ວຽກງານພະລະສຶກສາ

ຄວາມເປັນມາງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ

ຄວາມເປັນມາງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ
ກົມພະລະ ແລະ ສິລະປະສຶກສາ ຂຽນຕົວອັກສອນຫຍໍ້ “ພປ” ເປັນກົງຈັກບໍລິຫານໃນໂຄງປະກອບການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ແລະ ຄະນະພັກກະຊວງ, ມີໜ້າທີ່ຮັບຜິດຊອບກ່ຽວກັບວຽກງານພະລະສຶກສາ,

 ສິລະປະສຶກສາ, ສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຕ້ານສິ່ງເສບຕິດໃນໂຮງຮຽນ, ໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປລາວ ສະບັບເລກທີ 61/ນຍ, ລົງວັນທີ 10 ເມສາ 1993 ໃນເວລານັ້ນ ໄດ້ໃສ່ຊື່ວ່າກົມພະລະສຶກສາ ມາຮອດປີ 1998 ກົມພະລະສຶກສາ ໄດ້ຖືກລຶບລ້າງ (ຍຸບ) ບັນດາພະນັກງານພາຍໃນກົມໄດ້ຖືກສັບຊ້ອນໄປປະຈຳຢູ່ກົມຕ່າງໆເຊັ່ນ: ກົມສ້າງຄູ, ກົມມັດທະຍົມ ແລະ ອື່ນໆ ເຖິງແນວໃດກໍຕາມມາຮອດປີ 1999 ກົມພະລະສຶກສາກໍໄດ້ຖືກສ້າງຕັ້ງຄືນໃໝ່ຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 167/ນຍ, ລົງວັນທີ 9 ກັນຍາ 1999 ໄດ້ໃສ່ຊື່ວ່າ ກົມພະລະ ແລະ ສິລະປະສຶກສາ ມີ 2 ວິທະຍາໄລຂຶ້ນກັບຄື: ວິທະຍາໄລພະລະສຶກສາ ແລະ ວິທະຍາໄລສິລະປະສຶກສາ ນັບແຕ່ປີ 1999 ເປັນຕົ້ນມາ ກົມພະລະ ແລະ ສິລະປະສຶກສາ ໄດ້ມີການປັບປຸງລະບົບການຈັດຕັ້ງພາລະບົດບາດ, ໜ້າທີ່ໃຫ້ຖືກຕ້ອງ ແລະ ເໝາະສົມຄື: ດ້ານການຮຽນ-ການສອນພະລະສຶກສາ ແລະ ສິລະປະສຶກສາ, ການສ້າງຂະບວນການແຂ່ງຂັນກິລາໃນໂຮງຮຽນ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ.

ການຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດແມ່ນໄດ້ຮັບການເຫັນດີຈາກຄະນະນໍາກະຊວງສຶກສາທິການ ແລະ ກິລາ, ໄດ້ເລີ່ມສ້າງຂະບວນການແຂ່ງຂັນກິລາເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 1999 ຄົບຮອບ 5 ປີ ແລະ ວັນຄູສາກົນ 5 ຕຸລາ 1999ເປັນຕົ້ນມາໂດຍເອີ້ນຊື່ວ່າ: ງານແຂ່ງຂັນກິລາບານເຕະມັດທະຍົມສຶກສາທົ່ວປະເທດ, ການແຂ່ງຂັນໄດ້ແບ່ງອອກເປັນ 8 ເຂດ:ເຂດ1: ມີ ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວ, ເຂດ2ມີ: ແຂວງຊຽງຂວາງ ແລະ ແຂວງຫົວພັນ, ເຂດ3ມີ: ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ເຂດ4ມີ: ເຂດພິເສດໄຊສົມບູນ ແລະ ແຂວງວຽງຈັນ, ເຂດ5ມີ: ກໍາແພງນະຄອນ ແລະ ແຂວງບໍລິຄໍາໄຊ, ເຂດ6ມີ: ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ເຂດ 7ມີ: ແຂວງຈໍາປາສັກ ແລະ ແຂວງອັດຕະປື, ເຂດ8ມີ: ແຂວງເຊກອງ ແລະ ແຂວງສາລະວັນ.

ການເຄື່ອນໄຫວແຂ່ງຂັນກິລານັກຮຽນໄລຍະຜ່ານມາການຈັດງານມະຫະກຳກິລານັກຮຽນໄດ້ມີການຈັດຕັ້ງໃຫ້ແຕ່ລະແຂວງ ມີການຜັດປ່ຽນກັນເປັນເຈົ້າພາບ 2 ປີໃດຈັດຂຶ້ນເທື່ອໜຶ່ງ ໂດຍໄດ້ຮັບການອະນຸມັດ ແລະ ສະໜອງງົບປະມານຈາກລັດຖະບານ, ມາຮອດປັດຈຸບັນນີ້ໄດ້ສໍາເລັດໄປແລ້ວ 5 ຄັ້ງ ຊຶ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ຄັ້ງທີ I ກໍາແພງນະຄອນຫຼວງວຽງຈັນ (ເປັນເຈົ້າພາບ) ເປັນການແຂ່ງຂັນກິລາປະເພດດຽວຄື: ເຕະບານຊາຍ, ນັກຮຽນມັດທະຍົມ (ມ4-ມ5 ) ຈຸດປະສົງເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 5 ປີ (7 ຕຸລາ 1994–7 ຕຸລາ 1999) ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 5-7 ຕຸລາ 1999 ຢູ່ສະໜາມກິລາແຫ່ງຊາດກໍາແພງນະຄອນຫຼວງວຽງຈັນ (ສະໜາມເຈົ້າອານຸ), ປັດຈຸບັນ, ຊຶ່ງມີນັກກິລາເຂົ້າຮ່ວມທັງໝົດ 92 ຄົນ, ເຈົ້າຂອງຫຼຽນຄຳໄດ້ແກ່ ແຂວງສາລະວັນ, ອັນດັບທີ 2 ກໍາແພງນະຄອນຫຼວງວຽງຈັນ, ອັນດັບທີ 3 ແຂວງບໍ່ແກ້ວ ແລະ ອັນດັບທີ 4 ແຂວງຫົວພັນ.

ຄັ້ງທີ IIໄດ້ຈັດຂຶ້ນຕາມກໍານົດທີ່ ແຂວງຄໍາມ່ວນ ເປັນເຈົ້າພາບ ປີ 2002, ຄະນະຮັບຜິດຊອບຈັດງານໄດ້ເອກະພາບໃສ່ຊື່ວ່າ: "ງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ" ຍ້ອນມີການແຂ່ງຂັນກິລາຫຼາຍປະເພດເພີ່ມຂຶ້ນຈຶ່ງໄດ້ໃສ່ຊື່ນີ້ຈົນມາຮອດປັດຈຸບັນ. ຜ່ານມາການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາແມ່ນໄດ້ຜັດປ່ຽນວຽນກັນເປັນເຈົ້າພາບ ເພື່ອເຮັດໃຫ້ເຍົາວະຊົນ, ນັກຮຽນ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງການແຂ່ງຂັນ ທັງເປັນການປູກຈິດສຳນຶກໃຫ້ນັກຮຽນເກີດມີແນວຄິດມັກຮັກອອກກໍາລັງກາຍ, ຮັກການຫຼິ້ນກິລາ ແລະ ຕິດພັນກັບສິລະປະສົ່ງເສີມໃຫ້ນັກຮຽນໃຊ້ເວລາວ່າງໃຫ້ເປັນປະໂຫຍດ ຫ່າງໄກຈາກສິ່ງເສບຕິດ ແລະ ອະບາຍຍະມຸກຕ່າງໆ, ທັງເປັນການລົງທຶນໃສ່ການກໍ່ສ້າງພື້ນຖານໂຄ່ງລ່າງໃຫ້ໂຮງຮຽນໄດ້ມີບ່ອນຝຶກແອບ ແລະ ຫຼິ້ນກິລາ ພາຍຫຼັງສຳເລັດການຮ່ຳຮຽນພາກທິດສະດີ.

ການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ II ທີ່ ແຂວງຄຳມ່ວນ ໄດ້ຈັດຂຶ້ນແຕ່ວັນທີ 2-10 ກຸມພາ 2002 ໄດກຳນົດເອົາ 6 ປະເພດກິລາຄື: ເຕະບານ (ຊາຍ-ຍິງ), ບານສົ່ງ (ຊາຍ-ຍິງ), ບານບ້ວງ (ຊາຍ-ຍິງ), ກະຕໍ້ (ຊາຍ-ຍິງ), ປິ່ງປ່ອງ (ຊາຍ-ຍິງ) ແລະ ແລ່ນ-ລານ (ຊາຍ-ຍິງ) ຊຶ່ງຊີງເອົາຫຼຽນທັງໝົດ 390 ຫຼຽນ (ຫຼຽນຄຳ 130 ຫຼຽນ, ຫຼຽນເງິນ 130 ຫຼຽນ ແລະ ຫຼຽນທອງ 130 ຫຼຽນ) ຊຶ່ງມີຄະນະນຳ, ຄູຝຶກ ແລະ ມີນັກກິລາເຂົ້າຮ່ວມທັງໝົດ 1,224 ຄົນ, ເຈົ້າຂອງຫຼຽນຄຳ ອັນດັບທີ 1 ນະຄອນຫຼວງວຽງຈັນ, ອັນດັບທີ 2 ແຂວງສະຫວັນນະເຂດ ແລະ ອັນດັບທີ 3 ແຂວງຄຳມ່ວນ.

-ຄັ້ງທີIIIທີ່ແຂວງຫຼວງພະບາງ(ເປັນເຈົ້າພາບ) ໄດ້ຈັດຂຶ້ນແຕ່ວັນທີ 10-18 ມີນາ 2007 ມີທັງໝົດ 10 ປະເພດກິລາຄື: ເຕະບານ (ຊາຍ-ຍິງ), ບານສົ່ງໃນຮົ່ມ-ຫາດຊາຍ(ຊ-ຍ), ບານບ້ວງ(ຊ-ຍ), ກະຕໍ້(ຊ-ຍ),ປິ່ງປ່ອງ(ຊ-ຍ), ດອກປີກໄກ່ (ຊ-ຍ),ໝາກຂ່າງ (ຊ), ໜ້າເກັກ (ຊ), ເປຕັງ (ຊ-ຍ), ແລະ ແລ່ນ-ລານ (ຊ-ຍ) ຊຶ່ງຊີງເອົາຫຼຽນທັງໝົດ 147 ຫຼຽນ (ຫຼຽນຄຳ 49 ຫຼຽນ, ຫຼຽນເງິນ 49 ຫຼຽນ ແລະ ຫຼຽນທອງ 49 ຫຼຽນ)ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 2,356 ຄົນຍິງ 507 ຄົນ. , ເຈົ້າຂອງຫຼຽນຄຳ ອັນດັບທີ 1 ນະຄອນຫຼວງວຽງຈັນ, ອັນດັບທີ 2ແຂວງຫຼວງພະບາງ ແລະ ອັນດັບທີ 3 ແຂວງບໍລິຄຳໄຊ.

- ຄັ້ງທີIV ທີ່ ແຂວງສະຫວັນະເຂດ (ເປັນເຈົ້າພາບ) ຊຶ່ງແມ່ນ ໄດ້ຈັດຂຶ້ນແຕ່ວັນທີ 1-9 ເມສາ 20011ມີທັງໝົດ 11 ປະເພດກິລາຄື: ເຕະບານ(ຊາຍ-ຍິງ), ບານສົ່ງໃນຮົ່ມ-ຫາດຊາຍ(ຊ-ຍ), ບານບ້ວງ(ຊ-ຍ), ກະຕໍ້ (ຊ-ຍ), ປິ່ງປ່ອງ(ຊ-ຍ), ດອກປີກໄກ່(ຊ-ຍ),ໝາກຂ່າງ (ຊ), ໜ້າເກັກ (ຊ), ເປຕັງ (ຊ-ຍ), ເທັກຄວັນໂດ (ຊ-ຍ)ແລະ ແລ່ນ-ລານ(ຊ-ຍ) ຊຶ່ງຊີງເອົາຫຼຽນທັງໝົດ 319 ຫຼຽນ (ຫຼຽນຄຳ 98 ຫຼຽນ, ຫຼຽນເງິນ 99 ຫຼຽນ ແລະ ຫຼຽນທອງ 124 ຫຼຽນ)ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 2,356 ຄົນ ຍິງ 1,045 ຄົນ, ເຈົ້າຂອງຫຼຽນຄຳ ອັນດັບ 1 ນະຄອນຫຼວງວຽງຈັນ, ອັນດັບທີ 2 ແຂວງສະຫວັນນະເຂດ ແລະ ອັນດັບທີ 3 ແຂວງຈຳປາສັກ.

- ຄັ້ງທີ V ທີ່ ແຂວງຈຳປາສັກ (ເປັນເຈົ້າພາບ) ໄດ້ຈັດຂຶ້ນແຕ່ວັນທີ 13-22 ກຸມພາ 2014 ມີທັງໝົດ 13 ປະເພດກິລາຄື: ເຕະບານ(ຊາຍ-ຍິງ), ບານສົ່ງໃນຮົ່ມ-ຫາດຊາຍ(ຊ-ຍ), ບານບ້ວງ(ຊ-ຍ), ກະຕໍ້ (ຊ-ຍ), ປິ່ງປ່ອງ(ຊ-ຍ), ດອກປີກໄກ່(ຊ-ຍ),ໝາກຂ່າງ (ຊ), ໜ້າເກັກ (ຊ), ເປຕັງ (ຊ-ຍ), ເທັກຄວັນໂດ(ຊ-ຍ)ແລະ ແລ່ນ-ລານ(ຊ-ຍ), ເທັນນິດ (ຊ-ຍ), ໝາກເສີກ (ຊ-ຍ) ຊຶ່ງຊີງເອົາຫຼຽນທັງໝົດ 423 ຫຼຽນ (ຫຼຽນຄຳ 123 ຫຼຽນ, ຫຼຽນເງິນ 123 ຫຼຽນ ແລະ ຫຼຽນທອງ 177 ຫຼຽນ) ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 2,720 ຄົນ ຍິງ 1,045 ຄົນ ເຈົ້າຂອງຫຼຽນຄຳ ອັນດັບ 1 ນະຄອນຫຼວງວຽງຈັນ, ອັນດັບທີ 2 ແຂວງສະຫວັນນະເຂດ ແລະ ອັນດັບທີ 3 ແຂວງ ຈຳປາສັກ.

- ຄັ້ງທີ VI ທີ່ ແຂວງບໍລິຄໍາໄຊ(ເປັນເຈົ້າພາບ) ໄດ້ຈັດຂຶ້ນແຕ່ວັນທີ 1-9 ກຸມພາ 2017 ມີທັງໝົດ 13 ປະເພດກິລາຄື:ເຕະບານ(ຊາຍ-ຍິງ), ບານສົ່ງໃນຮົ່ມ-ຫາດຊາຍ(ຊ-ຍ), ບານບ້ວງ(ຊ-ຍ), ກະຕໍ້ (ຊ-ຍ), ປິ່ງປ່ອງ(ຊ-ຍ), ດອກປີກໄກ່(ຊ-ຍ),ໝາກຂ່າງ (ຊ), ໜ້າເກັກ (ຊ), ເປຕັງ (ຊ-ຍ), ເທັກຄວັນໂດ( ຊ-ຍ )ແລະ ແລ່ນ-ລານ(ຊ-ຍ), ໝາກເສີກ (ຊ-ຍ) ຊຶ່ງຊີງເອົາຫຼຽນທັງໝົດ 428 ຫຼຽນ (ຫຼຽນຄຳ 126 ຫຼຽນ, ຫຼຽນເງິນ 126 ຫຼຽນ ແລະ ຫຼຽນທອງ 176 ຫຼຽນ)ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 3,126 ຄົນ, ເຈົ້າຂອງຫຼຽນຄຳ ອັນດັບ 1 ນະຄອນຫຼວງວຽງຈັນ, ອັນດັບທີ 2 ແຂວງສະຫວັນນະເຂດ ແລະ ອັນດັບທີ 3 ແຂວງບໍລິຄໍາໄຊ.

- ຄັ້ງທີ VII ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ນີ້ ພາຍໃຕ້ຄໍາຂວັນ “ສາມັກຄີ ມີວິໄນ ສາລະວັນ ກ້າວໄປ”ຊຶ່ງໄດ້ກໍານົດ 12 ປະເພດກິລາ ປະກອບມີ: ແລ່ນ-ລານ, ບານເຕະ, ບານສົ່ງໃນຮົ່ມ/ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ, ໝາກເສິກ ແລະ ເທຄວັນໂດ .

ພ້ອມນັ້ນ, ແຂວງ ສາລະວັນ ເຫັນດີຮັບຮອງເອົາໂຕຊ້າງເປັນສັດນໍາໂຊກ.

(ຂ່າວ:ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ