![]() |
ເປັນກຽດໃນພິທີ, ໂດຍທ່ານ ສະເດັດດາ ສີອໍາພອນ ຮອງຫົວໜ້າ ໂຄສະນາອົບຮົມ ນວ, ທ່ານ ພັນໂທ ຫຼຽນໄຊ ມົງພົນຄໍາ ຫົວໜ້າກອງໂຄສະນາພະແນກຕໍາຫຼວດຈະລາຈອນ ປກສ ນວ, ອາຈານໂຮງຮຽນ ມສ ມິດຕະພາບ ລາວ-ໂຮ່ຈິມິນ, ບັນດາຄະນະຮັບຜິດຊອບໂຄສະນາໂຄງການລົດເມ, ຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
![]() |
ຈຸດປະສົງ ເພື່ອເຜີຍແຜ່ເອກະສານ ລົດເມດ່ວນ BRT ໃຫ້ບັນດາໂຮງຮຽນ ທີ່ຕິດກັບເສັ້ນທາງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ (ລົດເມດ່ວນ BRT), ຮັບຊົມ-ຟັງ ຢ່າງຖືກຕ້ອງ ກ່ຽວກັບ ໂຄງການຂົນສົ່ງດັ່ງກ່າວ ແລະ ການນໍາໃຊ້ເສັ້ນທາງ ທີ່ມີການປ່ຽນແປງທິດທາງການສັນຈອນ ຕາມເສັ້ນທາງ 9 ເສັ້ນທາງ ໃນເຂດໃຈກາງຕົວເມືອງ ນວ, ກິດຈະກໍາ ຖາມ-ຕອບ ໃຫ້ຄວາມຮູ້ແກ່ນັກຮຽນ.
(ຂ່າວ: ແສງຈັນ)


ຄໍາເຫັນ