ຂ່າວລະບຸວ່າ: ດັດຊະນີຄວາມເຊື້ອໝັ້ນຂອງຜູ້ບໍລິໂພກ (CCSI) ຢູ່ທີ່ 106.8 ໃນເດືອນກໍລະກົດ, ເພີ່ມຂຶ້ນ 0.2 ຈຸດຈາກເດືອນມິຖຸນາ.
ດັດຊະນີດັ່ງກ່າວໄດ້ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນນັບຕັ້ງແຕ່ເດືອນພຶດສະພາ ແລະ ຍັງຄົງສູງກວ່າ 100 ຕະຫຼອດສາມເດືອນດັ່ງກ່າວ. ໂດຍດັດຊະນີທີ່ສູງກວ່າ 100 ຊີ້ບອກວ່າຜູ້ບໍລິໂພກທີ່ມີທັດສະນະໃນທາງບວກຕໍ່ເສດຖະກິດຫຼາຍກວ່າຜູ້ທີ່ມີທັດສະນະທາງລົບ.
ສຳລັບດັດຊະນີຍ່ອຍ, ດັດຊະນີສະພາບເສດຖະກິດໃນປັດຈຸບັນຢູ່ທີ່ລະດັບ 84 ໃນເດືອນກໍລະກົດ, ຫຼຸດລົງ 2 ຈຸດຈາກເດືອນກ່ອນ, ໃນຂະນະທີ່ດັດຊະນີທ່າອ່ຽງເສດຖະກິດໃນອະນາຄົດຍັງຄົງບໍ່ປ່ຽນແປງ ຢູ່ທີ່ 92.
ທະນາຄານກາງລະບຸວ່າ: ເຖິງວ່າຈະມີອັດຕາເງິນເຟີ້ເພີ່ມຂຶ້ນ ແລະ ຄວາມຜັນຜວນຂອງຕະຫຼາດຫຼັກຊັບ, ແຕ່ການສົ່ງອອກທີ່ເຂັ້ມແຂງແມ່ນຂັບເຄື່ອນໂດຍອຸດສາຫະກຳຊິບ, ພ້ອມກັບແຜນການລົງທຶນພາຍໃນປະເທດຂະໜາດໃຫຍ່ ແລະ ຄວາມຄາດຫວັງຂອງລາຍໄດ້ທີ່ເພີ່ມຂຶ້ນ ໄດ້ຊ່ວຍເພີ່ມຄວາມໝັ້ນໃຈຂອງຜູ້ບໍລິໂພກເປັນເດືອນທີສາມຕິດຕໍ່ກັນ.
ກ່ອນໜ້ານີ້, ບໍລິສັດເຕັກໂນໂລຊີຂະໜາດໃຫຍ່ເຊັ່ນ: Samsung Electronics Co. ແລະ SK Hynix Inc. ໄດ້ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອແນໃສ່ຂະຫຍາຍກຳລັງການຜະລິດຊິບໜ່ວຍຄວາມຈຳ ແລະ ຮອງຮັບຄວາມຕ້ອງການທີ່ກຳລັງເພີ່ມຂຶ້ນຢ່າງໄວວາ.
ຄໍາເຫັນ