ໂຄສະນາອົບຮົມນະຄອນຫຼວງວຽງຈັນ ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານ ສູນກາງພັກ ຄັ້ງທີ7ສະໄໝທີ XI

ໂຄສະນາອົບຮົມນະຄອນຫຼວງວຽງຈັນ ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານ ສູນກາງພັກ ຄັ້ງທີ7ສະໄໝທີ XI
ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ7ສະໄໝທີ XI, ຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48ປີແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103ປີ ໃນວັນທີ  1 ທັນວາ ນີ້ ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.  ເຂົ້າຮ່ວມຮັບຟັງ ມີບັນດາຄະນະປະຈໍາພັກ, ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງ,ຄະນະປະຈໍາພັກເມືອງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດເຜີຍແຜ່ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XIກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວ່າ:ໃນລະຫວ່າງວັນທີ 23-26 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ,
ກອງປະຊຸມໄດ້ດໍາເນີນບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງ, ກອງປະຊຸມ, ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ໄດ້ເປັນເອກະພາບສູງຕີລາຄາວ່າ: ດ້ວຍຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ການຈັດຕັ້ງປະຕິບັດບັນດາແຜນໄດ້ດໍາເນີນໄປຢ່າງຕໍ່ເນື່ອງ, ຄາດຄະເນໝົດປີ 2023 GDP ຈະຂະຫຍາຍຕົວໃນລະດັບ 4,2%, ອັດຕາເງິນເຟີ້ຍັງສູງ ແຕ່ກໍມີທ່າອຽງຫຼຸດລົງ ຈາກ 41,26% ໃນເດືອນກຸມພາ ຫຼຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາ 2023, ການຊຳລະໜີ້ສິນຕ່າງປະເທດ ປະຕິບັດໄດ້ຕາມແຜນ, ກອງປະຊຸມໄດ້ຮັບຮອງເອົາໃນດ້ານຫຼັກການຕໍ່ທິດທາງ, ແຜນການປະຈຳປີ 2024 ໂດຍເນັ້ນໜັກບັນຫາຈໍານວນໜຶ່ງ ເພື່ອໃຫ້ລັດຖະບານເອົາໃຈໃສ່ປັບປຸງ ແລ້ວນໍາສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄື:ແຜນການປີ 2024 ຕ້ອງເປັນແຜນທີ່ບຸກບືນສູ້ຊົນສູງ ແລະ ທັງຕ້ອງມີລັກສະນະບຸກທະລຸຢ່າງແຂງແຮງ ແລະ ມີຈຸດສຸມແນໃສ່ສ້າງພື້ນຖານ ແລະ ທ່ວງທ່າໜັກແໜ້ນ ໃຫ້ແກ່ປີມ້ວນທ້າຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ດ້ວຍຜົນສໍາເລັດຕາມເປົ້າໝາຍ,  ຄະນະບໍລິຫານງານສູນກາງພັກ ໃຫ້ທິດຊີ້ນໍາວຽກງານຈຸດສຸມ ໃນທ້າຍປີ 2023 ແລະ ປີ 2024 ຄື:ສືບຕໍ່ສຸມໃສ່ແກ້ໄຂສະພາບເຄັ່ງຮ້ອນ ໃຫ້ສາມາດຄວບຄຸມໄດ້ ແລະ ກ້າວເຂົ້າສູ່ສະພາບປົກກະຕິເທື່ອລະກ້າວ, ໃນເງື່ອນໄຂຫຍຸ້ງຍາກ ຕ້ອງເລັ່ງແກ້ໄຂຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດດ້ວຍນະໂຍບາຍທີ່ເໝາະສົມ,ປຸກລະດົມສັງຄົມ ສ້າງຄ່ານິຍົມ ການນໍາໃຊ້ສິນຄ້າລາວ ໃຫ້ເປັນສະຕິຊາດ ແລະ ເປັນຂະບວນການກວ້າງຂວາງ,  ສືບຕໍ່ຍູ້ແຮງການຫັນເປັນທັນສະໄໝ ໃນຂະແໜງການຂຸດຄົ້ນ, ຄຸ້ມຄອງ ແລະ ຈັດເກັບລາຍຮັບງົບປະມານ, ເຊື່ອມຈອດຖານຂໍ້ມູນ ຂອງຂະແໜງເສດຖະກິດໃຫ້ສໍາເລັດໂດຍໄວ,ຕັດສິນໃຈແກ້ໄຂບັນດານິຕິກຳ, ກົນໄກຕ່າງໆທີ່ບໍ່ທັນສອດຄ່ອງ ເພື່ອສ້າງສະພາບແວດລ້ອມທີ່ ເອື້ອອໍານວຍໃຫ້ແກ່ການດຶງດູດການລົງທຶນທັງພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດໃຫ້ຫຼາຍຂຶ້ນ,  ເພີ່ມທະວີມາດຕະການປະຢັດ, ຕ້ານການຟຸ່ມເຟືອຍ,ໃຫ້ຄົ້ນຄວ້າຄວາມເປັນໄປໄດ້ ການສ້າງຕັ້ງທະນາຄານ ຫຼື ຄັງແຮ “ຄໍາ” ໂດຍນໍາໃຊ້ຊັບພະຍາກອນທີ່ມີໃຫ້ເກີດຜົນປະໂຫຍດສູງສຸດ ໄປຄຽງຄູ່ກັບການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃນແຕ່ລະປີ ເພື່ອສາມາດກຸ້ມການນໍາເຂົ້າ ຢ່າງໜ້ອຍ 5-6 ເດືອນຂຶ້ນໄປ. ເລັ່ງລັດການຈົດທະບຽນ ແລະ ຄຸ້ມຄອງໃຫ້ແທດ ເຖິງບັນດາບໍລິສັດນໍາເຂົ້າ-ສົ່ງອອກ ເພື່ອສາມາດດໍາເນີນການຊຳລະສະສາງ ຜ່ານລະບົບທະນາຄານຢ່າງເຂັ້ມງວດ, ຈັດສັນ, ດຸນດ່ຽງງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເໝາະສົມ, ນັບທັງການນຳໃຊ້ເງິນເກີນແຜນ ຂອງບັນດາທ້ອງຖິ່ນ ໃຫ້ສົມເຫດສົມຜົນ,  ຊຸກຍູ້ເສດຖະກິດເປັນເຈົ້າຕົນເອງ, ເສດຖະກິດດີຈີຕອນ (ເສດຖະກິດໂຕເລກ) ໃຫ້ ເປັນຮູບປະທໍາກວ່າເກົ່າ ໂດຍກໍານົດນະໂຍບາຍ ແລະ ນິຕິກໍາ ທີ່ຈະແຈ້ງ ເລັ່ງລັດປະຕິຮູບລັດວິສາຫະກິດໃຫ້ມີຄວາມເຂັ້ມແຂງ, ສາມາດແຂ່ງຂັນ ແລະ ເປັນກໍາລັງແຮງໃຫ້ແກ່ລັດຖະບານ. ສືບຕໍ່ຊຸກຍູ້ສົ່ງເສີມ ແລະພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ. ຖືສໍາຄັນການສົ່ງເສີມເສດຖະກິດຮ່ວມມືຂອງປະຊາຊົນ ຫຼື ສະຫະກອນ ແລະ ອື່ນໆ.
    ກອງປະຊຸມ ໄດ້ວາງຈຸດສຸມນໍາພາຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XI ຄື: ຊີ້ນຳການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ໝັ້ນຄົງ ຂອງປະເທດຊາດ ໃຫ້ໜັກແໜ້ນ, ສັງຄົມໃຫ້ມີຄວາມສະຫງົບປອດໄພ, ສືບຕໍ່ຊີ້ນໍາຄະນະສະເພາະກິດ 19/ກມສພ ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ມີທ່ວງທ່າ ແລະ ການຫັນປ່ຽນໃໝ່, ຊີ້ນໍາການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະປະຕິຮູບລັດວິສາຫະກິດ ໃຫ້ເປັນລະບົບ ແລະ ເຂົ້າສູ່ການແກ້ໄຂບັນຫາ, ຊີ້ນໍາການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ໃຫ້ໄດ້ຮັບຜົນດີ, ບັນດາແຜນການ, ຕົວເລກຄາດໝາຍ ໂດຍສະເພາະ ແຜນລົງທຶນ, ແຜນງົບປະມານ, ສູ້ຊົນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ເລີ່ມເດືອນມັງກອນ 2024 ເປັນຕົ້ນໄປ ແລະ ວຽກງານອື່ນໆ.
    ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ຮັບຟັງ ການຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48ປີແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103ປີອີກດ້ວຍ. 
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ