ຄູ-ອາຈານ ສຂຈ ໄດ້ຮັບລາງວັນຊະນະເລີດການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ

ຄູ-ອາຈານ ສຂຈ ໄດ້ຮັບລາງວັນຊະນະເລີດການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ

ຄູ-ອາຈານ ສຂຈ ໄດ້ຮັບລາງວັນຊະນະເລີດການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ
ໂດຍອີງຕາມການເຊື້ອເຊີນຂອງສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນທ່ານເຝິງກວາງຮົວ(Feng Guanghuo)ຜູ້ອໍານວຍການສະຖາບັນຂົງຈື (ສຂຈ) ຝ່າຍຈີນພ້ອມດ້ວຍທ່ານສີສະຫວາດພອນນະໄຊ, ທ່ານນາງມະນີສາຄອນທິບທິລາດຈາກ ສຂຈ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານນາງວັນພອນພັນວົງສາຈາກຫ້ອງຮຽນຂົງຈືທີ່ໂຮງຮຽນມັດທະຍົມສົມບູນວຽງຈັນແລະທ່ານນາງທອງຈັນມະນີພອນຈາກຈຸດສອນພາສາຈີນມັດທະຍົມສົມບູນຈັນສະຫວ່າງລວມທັງໝົດ5ທ່ານໄດ້ເຂົ້າຮ່ວມການແຂ່ງຂັນພາສາຈີນພາຍໃຕ້ຫົວຂໍ້“ການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ”ແຫ່ງປະເທດອາຊີຕາເວັນອອກສຽງໃຕ້ປະຈໍາປີ2025ທີ່ນະຄອນຫຼວງກົວລາລໍາເປີປະເທດມາເລເຊຍໃນລະຫວ່າງວັນທີ26-29ກັນຍາ2025, ຊຶ່ງມີສະຖາບັນຂົງຈື, ອົງກອນການສຶກສາພາສາຈີນ, ຊ່ຽວຊານ-ຜູ້ຕາງໜ້າການສຶກສາພາສາຈີນແລະຜູ້ຮ່ວມແຂ່ງຂັນລວມ32ຄົນທີ່ມາຈາກປະເທດລາວ,ໄທ, ກໍາປູເຈຍ, ມາເລເຊຍ,ຫວຽດນາມ,ອິນໂດເນເຊຍແລະຟີລິບປິນ7ປະເທດ, ງານດັ່ງກ່າວຈັດໂດຍສະຖາບັນຂົງຈືມະຫາວິທະຍາໄລມາເລເຊຍ.
ຄ-ອາຈານ ສຂຈ ໄດຮບລາງວນຊະນະເລດການແຂງຂນຄຕວແບບສອນດສອນເດນພາສາຈນ - image 1
 

ການແຂ່ງຂັນດັ່ງກ່າວໄດ້ແບ່ງອອກເປັນສອງສາຍຄື: ການສິດສອນພາສາຈີນສໍາລັບຜູ້ໃຫຍ່ ແລະ ການສອນພາສາຈີນສໍາລັບເດັກນ້ອຍ. ຜ່ານການແຂ່ງຂັນດັ່ງກ່າວຕົວແທນຄູ-ອາຈານຈາກ ສຂຈ ມະຫາວິທະຍາໄລແຫ່ງຊາດທ່ານສີສະຫວາດພອນນະໄຊສາມາດຍາດໄດ້ລາງວັນຊະນະເລີດ "ການແຂ່ງຂັນຄູຕົວແບບໃນການສອນພາສາຈີນ”ແຫ່ງປະເທດອາຊີຕາເວັນອອກສຽງໃຕ້ປະຈໍາປີ2025ແລະ ທ່ານນາງ ມະນີສາຄອນທິບທິລາດສາມາດຍາດໄດ້ລາງວັນ "ການອອກແບບການສອນດີເດັ່ນ" ໃນກຸ່ມການສອນພາສາຈີນໃຫ້ແກ່ຜູ້ໃຫຍ່ຊຶ່ງເປັນສອງລາງວັນທີ່ສໍາຄັນໃນການແຂ່ງຂັນໃນຄັ້ງນີ້ ແລະ ທ່ານນາງ ວັນພອນພັນວົງສາ, ທ່ານນາງທອງຈັນມະນີພອນ ໄດ້ຮັບລາງວັນຊົມເຊີຍດີເດັ່ນໃນປະເພດການສິດສອນພາສາຈີນສໍາລັບເດັກນ້ອຍ.

ຄ-ອາຈານ ສຂຈ ໄດຮບລາງວນຊະນະເລດການແຂງຂນຄຕວແບບສອນດສອນເດນພາສາຈນ - image 2
 

ການເຂົ້າຮ່ວມແຂ່ງຂັນຄັ້ງນີ້, ສະແດງເຖິງຄວາມຮູ້, ຄວາມສາມາດທັກສະແລະປະສິດທິພາບໃນການສິດສອນພາສາຈີນຂອງຄູ-ອາຈານຝ່າຍລາວ, ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງດ້ານວຽກງານວິຊາການກໍຄືການສິດສອນພາສາຈີນໃນສະຖາບັນຂົງຈືມຊເປັນການປະກອບສ່ວນໃນການສ້າງຜົນງານອັນໂດດເດັ່ນໃຫ້ແກ່ສະຖາບັນຂົງຈືມຊໃນລະດັບພາກພື້ນແລະສາກົນທັງເປັນເວທີໃນການແລກປ່ຽນຄວາມຮູ້ແລະປະສົບການການສອນພາສາຈີນກັບບັນດາປະເທດໃນເຂດພາກພື້ນແລະສາກົນ.

ຂ່າວ: ສຂຈ

ຄໍາເຫັນ

ຂ່າວສືກສາ-ກິລາ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ນຳໂດຍ ທ່ານ ວັນນະສັກ ຊາດຕະກຸນ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ພ້ອມ​ຄະ​ນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V ຢູ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້.
ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ຂອງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 17 ມິຖຸນານີ້ ທີ່ມະຫາວິທະຍາໄລແຫ່ງຊາດ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໂດຍມີທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກຖັງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ ພ້ອມດ້ວຍ ພາກສວ່ນກຽວຂ້ອງເຂົ້າຮ່ວມ.
ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ ເມືອງງາ ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ.
ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາສູນສອບເສັງໃນນະຄອນຫຼວງວຽງຈັນ (ນວ) ເປັນຕົ້ນແມ່ນ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ (KNC) ເມືອງຫາດຊາຍຟອງ ແລະ ໂຮງຮຽນມັດທະຍົມຕອນປາຍສົງ ໂສກປ່າຫຼວງ ເມືອງສີສັດຕະນາກ, ມີຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮອງຫົວໜ້າພະແນກ ສກ ນວ, ຮອງຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ເພີ່ມເຕີມ