ໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການອາຫານໂລກໃຫ້ການຊ່ວຍເຫຼືອ

ໂຄງການອາຫານທ່ຽງໃນໂຮງຮຽນຊ່ວຍເຮັດໃຫ້ອັດຕາການປະລະການຮຽນຫຼຸດລົງ

ໂຄງການອາຫານທ່ຽງໃນໂຮງຮຽນຊ່ວຍເຮັດໃຫ້ອັດຕາການປະລະການຮຽນຫຼຸດລົງ
ໂຮງຮຽນປະຖົມບ້ານນາຊຽງດີ ເມືອງຮຸນ ແຂວງອຸດົມໄຊເປັນໂຮງຮຽນອີກແຫ່ງໜຶ່ງທີ່ໄດ້ຮັບການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການອາຫານໂລກໃຫ້ການຊ່ວຍເຫຼືອ ຊຶ່ງໂຄງການດັ່ງກ່າວໄດ້ສົ່ງຜົນດີໃຫ້ກັບນັກຮຽນ

ໄດ້ເປັນຢ່າງດີເຊັ່ນ: ນັກຮຽນມີເວລາໄດ້ຫຼິ້ນກິດຈະກໍາ,ທົບທວນບົດຮຽນເປັນກຸ່ມ,ມີການຮຽນເພີ່ມໃນເວລາພັກທ່ຽງ,ບໍ່ເສຍເວລາກັບເມືອກິນເຂົ້າຢູ່ເຮືອນ ຫຼຸດຜ່ອນພາລະຂອງຄອບຄົວ ແລະ ອື່ນໆ.

ທ່ານແຫມ ສຸວັນນະລີ ຜູ້ອໍານວຍການໂຮງຮຽນປະຖົມບ້ານນາຊຽງດີໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 10 ທັນວາ ນີ້ ທີ່ໂຮງຮຽນດັ່ງກ່າວ ວ່າ: ໂຮງຮຽນປະຖົມນາຊຽງດີເປັນໂຮງຮຽນທີ່ຕັ້ງຢູ່ຈຸດໃຈກາງເຂດນາຊຽງດີ ທົ່ວບ້ານມີ370ຫຼັງຄາເຮືອນ, ມີພົນລະເມືອງ 17,711ຄົນ ໃນນີ້ມີໂຮງຮຽນຊັ້ນອະນຸບານ ແລະ ປະຖົມ,ມີຄູສອນທັງໝົດ 7ຄົນ, ຍິງ 2 ຄົນ ມີນັກຮຽນ 300 ກວ່າຄົນ.ສໍາລັບໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການອາຫານໂລກເຂົ້າຊ່ວຍເຫຼືອແມ່ນມີ 3ໄລຍະຄື: ໄລຍະທີໜຶ່ງສົ່ງເສີມທຶນໃຫ້ແກ່ປະຊາຊົນ 30 ຄົວເຮືອນ ກ່ຽວກັບການປູກ, ການລ້ຽງ; ໄລຍະທີສອງສະໜອງທຶນໃຫ້ 2 ຄົວເຮືອນກ່ຽວກັບການລ້ຽງປາ ແລະ ໄລຍະທີສາມ ສະໜອງທຶນໃຫ້ແກ່ 15 ຄົວເຮືອນ ໃນນັ້ນມີລ້ຽງໄກ່ 4 ຟາມ ແລະ ລ້ຽງປາ 2 ໜອງ; ນອກນັ້ນກໍມີການປູກຜັກສວນຄົວ, ພາຍຫຼັງທີ່ມີການເກັບກໍາຂໍ້ມູນແຕ່ລະຄົວເຮືອນເພື່ອຊອກຫາຄອບຄົວເປົ້າໝາຍທີ່ຈະໄດ້ຮັບທຶນຊ່ວຍເຫຼືອຂອງອົງການອາຫານໂລກ ເພື່ອຂະຫຍາຍເຊື່ອມຊຶມບົດຮຽນຕ່າງໆລະຫວ່າງຊຸດເກົ່າແລະ ຊຸດໃໝ່. ສ່ວນທຶນຂອງໂຄງການສະເພາະການລ້ຽງປາ ໂດຍສະໜອງແນວພັນປາໃຫ້2,000 ໂຕ ພ້ອມຫົວອາຫານ 6 ເປົາຕໍ່ຄອບຄົວ, ການລ້ຽງໄກ່ແມ່ນສະໜອງແນວພັນໄກ່ພັນໄຂ່ໃຫ້ 50ໂຕ ພ້ອມຫົວອາຫານ 12 ເປົາ,ສ່ວນເຮືອນຮົ່ມໄດ້ສະໜອງແຜ່ນຢາງເພື່ອມຸງເຮືອນຮົ່ມ ຖັງໃສ່ນໍ້າຂະໜາດ 200 ລິດ ແລະ ທໍ່ນໍ້າ,ບົວຫົດນໍ້າ ແລະ ແນວພັນຜັກ.ປັດຈຸບັນໂຄງການອາຫານທ່ຽງໃນໂຮງຮຽນ ອົງການອາຫານໂລກໄດ້ມອບໂອນໃຫ້ລັດຖະບານເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ໃນປີ2021ກໍໄດ້ເຊື່ອມຕໍ່ຮັກສາມູນເຊື້ອກ່ຽວກັບການປຸງແຕ່ງອາຫານໃຫ້ແກ່ນັກຮຽນໄດ້ກິນເປັນປະຈໍາ ໂດຍສະເພາະແມ່ນການສະໜອງຂອງຊຸມຊົນ ໂດຍໃຫ້ປະຊາຊົນມີສ່ວນຮ່ວມ ເປັນຕົ້ນການຫາຟືນເພື່ອນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ,ນອກນີ້ ກໍມີການປຸກລະດົມໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມໂດຍການສະໜອງອາຫານ ແລະ ອຸປະກອນແຕ່ງກິນໃນແຕ່ລະວັນໂດຍມີການຜັດປ່ຽນກັນຂອງແມ່ຄົວແຕ່ງກິນພ້ອມກັນນັ້ນກໍໄດ້ປຸກລະດົມໃຫ້ນັກຮຽນມີສ່ວນຮ່ວມໃນການນໍາວັດຖຸດິບທີ່ມີໃນຄອບຄົວ ແລະ ເຂົ້າມາປະກອບສ່ວນໃນແຕ່ລະວັນ.

ສໍາລັບໂຄງການອາຫານທ່ຽງໃນໂຮງຮຽນໄດ້ສົ່ງຜົນດີກັບນັກຮຽນຫຼາຍຢ່າງເປັນຕົ້ນ: ນັກຮຽນມີເວລາຫຼີ້ນກິດຈະກໍາ,ທົບທວນບົດຮຽນເປັນໝູ່ ບໍ່ວ່າຈະເປັນການອ່ານ,ການຂຽນ, ການຮຽນເພີ່ມໃນເວລາພັກທ່ຽງບໍ່ຕ້ອງກັບເມືອກິນເຂົ້າຢູ່ເຮືອນໃຊ້ເວລາວ່າງໃນການຮໍ່າຮຽນ ແລະ ຜັກຜ່ອນຫຼາຍຂຶ້ນ, ເຮັດໃຫ້ອັດຕາການປະລະການຮຽນໜ້ອຍລົງ ແລະ ເປັນຈຸດໜຶ່ງທີ່ດຶງດູດນັກຮຽນໃຫ້ມາເຂົ້າໂຮງຮຽນຫຼາຍຂຶ້ນ ເຖິງແນວໃດກໍຕາມເພື່ອເຮັດໃຫ້ໂຄງການອາຫານທ່ຽງໃນໂຮງຮຽນມີຄວາມຍືນຍົງ ຮຽກຮ້ອງໃຫ້ທຸກພາກສ່ວນ ຕ້ອງມີສ່ວນຮ່ວມປະກອບສ່ວນ ແລະ ຈັດຕັ້ງຜັນຂະຫຍາຍຕໍ່ໄປເພື່ອສົ່ງເປັນຜົນດີຕໍ່ລູກຫຼານຕໍ່ໄປ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ