ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ຄວາມເຂົ້າໃຈກ່ຽວກັບທ່າອ່ຽງເສດຖະກິດໂລກໃນເງື່ອນໄຂສະພາບການຜັນແປຂອງໂລກໃນປັດຈຸບັນ” ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ ຫ້ອງປະຊຸມ ສມປຊ, ໂດຍ ມີ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ລາວ, ມີ ນັກຊ່ຽວຊານຈາກ ປະເທດອົສຕຣາລີ, ລາວ ແລະ ພະນັກງານນໍາພາ-ຄຸ້ມຄອງ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິຊາການ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຄວາມເຂາໃຈກຽວກບທດທາງທາອຽງຂອງເສດຖະກດໂລກໃນສະພາບການປດຈບນ - image 1
 

 

ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ເປັນກອງປະຊຸມທີ່ສຳຄັນຫຼາຍ ແລະ ເປັນກອງປະຊຸມແລກປ່ຽນດ້ານວິຊາການຄັ້ງທຳອິດ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖານທູດອົສຕຣາລີ ປະຈຳລາວ, ເພື່ອຮ່ວມກັນວິເຄາະ, ເຈາະເລິກ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບທິດທາງ ແລະ ທ່າອ່ຽງຂອງເສດຖະກິດໂລກ, ເພື່ອຖອດຖອນບົດຮຽນ ແລະ ຊອກຫາແນວທາງ, ວິທີການປັບຕົວໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຂອງອົງກອນ ແລະ ປະເທດຊາດພວກເຮົາ, ສ້າງເຄືອຂ່າຍການແລກປ່ຽນຂໍ້ມູນຂ່າວສານ ແລະ ການພົວພັນຮ່ວມມື ລະຫວ່າງຜູ້ຊ່ຽວຊານ, ນັກວິຊາການ ແລະ ຜູ້ປະຕິບັດຕົວຈິງ ແລະ ຫວັງຢ່າງຍິ່ງວ່າ ບັນດາວິທະຍາກອນຜູ້ທີ່ມີຄວາມຮູ້, ມີຄວາມຊ່ຽວຊານ ແລະ ປະສົບການສູງ ຈະໄດ້ນຳເອົາຂໍ້ມູນທີ່ເປັນປະໂຫຍດມາແບ່ງປັນ. ພ້ອມດຽວກັນນັ້ນຜູ້ເຂົ້າຮ່ວມຈົ່ງພ້ອມກັນປະກອບສ່ວນສະແດງຄຳຄິດຄຳເຫັນ, ຕັ້ງຄຳຖາມເຈາະຈີ້ມຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອໃຫ້ກອງປະຊຸມຂອງພວກເຮົາຍາດໄດ້ໝາກຜົນສູງສຸດ ແລະ ຜ່ານການນຳສະເໜີບົດຄົ້ນຄວ້າ, ການສົນທະນາ ແລະ ການແລກປ່ຽນຢ່າງກວ້າງຂວາງ ກອງປະຊຸມໃນຄັ້ງນີ້ຈະໄດ້ຮັບບົດຮຽນ, ຂໍ້ສະເໜີແນະ ແລະ ມຸມມອງໃໝ່ໆທີ່ມີຄຸນຄ່າ ເພື່ອຮັບໃຊ້ວຽກງານການຄົ້ນຄວ້າ, ການຮຽນ-ການສອນ ແລະ ການວາງນະໂຍບາຍໃນອະນາຄົດ.

ຄວາມເຂາໃຈກຽວກບທດທາງທາອຽງຂອງເສດຖະກດໂລກໃນສະພາບການປດຈບນ - image 2
 

ທ່ານ ນາງ ເບັນນິຕາ ຊໍາເມີວິວ ກ່າວວ່າ: ການສຳມະນາໃນຄັ້ງນີ້ ກໍແມ່ນອີກຕົວຢ່າງໜຶ່ງຂອງການຮ່ວມມືທີ່ນັບມື້ນັບເລິກເຊິ່ງ. ໄດ້ຈັດຂຶ້ນໃນໄລຍະເວລາທີ່ມີການປ່ຽນແປງທີ່ສຳຄັນໃນສະພາບການຂອງພາກພື້ນ ແລະ ຂອງໂລກ. ປະຕິກິລິຍາລະຫວ່າງ ພູມສາດການເມືອງ ແລະ ພູມສາດເສດຖະກິດ ພວມມີຄວາມຊັດເຈນຫຼາຍຂຶ້ນ ຊຶ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງໃນທົ່ວພາກພື້ນຂອງພວກເຮົາ, ສຳລັບປະເທດຂະໜາດນ້ອຍຫາຂະໜາດກາງ ຄືກັບປະເທດລາວ ແລະ ອົສຕຣາລີ, ການປ່ຽນແປງເຫຼົ່ານີ້ໄດ້ນຳມາຊຶ່ງສິ່ງທ້າທາຍ ແລະ ກາລະໂອກາດ. ການຮັບມືກັບການແຂ່ງຂັນທາງດ້ານຍຸດທະສາດ, ການຮັກສາສະຖຽນລະພາບ ແລະ ການຊຸກຍູ້ບຸລິມະສິດການພັດທະນາແຫ່ງຊາດ ແມ່ນຮຽກຮ້ອງໃຫ້ມີການດຸ່ນດ່ຽງຢ່າງລະມັດລະວັງ, ການສ້າງນະໂຍບາຍທີ່ມີຂໍ້ມູນຄົບຖ້ວນ ແລະ ການຮ່ວມມືໃນພາກພື້ນທີ່ເຂັ້ມແຂງ, ການສຳມະນາຄັ້ງນີ້ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການເປັນຄູ່ຮ່ວມມືຂອງພວກເຮົາ ຊຶ່ງມັນໄດ້ຊ່ວຍສົ່ງເສີມການສົນທະນາແບບເປີດກວ້າງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງລະຫວ່າງສະຖາບັນ; ອົສຕຣາລີ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສົນທະນາ, ການແລກປ່ຽນຄວາມຮູ້ ແລະ ຄວາມພະຍາຍາມຂອງປະເທດລາວ ໃນການມີສ່ວນຮ່ວມຢ່າງໝັ້ນໃຈກັບການພັດທະນາໃນລະດັບພາກພື້ນ ແລະ ລະດັບໂລກ. ພວກເຮົາເຫັນຄຸນຄ່າຢ່າງຫຼວງຫຼາຍໃນການນຳເອົາບັນດາຜູ້ສ້າງນະໂຍບາຍ, ນັກວິຊາການ ແລະ ຜູ້ປະຕິບັດງານ ມາຮ່ວມກັນເພື່ອແບ່ງປັນທັດສະນະ, ສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງກວ່າເກົ່າ ແລະ ຄົ້ນຫາວິທີການຕອບສະໜອງຕົວຈິງ ຕໍ່ກັບການປ່ຽນແປງທາງດ້ານຍຸດທະສາດໃໝ່ໆທີ່ເກີດຂຶ້ນ.

ຄວາມເຂາໃຈກຽວກບທດທາງທາອຽງຂອງເສດຖະກດໂລກໃນສະພາບການປດຈບນ - image 3
 

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ