ລ້ຽງສັດເປັນສິນຄ້າ ແລະ ເກັບຊື້ເຄື່ອງປ່າຂອງດົງ.

ຄອບຄົວຕົວແບບໃນການລ້ຽງສັດເປັນສິນຄ້າ ແລະ ເກັບຊື້ເຄື່ອງປ່າຂອງດົງ.

ຄອບຄົວຕົວແບບໃນການລ້ຽງສັດເປັນສິນຄ້າ ແລະ ເກັບຊື້ເຄື່ອງປ່າຂອງດົງ.
ຍ້ອນມີແນວທາງນະໂຍບາຍຂອງພັກ ກໍຄືການເອົາໃຈໃສ່ຂອງຄະນະພັກ-ອໍານາດການປົກຄອງ ໄດ້ລົງໃກ້ສິດຕິດແທດ ໃຫ້ການຊີ້ນໍາ-ນໍາພາສ້າງສາພັດທະນາ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ

 ນັບມື້ດີຂຶ້ນບົນພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ໃນການພັດທະນາຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຄອບຄົວທ່ານ ພັນແກ້ວ ມິດລະແສນ ອາຍຸ 54 ປີ ອາຊີບ ທູລະກິດ ແລະ ລ້ຽງສັດ ຢູ່ບ້ານລ້ອງມູນຈອມແກ້ວ ເມືອງນາແລແຂວງຫຼວງນໍ້າທາເປັນຄອບຄົວຕົວແບບໃນການລ້ຽງສັດ,ການສ້າງເສດຖະກິດຄອບຄົວຂອງຕົນເອງ. ທ່ານ ພັນແກ້ວ ມິດລະແສນ ໄດ້ກ່າວວ່າ: ຄອບຄົວຂອງຂ້າພະເຈົ້າ ມີທັງໝົດ 6 ຄົນຍິງ 3 ຄົນ, ແຮງງານຕົ້ນຕໍ 5 ແຮງງານຍິງ 3 ແຮງງານ, ໃນເມື່ອກ່ອນລາຍຮັບຕົ້ນຕໍແມ່ນໄດ້ມາຈາກການຄ້າຂາຍພຽງຢ່າງດຽວ.ແຕ່ຍ້ອນເຫັນໄດ້ແນວທາງນະໂຍບາຍຂອງພັກ-ລັດທີ່ຖືກຕ້ອງ, ຂ້າພະເຈົ້າຈິ່ງຫັນມາລ້ຽງສັດ.ຊຶ່ງໄດ້ເລີ່ມຕົ້ນລ້ຽງງົວ-ຄວາຍແຕ່ປີ 2005, ໃນເບື້ອງຕົ້ນ ມີງົວ 15 ໂຕ, ຄວາຍ 11ໂຕ, ນຳໃຊ້ທຶນທັງໝົດ 22,400,000 ກີບ, ຊຶ່ງລ້ຽງແບບປະຖົມປະຖານ (ປ່ອຍຫາກິນຕາມທໍາມະຊາດ) ໄປພ້ອມໆກັບການເກັບຊື້ເຄື່ອງປ່າຂອງດົງ, ໃນ 3 ປີຕໍ່ມາ (ປີ 2008) ຈໍານວນງົວ-ຄວາຍໄດ້ເພີ່ມຂຶ້ນເປັນ 46 ໂຕ; ເພື່ອສະດວກໃນການລ້ຽງ, ເບິ່ງແຍງ ແລະ ບໍ່ສິ້ນເປືອງເວລາ ຂ້າພະເຈົ້າ ໄດ້ມີແນວຄິດລິເລີ່ມຫັນວິທີຈາກການລ້ຽງແບບປະຖົມປະຖານ, ເຮັດຕາມທໍາມະຊາດໃນເມື່ອກ່ອນ ມາລ້ຽງແບບເປັນຄອກ, ພ້ອມທັງໄດ້ປູກຫຍ້າບາງຈຸດ ແລະ ວານເກືອໄອໂອດິນທຸກໆວັນ. ມາຮອດປີ 2015 ມີງົວ-ຄວາຍເພີ່ມຂຶ້ນເປັນ 85 ໂຕ ແລະ ແຍກງົວ-ຄວາຍລ້ຽງເປັນ 2 ຈຸດ ແລະມີງົວ-ຄວາຍເພີ່ມຂຶ້ນໃນແຕ່ລະປີ ແລະ ຂາຍອອກ ໂດຍສະເລ່ຍ 15 ໂຕຕໍ່ປີ. ນັບແຕ່ປີ 2015 ເປັນຕົ້ນມາ ຍອດຂາຍໄດ້ມີການເພີ່ມຂຶ້ນ ແລະ ສາມາດສ້າງລາຍຮັບຈາກການຂາຍງົວ-ຄວາຍປີໜຶ່ງປະມານ 127,000,000 ກີບ, ຈາກນັ້ນຍັງໄດ້ເກັບຊື່ເຄື່ອງປ່າຂອງດົງ, 400,000,000 ກີບຕໍ່ປີ, ເກັບຊື່ຢາງພາລາ 170,000,000 ກີບຕໍ່ປີ ແລະ ປາດຢາງພາລາຂອງຕົນເອງ 25,000,000 ກີບຕໍ່ປີ. ຍ້ອນແນວນັ້ນ, ຄອບຄົວທ່ານ ພັນແກ້ວ ມິດລະແສນ ຈິ່ງໄດ້ຢຶດຖືເອົາການລ້ຽງສັດ ແລະ ເກັບຊື້ເຄື່ອງປ່າຂອງດົງເປັນອາຊີບຕົ້ນຕໍ ແລະ ເຮັດອັນອື່ນໆເປັນອາຊີບເສີມ. ມາຮອດປັດຈຸບັນ, ມີ ງົວ-ຄວາຍຂອງຕົນເອງມີ 165 ໂຕ.

ສັງລວມແລ້ວ, ໃນ 1 ປີ ຄອບຄົວມີລາຍຮັບ ຈາກການຂາຍງົວ-ຄວາຍ, ເກັບຊື້ເຄື່ອງປ່າຂອງດົງ, ເກັບຊື້ຢາງພາລາ ໄດ້ປະມານ 722.000.000 ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 120.000.000 ກີບ/ປີ, ເຮັດໃຫ້ພື້ນຖານຊີວິດການເປັນຢູ່ຂອງຄອບຄົວນັບມື້ນັບດີຂຶ້ນເລື້ອຍໆ. ຜ່ານການສະສົມລາຍໄດ້ໃນແຕ່ລະປີ ຂ້າພະເຈົ້າມີເຮືອນຖາວອນໄດ້ 5 ຫຼັງ ມີລົດໃຫຍ່ 3 ຄັນ, ລົດຈັກ 3 ຄັນ.

(ຂ່າວຈາກ: ຄຳບາງ ໄຊວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ເພີ່ມເຕີມ