![]() |
ທ່ານ ນາງ ສຸກສະໝອນອ້ວນພົງຈະເລີນ ຮອງຜູ້ອໍານວຍການໂຮງຮຽນປະຖົມບ້ານແກ້ງກຸ່ມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 16 ທັນວາ ຜ່ານມາທີ່ໂຮງຮຽນດັ່ງກ່າວວ່າ: ອົງການອາຫານໂລກໄດ້ເຂົ້າມາຊ່ວຍເຫຼືອສໍາລັບອາຫານທ່ຽງໃຫ້ໂຮງຮຽນປະຖົມບ້ານແກ້ງກຸ່ມເລີ່ມແຕ່ປີ 2021 ຈົນມາເຖິງປັດຈຸບັນ. ຜ່ານມາປະຊາຊົນ ຍັງບໍ່ເຂົ້າໃຈກ່ຽວກັບການປຸງແຕ່ງອາຫານແຕ່ວ່າໃນປັດຈຸບັນນີ້ ເຫັນວ່າມີຄວາມເຂົ້າໃຈຫຼາຍຂຶ້ນ ແລະ ເຂົ້າໃຈກ່ຽວກັບໂຄງການອາຫານທ່ຽງຫຼາຍຂຶ້ນ.ໃນນັ້ນ, ຈາກຜ່ານມາມີນັກຮຽນປະລະການຮຽນ. ປັດຈຸບັນນັກຮຽນກໍມີຄວາມສົນໃຈ ມາໂຮງຮຽນຫຼາຍຂຶ້ນແລະ ເປັນປົກກະຕິບໍ່ຂາດການຮຽນ. ອົງການ WFP ໂດຍການສະໜັບສະໜູນຂອງໂຄງການອາຫານທ່ຽງມີ:ເຂົ້າທີ່ເສີມວິຕາມິນ, ປາກະປ໋ອງ, ນໍ້າມັນພືດ, ແລະ ອາຫານ ຈໍານວນໜຶ່ງແມ່ນໄດ້ຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານ.ປັດຈຸບັນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມມີນັກຮຽນທັງໝົດ 90 ກວ່າຄົນ, ຍິງ 50 ກວ່າຄົນ.
![]() |
ທ່ານ ສົມຮັກ ເລຶອງວັນໄຊ ນາຍບ້ານໆແກ້ງກຸ່ມ ໄດ້ໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເປັນໜຶ່ງໂຮງຮຽນຕົວແບບໃນການປະຕິບັດໂຄງການອາຫານທ່ຽງ. ສະນັ້ນ, ນັບແຕ່ມີໂຄງການອາຫານທ່ຽງເຂົ້າມາຈັດຕັ້ງປະຕິບັດຢູ່ໂຮງຮຽນແຫ່ງນີ້ເຫັນໄດ້ວ່ານັກຮຽນໄດ້ຮັບອາຫານຕາມສັດສ່ວນຂອງໂພຊະນາການ, ພ້ມນັ້ນ, ຍັງເປັນການແບ່ງເບົາຄາບເຂົ້າຫຼື ອາຫານທ່ຽງຂອງຜູ້ປົກຄອງ ເຮັດໃຫ້ເດັກນ້ອຍນັກຮຽນ ບໍ່ຈໍາເປັນໄດ້ກັບບ້ານໃນຕອນທ່ຽງ. ໃນນັ້ນ, ຖືວ່າການປະກອບສ່ວນຂອງພໍ່ແມ່ນັກຮຽນ ກໍຄືສັງຄົມຢູ່ໃນບ້ານ ກໍໄດ້ມີນະໂຍບາຍວ່າເກັບເງິນ ໃນສົກຮຽນໜຶ່ງ 10,000 ກີບ/ຄອບຄົວ. ການປຸງແຕ່ງອາຫານໃນແຕ່ລະມື້ແມ່ນແບ່ງອອກເປັນແຕ່ລະຈຸພັດປ່ຽນກັນໃນແຕ່ລະມື້ໂດຍຖືວັດຖຸດິບຕ່າງໆຈໍານວນໜຶ່ງມານໍາເຊັ່ນ: ຊີ້ນ, ປາ, ພືດຜັກ, ໝາກເຜັດ, ແປ້ງນົວຕ່າງໆ ແລະອື່ນໆ ແລະ ອາຫານໃນແຕ່ລະມື້ຈະມີເມນູແຕກຕ່າງກັນໂດຍເນັ້ນໂພຊະນາການເປັນຫຼັກ ເພື່ອໃຫ້ລູກ-ຫຼານພາຍໃນໂຮງຮຽນໄດ້ຮັບປະທານອາຫານອີ່ມ, ພຽງພໍ ແລະ ດີຕໍ່ສຸຂະພາບຂອງເຂົາເຈົ້າ.
![]() |
ນາຍບ້ານໆແກ້ງກຸ່ມຍັງກ່າວສະແດງຄວາມຂອບໃຈມາຍັງໂຄງການອາຫານໂລກທີ່ມີກິດຈະກໍາໃຫ້ອາຫານທ່ຽງຢູ່ໂຮງຮຽນແຫ່ງນີ້ຕະຫຼອດໄລຍະຜ່ານມາແລະ ຂໍຂອບໃຈພາກສ່ວນຕ່າງໆຂອງບ້ານທີ່ໄດ້ປະກອບສ່ວນ ເຮັດໃຫ້ລູກ-ຫຼານໄດ້ຮັບປະທານອາຫານທີ່ມີຄຸນປະໂຫຍດໃນແຕ່ລະວັນແລະ ຮຽກຮ້ອງໃຫ້ອົງການ WFP ສືບຕໍ່ຊ່ວຍເຫຼືອອາຫານທ່ຽງໃຫ້ນັກຮຽນ ເພື່ອໃຫ້ເຂົາເຈົ້າໄດ້ກິນອາຫານທີ່ດີ, ມີປະໂຫຍດຕໍ່ສຸຂະພາບແຂງແຮງ ແລະ ໄດ້ກິນອາຫານຖືກຫຼັກໂພຊະນາການ ແລະ ອື່ນໆອີກຕໍ່ໆໄປ.
![]() |




ຄໍາເຫັນ