ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ
ໃນວັນທີ 2 ມັງກອນ ຜ່ານມານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ:

 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນເຫດການທາງປະຫວັດສາດສໍາຄັນຂອງພັກ ແລະ ຂອງຊາດ, ມີຄວາມໝາຍສຳຄັນພິເສດ, ກອງປະຊຸມໃຫຍ່ເປັນອົງການນຳພາສູງສຸດຂອງພັກ, ຕັດສິນບັນຫາຍຸດທະສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະນາປະເທດຊາດໃນແຕ່ລະໄລຍະ.

ກອງປະຊຸມຈະໄດ້ເລືອກເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ເພື່ອມາປະຕິບັດເຈດຈຳນົງ, ຄວາມມຸ່ງຫວັງ, ກຳລັງແຮງຄວາມສາມັກຄີຂອງທົ່ວພັກ, ທົ່ວປວງຊົນ, ກອງປະຊຸມໃຫຍ່ມີຄວາມໝາຍທາງການເມືອງ-ສັງຄົມທີ່ເລິກເຊິ່ງ ເປັນການສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະ ເຊີດຊູບົດບາດການນຳພາຂອງພັກ, ສະທ້ອນໃຫ້ເຫັນເຖິງການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ; ກອງປະຊຸມຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກ ແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ກອງປະຊຸມໃນຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນຄື:ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສໍາຄັນອື່ນໆ. ບັນດາເອກະສານສໍາຄັນດັ່ງກ່າວ ແມ່ນເປັນການກໍານົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດ, ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະຊາຊົນໄດ້ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ.

ສະຫາຍ ຄໍາພັນ ເຜີຍຍະວົງ ໃຫ້ຮູ້ຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນຄັ້ງນີ້ ມີລັກສະນະຄ້າຍໆຄືຜ່ານໆມາ, ແຕ່ພິເສດໃນຄັ້ງນີ້ ແມ່ນພວກເຮົາຈະໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ພາຍຫຼັງ 50 ກວ່າປີທີ່ພັກ ບໍ່ໄດ້ມີໂຄງການການເມືອງ ແຕ່ນຳພາດ້ວຍການວາງແນວທາງໃນແຕ່ລະສະໄໝກອງປະຊຸມ. ໃນໂຄງການການເມືອງເທື່ອນີ້ ພວກເຮົາກຳນົດແຈ້ງທິດທາງ, ຈຸດໝາຍ ແລະ 11 ນະໂຍບາຍໃຫຍ່. ພິເສດໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຊາດ ຮອດປີ 2055 ເມື່ອວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາ ເປັນປະເທດພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ. ຄວາມຄາດຫວັງກອງປະຊຸມໃຫຍ່ຄັ້ງນີ້, ແມ່ນສະແດງອອກກວມລວມຫຼາຍດ້ານ: ດ້ານການເມືອງ ແມ່ນເຮັດໃຫ້ມະຕິຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ເປັນຮູບປະທຳ, ເຮັດໃຫ້ບົດບາດການນຳພາມີຄວາມເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ປະຊາຊົນພົນລະເມືອງໄດ້ຮັບການຍົກສູງລະດັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ; ດ້ານເສດຖະກິດ: ແມ່ນຍົກສູງຈິດໃຈຄວາມມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ. ຢາກບັນລຸໄດ້ຄືແນວນັ້ນ, ໃນແຜນພັດທະນາຈຶ່ງໄດ້ວາງ 6 ເປົ້າໝາຍສຳຄັນ; ໃນນີ້, ເປົ້າໝາຍທີ່ໜຶ່ງແມ່ນສຸມໃສ່ພັດທະນາເສດຖະກິດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ດ້ວຍການຊຸກຍູ້ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ແລະ ຍືນຍົງ; ສ້າງເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ; ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ຂະໜາດກາງ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ພັດທະນາວິສາຫະກິດຂອງລັດ, ເສດຖະກິດລວມໝູ່ຂອງປະຊາຊົນໃຫ້ມີປະສິດທິຜົນສູງ.

ນອກຈາກນັ້ນ, ພວກເຮົາຈະໄດ້ສຸມໃສ່ວຽກງານສຳຄັນຈຳນວນໜຶ່ງຕື່ມອີກຄື: ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ຄວາມທຸກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ. ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ;ຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ. ຄວາມມຸ່ງຫວັງທັງໝົດນີ້, ສະແດງອອກເຖິງມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍຂອງທົ່ວພັກ, ໃນການພັດທະນາປະເທດຊາດ ໃຫ້ເປັນຮູບປະທໍາ ສ້າງພື້ນຖານອັນໜັກແໜ້ນໃຫ້ການສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ.

(ຂ່າວ-ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຜ່ານການຕິດຕາມ ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໃນຂົງເຂດວິສາຫະກິດລັດ ເຫັນວ່າມີບາງບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກຳໄລ ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນລວມເປັນເງິນ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂຍັງຄ້າງ 202.56 ຕື້ກີບ.
ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ເພີ່ມເຕີມ