![]() |
ສະຫາຍ ສາຄອນ ພົມມະລາດ ກ່າວວ່າ: ພັກເຮົາໄດ້ຖືວຽກງານກວດກາເປັນວຽກງານສຳຄັນ ແລະ ເປັນອົງປະກອບໜຶ່ງທີ່ຂາດບໍ່ໄດ້ໃນການນຳພາຂອງພັກ. ການກວດກາແມ່ນກົນໄກທີ່ສຳຄັນໃນການຮັກສາລະບຽບວິໄນ, ຄວາມເຂັ້ມງວດຂອງພັກ, ປົກປ້ອງຫຼັກການຂອງພັກ, ປ້ອງກັນບໍ່ໃຫ້ຂໍ້ບົກຜ່ອງເລັກນ້ອຍຂະຫຍາຍເປັນບັນຫາໃຫຍ່ ແລະ ຊ່ວຍໃຫ້ການນຳພາຂອງພັກມີຄວາມຖືກຕ້ອງ, ຮັດກຸມ ແລະ ມີປະສິດທິຜົນ. ເວົ້າອີກຢ່າງໜຶ່ງ, ກວດກາແມ່ນທັງການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມຮັບຜິດຊອບ. ແຕ່ສໍາຄັນກວ່ານັ້ນ ແມ່ນການກວດເພື່ອສ້າງ, ເພື່ອແກ້ໄຂ, ເພື່ອປ້ອງກັນ ແລະ ເພື່ອໃຫ້ອົງການພັກມີຄວາມປອດໃສເຂັ້ມແຂງ, ໜັກແໜ້ນ ແລະ ສາມາດນຳພາພາລະກິດຂອງຕົນໃຫ້ບັນລຸຜົນ. ສະນັ້ນ, ຄຸນນະພາບຂອງວຽກງານກວດກາ ສ່ວນໜຶ່ງຈຶ່ງຂຶ້ນກັບຄຸນນະພາບຂອງພະນັກງານກວດກາ. ພະນັກງານກວດກາຕ້ອງມີທັງຄວາມຮູ້, ຄວາມສາມາດ, ຄວາມກ້າຫານ, ຄວາມລະອຽດຮອບຄອບ, ຄວາມເປັນກາງ, ຄວາມຊື່ສັດ ແລະ ຢຶດໝັ້ນໃນຫຼັກການ. ຕ້ອງກ້າກວດ, ກ້າສະເໜີ, ກ້າຊີ້ໃຫ້ເຫັນບັນຫາ ບົນພື້ນຖານຫຼັກການ, ເຫດຜົນ ແລະ ຫຼັກຖານ, ບໍ່ອາໄສຄວາມຮູ້ສຶກ, ຄວາມຄຸ້ນເຄີຍ ຫຼື ຄວາມລຳອຽງສ່ວນຕົວ.
![]() |
ສະຫາຍ ສາຄອນ ພົມມະລາດ ຍັງໄດ້ເນັ້ນຕື່ມວ່າ: ຂໍໃຫ້ຖືການຮຽນຄັ້ງນີ້ ເປັນໜ້າທີ່ ແລະ ເປັນໂອກາດໃນການຍົກລະດັບຕົນເອງ. ຕັ້ງໃຈຮຽນ, ມີວິໄນ, ຕົງຕໍ່ເວລາ, ກ້າຕັ້ງບັນຫາຖາມ ແລະ ກ້າແລກປ່ຽນ, ຂໍໃຫ້ເນັ້ນການຮຽນໃຫ້ເຂົ້າໃຈ “ຫຼັກການ” ຄວບຄູ່ກັບ “ວິທີເຮັດ”. ຮູ້ລະບຽບຢ່າງດຽວບໍ່ພໍ, ແຕ່ຕ້ອງຮູ້ວິທີນຳໄປໃຊ້ໃນການກວດກາຕົວຈິງ, ຂໍໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າບັນຫາການກວດກາໃນແງ່ຂອງການປ້ອງກັນ ແລະ ການສ້າງ, ໝາຍວ່າ ຕ້ອງຊອກຫາບັນຫາເພື່ອແກ້ໄຂ, ຊອກຫາຈຸດອ່ອນເພື່ອປັບປຸງ ແລະ ຊອກຫາສາເຫດເພື່ອບໍ່ໃຫ້ບັນຫາເກີດຊ້ຳອີກ, ຂໍໃຫ້ບັນດາສະຫາຍຝຶກຝົນຮັກສາຄຸນນະທຳ, ຈັນຍາບັນຂອງຜູ້ເຮັດວຽກກວດກາຢ່າງເຂັ້ມງວດ (ຄວາມສັດຊື່, ຄວາມໂປ່ງໃສ, ຄວາມເປັນແບບຢ່າງທີ່ດີ ຂອງພະນັກງານກວດກາ), ຂໍໃຫ້ບັນດາສະຫາຍສຶກສາຮຽນຮູ້ຈາກການຝຶກອົບຮົມໃນຄັ້ງນີ້ ເພື່ອແນໃສ່ການປັບປຸງແບບແຜນ, ວິທີການ ແລະ ຄຸນນະພາບການກວດກາໃນການຈັດຕັ້ງຂອງຕົນ ໃຫ້ມີການຫັນປ່ຽນເປັນຮູບປະທຳ.
(ຂ່າວ-ພາບ: ສຳນານ)


ຄໍາເຫັນ