ນຄວ້າ, ວາງນະໂຍບາຍທີ່ມີລັກສະນະດຶງດູດ, ຕີຖອຍແນວຄິດຄອງຄອຍລໍຖ້າແຕ່ການຊ່ວຍເຫຼືອ; ປັບປຸງກົນໄກ, ວິທີການແລະສຸມໃສ່ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດຕາມ7ດ້ານ60ຕົວຊີ້ບອກ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ5ດ້ານ47ຕົວຊີ້ບອກແລະສ້າງບ້ານເປັນຫົວໜ່ວຍພັດທະນາຕາມ4ດ້ານ30ຕົວຊີ້ບອກໃຫ້ເປັນຈິງ.
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ