ທ່ານ ເຣບີ ກ່າວໃນລະຫວ່າງພິທີສະເຫຼີມສະຫຼອງ ຄົບຮອບ 69 ປີຄອງຊູແອັດເປັນຂອງຊາດ ວ່າ: ຜົນສໍາເລັດນີ້ຕອກຢໍ້າຄວາມສໍາເລັດຂອງເອຢິບໃນການຮັກສາອະທິປະໄຕຂອງຕົນສໍາລັບເສັ້ນທາງສັນຈອນທາງທະເລທີ່ມີຄວາມສໍາຄັນນີ້ ຊຶ່ງໄດ້ຜ່ານການພັດທະນາທີ່ບໍ່ເຄີຍມີມາກ່ອນນັບຕັ້ງແຕ່ປີ 1956. ໂດຍຄວາມເລິກຂອງຄອງຊູແອັດ ໄດ້ຂະຫຍາຍ ຈາກ 10 ແມັດ ເປັນ 20 ແມັດ ແລະ ຄວາມຍາວຂອງຄອງທີ່ສາມາດແລ່ນເຮືອສວນກັນໄດ້ ເພີ່ມຂຶ້ນຈາກ 27.7 ກິໂລແມັດ ເປັນ 99 ກິໂລແມັດ.
ນອກຈາກນັ້ນ, ທ່ານ ກາມາລ ອັບເດລ ນັສເຊີ ອະດີດປະທານາທິບໍດີເອຢິບ ໄດ້ໂອນກຳມະສິດຂອງ ບໍລິສັດ ຄອງຊູແອັດ ເປັນຂອງຊາດໃນປີ 1956 ຊຶ່ງຢືນຢັນການມີອຳນາດອະທິປະໄຕຂອງເອຢິບກ່ຽວກັບຊັບພະຍາກອນ ແລະ ພື້ນຖານໂຄງລ່າງຍຸດທະສາດຂອງຕົນ.
ຄໍາເຫັນ