ຍາມໃດພັກເຮົາກໍໄດ້ຖືເອົາວຽກງານໂຄສະນາອົບຮົມເປັນວຽກທີ່ສໍາຄັນ

ໂຄສະນາອົບຮົມແຂວງໄຊສົມບູນຖືເອົາວຽກງານການເມືອງ-ແນວຄິດເປັກກົກ

ໂຄສະນາອົບຮົມແຂວງໄຊສົມບູນຖືເອົາວຽກງານການເມືອງ-ແນວຄິດເປັກກົກ
ໂດຍ:ສຳນານ ພົມພັກດີ ຍາມໃດພັກເຮົາກໍໄດ້ຖືເອົາວຽກງານໂຄສະນາອົບຮົມເປັນວຽກທີ່ສໍາຄັນໃນພາລະກິດປະຕິວັດຂອງພັກໃນໄລຍະໃໝ່, ຍ້ອນເຫັນໄດ້ບົດບາດຄວາມສໍາຄັນດັ່ງກ່າວຕະຫຼອດໄລຍະຜ່ານມາ

 

 ອົງຄະນະພັກແຂວງໄຊສົມບູນ ກໍໄດ້ຖືເອົາວຽກງານການເມືອງ-ແນວຄິດເປັກກົກ ແລະ ໄດ້ສອດຫ້ອຍເຂົ້າໄປໃນທຸກຂົງເຂດວຽກງານ ແລະ ມອບໃຫ້ຄະນະໂຄສະນາອົບຮົມແຂວງ ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມສູນການພັກຊຶ່ງໃນໄລຍະ6ເດືອນຕົ້ນປີຜ່ານມາ, ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ກໍໄດ້ເປັນເຈົ້າການເຄື່ອນໄຫວວຽກງານຂອງຕົນຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຕັມສ່ວນ ແລະ ສາມາດຍາດໄດ້ຜົນງານອັນພົ່ນເດັ່ນຫຼາຍດ້ານ.

ໃນໄລຍະຜ່ານມາໄດ້ຖືເອົາການໂຄສະນາສຶກສາອົບຮົມການເມືີອງ-ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນໄດ້ນຳເອົາ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ມາຄົ້ນຄວ້າເຊື່ອມຊຶມ ໃຫ້ແກ່ບັນດາສະມາຊິກພັກ-ພະນັກງານ, ປະຊາຊົນ ທຸກຊັ້ນຄົນໃນທົ່ວແຂວງໄຊສົມບູນ ໃຫ້ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ໄດ້ເອົາໃຈໃສ່ເປັນເຈົ້າການໃນວຽກງານເສນາທິການ, ໃຫ້ເເກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໂດຍສະເພາະແມ່ນວຽກງານຄຸ້ມຄອງສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ເຂົ້າສູ່ລະບົບ, ລະບຽບວິໄນຂອງພະນັກງານ, ພ້ອມນັ້ນຍັງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການປະສານສົມທົບກັບຄະນະພັກ ແຕ່ລະຂັ້ນ ປຶກສາຫາລື ກ່ຽວກັບການປັບປຸງການຈັດຕັ້ງ, ຕິດຕາມການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ການເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງໃຫ້ເປັນເອກະພາບ.

ຄະນະພັກ, ຄະນະນໍາ ໄດ້ຖືສໍາຄັນ ໃນການກໍ່ສ້າງບຸກຄະລາກອນ, ສະມາຊິກພັກ-ພະນັກງານ, ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ໂປ່ງໃສ ທາງດ້ານຄຸນສົມບັດ, ສິນທໍາປະຕິວັດ, ເພື່ອກໍ່ສ້າງລະບົບການເມືອງຂອງຂະແໜງການຕົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ການຈັດຕັ້ງພັກໄດ້ກາຍເປັນແກນນໍາ, ໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງທົ່ວສັງຄົມ ຢ່າງມີປະສິດທິຜົນສູງຂຶ້ນໄປເລື້ອຍໆ,ໄດ້ເອົາບັນດາມະຕິ, ນິຕິກໍາຕ່າງໆຂອງພັກ-ລັດ, ລົງເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ,ອໍານາດການປົກຄອງບ້ານ, ອົງການຈັດຕັ້ງມະຫານຊົນແຕ່ລະຂັ້ນ, ປະຊາຊົນບັນດາເຜົ່າໃນທົ່ວແຂວງໄດ້ຮັບຮູ້-ເຂົ້າໃຈແລະມີຄວາມເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແມ່ນພັດທະນາແຂວງໄຊສົມບູນ.

ໃນຂະດຽວກັນ,ວຽກງານອົບຮົມໄດ້ເອົາໃຈໃສ່ປັບປຸງເອກະສານສຶກສາອົບຮົມນໍາພາແນວຄິດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານທົ່ວໄປ ແລະ ປະຊາຊົນບັນດາເຜົ່າຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ໃຫ້ມີຜົນສໍາເລັດ, ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງໄຊສົມບູນ ໂດຍນໍາເອົາແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກົດໝາຍຂອງລັດ, ລັດຖະດໍາລັດຂອງປະທານປະເທດ, ດໍາລັດຂອງລັດຖະບານ ແລະ ນິຕິກໍາອື່ນໆ ລວມທັງມູນເຊື້ອອັນພິລະອາດຫານ ຂອງພັກ-ລັດ, ມາຈັດຕັ້ງເຊື່ອມຊຶມໃຫ້ບັນດາສະຫາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ ໄດ້ມີຄວາມຮັບຮູ້ເຂົ້າໃຈ, ມີແນວຄິດ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ.

ເພື່ອເປັນການຍົກສູງວຽກງານໂຄສະນາອົບຮົມແຂວງໄຊສົມບູນ ໃຫ້ດີຂຶ້ນກ່ວາເກົ່າ, ຄະນະໂຄສະນາອົບຮົມແຂວງໄຊສົມບູນຈະສືບຕໍ່ແກ້ໄຂ ແລະ ປັບປຸງດ້ານພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ, ເມືອງ,ໃຫ້ຈະແຈ້ງ ແລະ ຮັດກຸມ ເຮັດໃຫ້ສາຍໃຍການຈັດຕັ້ງ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ, ໃຫ້ມີຄວາມກະທັດຮັດ;ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຜູ້ທີ່ເຮັດວຽກງານໂຄສະນາອົບຮົມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບແນວທາງຂອງພັກ, ກົດໝາຍຂອງລັດວາງອອກໃນແຕ່ລະໄລຍະ, ຖືເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຂອງສະມາຊິກພັກ, ພະນັກງານເປັນບັນຫາໃຈກາງ, ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ພາລະບົດບາດ, ສິດ ແລະ ໜ້າທີຂອງຕົນ, ປະກອບສ່ວນທາງດ້ານສະຕິປັນຍາ ເຂົ້າໃນວຽກງານດັ່ງກ່າວຢ່າງຈິງຈັງເຮັດໃຫ້ວຽກງານໂຄສະນາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ