ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI
ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI ຂອງອົງຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້ ທີ່ຫ້ອງວ່າການແຂວງວຽງຈັນ,ພາຍໃຕ້ການເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

 

ແຂວງວຽງຈນ ດຳເນນຊວດການເມອງທາຍສະໄໝ ຄງທ VI - image 1
 

ສະຫາຍ ຄຳພັນ ສິດທິດຳພາ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນຍິ່ງ ເພື່ອຕີລາຄາຄືນໝາກຜົນ ຂອງການນໍາພາ - ຊີ້ນຳລວມ ຂອງຄະນະບໍລິຫານງານພັກແຂວງ ກໍຄືການປະຕິບັດໜ້າທີ່ການເມືອງຂອງຄະນະບໍລິຫານງານພັກແຂວງແຕ່ລະສະຫາຍ ໂດຍໄຈ້ແຍກໃຫ້ເຫັນດ້ານດີ, ດ້ານອ່ອນ - ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີອັນດີ, ອັນອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວນຳພາ - ຊີ້ນຳ ຕະຫຼອດໄລຍະ 5 ປີຜ່ານມາ, ສະທ້ອນໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດທີ່ຍາດມາໄດ້ ຕິດພັນກັບຕີລາຄາການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ເພື່ອບັບປຸງບົວແປງພາຍໃນພັກ, ຮັບປະກັນການເລືອກເຟັ້ນບຸກຄະລາກອນດີເດັ່ນ ປະກອບເຂົ້າໃນຄະນະບໍລິຫານພັກແຂວງຊຸດໃໝ່ໃຫ້ໄດ້ຕາມມາດຖານ, ເງື່ອນໄຂທີ່ກຳນົດໄວ້ໃນກົດລະບຽບຂອງພັກ ແລະ ເພື່ອປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ກໍຄືມະຕິ, ຄຳສັ່ງ ແລະ ບົດແນະນໍາຕ່າງໆ ຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VI ໄດ້ອອກມະຕິ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ຕິດພັນກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ຊຶ່ງມາຮອດປັດຈຸບັນ ຂະບວນການກະກຽມໃນແຕ່ລະດ້ານໄດ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້, ອັນພົ້ນເຕັນແມ່ນການດໍາເນີນຊີວິດການເມືອງ ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານສໍານັກງານ - ອົງການອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ - ປກສ ແລະ ຂອງອົງຄະນະພັກເມືອງ 11 ເມືອງ ໄດ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ອັນໄດ້ສ້າງພື້ນຖານ ແລະ ເງື່ອນໄຂໃຫ້ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ໄດ້ດໍາເນີນຕາມແຜນທີ່ວາງໄວ້.

ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳ ເພື່ອສືບຕໍ່ຜັນຂະຫຍາຍຜົນສໍາເລັດ ຂອງການດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ກາງສະໄໝໃນຄັ້ງໄລຍະຜ່ານມາ ໃຫ້ມີຄວາມໜັກແໜ້ນ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ. ການດໍາເນີນຊີວິດການເມືອງຄັ້ງນີ້ຕ້ອງເຮັດໃຫ້ການນໍາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ເພື່ອແນໃສ່ປັບປຸງ-ປ່ຽນແປງຢ່າງຕັ້ງໜ້າ, ຍົກສູງຄວາມສາມາດນໍາພາ, ຄວາມເປັນແບບຢ່າງນໍາໜ້າຄວາມສາມັກຄີເປັນເອກະພາບພາຍໃນພັກ. ອີກດ້ານໜຶ່ງກໍເພື່ອຕີລາຄາ ແລະ ແບ່ງປະເພດຄຸນນະພາບຂອງຄະນະບໍລິຫານງາພັກແຂວງ ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລະກອນຜູ້ທີ່ດີເດັ່ນຈາກຂະບວນການວຽກງານຕົວຈິງ ເຂົ້າໃນຄະນະບໍລິການງານພັກແຂວງຊຸດໃໝ່ ໃຫ້ໄປຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ໃນກົດລະບຽບພັກ, ມະຕິຂອງກົມການເມືອງສູນກາງພັກ ເລກທີ 030, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411, ຄໍາແນະນໍາຂອງຄະນະກວດກາພັກ ສູນກາງພັກ ເລກທີ 285 ກໍຄືຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 019 ແລະ ຄໍາແນະນໍາຂອງຄະນະປະຈຳພັກແຂວງ ເລກທີ 020 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອເປັນບ່ອນອີງໃຫ້ບັນດາສະຫາຍນໍາໄປຄົ້ນຄວ້າຕີລາຄາ ແລະ ປະກອບຄຳຄິດຄໍາເຫັນ, ຕຳນິຕິຊົມ, ສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ

ແຂວງວຽງຈນ ດຳເນນຊວດການເມອງທາຍສະໄໝ ຄງທ VI - image 2
 

ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ມີບາງຄໍາເຫັນ ແລະ ເຈາະຈີ້ມບາງບັນຫາດັ່ງນີ້:

ໜຶ່ງ; ຄວາມສໍາຄັນຂອງການດໍາເນີນຊີວິດການເມືອງ ທ້າຍສະໄໝແມ່ນເພື່ອສໍາຫຼວດຕີລາຄາຄວາມຮັບຜິດຊອບ ໂດຍຊອກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຂວງ ຕະຫຼອດສະໄໝກອງປະຊຸມໃຫຍ່ຊຸດທີ VI ຜ່ານມາ.

ສອງ; ສືບຕໍ່ຜັນຂະຫຍາຍຜົນສໍາເລັດ ຂອງບັ້ນດໍາເນີນຊີວິດການເມືອງ ທ້າຍສະໄໝ ແລະ ກາງສະໄໝຄັ້ງຜ່ານມາ, ການແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນການນໍາພາຂອງຄະນະບໍລິຫານງານພັກແຂວງ, ແນໃສ່ປັບປຸງ-ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ; ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ-ວິທີເຮັດວຽກ. ຕີລາຄາ ແລະ ແບ່ງປະເພດຄຸນນະພາບຂອງຄະນະບໍລິຫານງານພັກແຂວງ ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລະກອນຜູ້ທີ່ດີເດັ່ນເຂົ້າໃນຄະນະພັກຊຸດໃໝ່ ໃຫ້ໄປຕາມມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້.

ສາມ; ການສຳຫຼວດບຸກຄົນໃນຄະນະບໍລິຫານງານພັກແຂວງ, ຄວາມສັດຊື່ບໍລິສຸດ, ນໍ້າໃຈເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນ, ຄວນເປັນແບບຢ່າງນຳໜ້າ, ການທຸ່ມເທເຫື່ອແຮງສະຕິປັນຍາ ແລະ ການເສຍສະຫຼະ ເພື່ອອັນລວມມີຄືແນວໃດ ?.

ສີ່; ການດຳເນີນຊີວິດການເມືອງ ຕ້ອງຫຼີກເວັ້ນທັດສະນະແນວຄິດສວຍໂອກາດ,ໂຄ່ນລົ້ມໂຈມຕິກັນ, ຫາເລື່ອງໃສ່ກັນ, ຕ້ານແນວຄິດອະຄະຕິຕໍ່ກັນ ແລະ ບັນຫາທີຫ້າ ກໍລະນີການດຳເນີນຊີວິດການເມືອງ ທ້າຍສະໄໝ ບໍ່ເລິກເຊິ່ງ ບໍໍ່ໄດ້ຕາມຈຸດປະສົງ - ຄາຍ ໝາຍ ຕ້ອງເຮັດຄືນໃໝ່ໃຫ້ເລິກເຊິ່ງກວ່າເກົ່າ.

(ຂ່າວ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ເພີ່ມເຕີມ