ຂຸນກອງແລງແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດ ກຽມພ້ອມຕ້ອນຮັບປີທ່ອງທ່ຽວລາວ 2024

ຂຸນກອງແລງແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດ ກຽມພ້ອມຕ້ອນຮັບປີທ່ອງທ່ຽວລາວ 2024
ຂຸນກອງແລງແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດ ກຽມພ້ອມເປີດໃຫ້ບໍລິການຕ້ອນຮັບປີທ່ອງທ່ຽວ ລາວ 2024 ທີ່ຈະມາເຖິງນີ້, ຂຸນກອງແລງຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ເມື່ອເດີນທາງອອກ ຈາກເທສະບານແຂວງຄຳມ່ວນ ແລ້ວໄປຕາມເສັ້ນທາງເລກທີ 13 ໃຕ້ຂຶ້ນໄປທາງນະຄອນຫຼວງວຽງຈັນ ຮອດ ບ້ານຫ້ວຍແອກ (ໄລຍະທາງເລີ່ມຈາກທ່າແຂກຮອດບ້ານຫ້ວຍແອກປະມານ 35 ກິໂລແມັດ) ແລ້ວລ້ຽວຂວາເຂົ້າ ໄປຫາຂຸນກອງແລງປະມານ 20 ກິໂລແມັດ (ລວມໄລຍະທາງແຕ່ທ່າແຂກຫາຂຸນກອງແລງປະມານ 55 ກິໂລ ແມັດ) ຊຶ່ງເປັນແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດຍືນຍົງ ແລະ ສີຂຽວ ໂດຍການມີສ່ວນຮ່ວມຂອງປະຊາ ຊົນ ໄດ້ຮັບການສຳປະທານ ແລະ ພັດທະນາໂດຍບໍລິສັດອິນທຣາໂຄໂປເຣຊັ່ນ ຈຳກັດຜູ້ດຽວ ຊຶ່ງລວມມີຫຼາຍ ກິດຈະກຳການທ່ອງທ່ຽວໂດຍສະເພາະໂຮງແຮມ, ລີສອດ, ຮ້ານອາຫານ, ສູນບໍລິການທ່ອງທ່ຽວ, ມີກິດຈະກຳ ທີ່ຕິດພັນກັບທຳມະຊາດ (Green Adventures), ສູນສົ່ງເສີມ ແລະ ພັດທະນາການຜະລິດສິນຄ້າ, ສູນຈຳ ໜ່າຍສິນຄ້າຂອງທີ່ລະນຶກຈາກສີມືຂອງພໍ່ແມ່ປະຊາຊົນ (ODOP) ແລະ ອື່ນໆ. 
    ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທຣາໂຄໂປເຣຊັ່ນຈຳກັດຜູ້ດຽວ ໄດ້ໃຫ້ສຳພາດກ່ຽວກັບ  ຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຍ້ອນຄວາມມັກຮັກໃນທຳມະ ຊາດ, ມັກການທ່ອງທ່ຽວແບບພະຈົນໄພ, ຍ້ອນເຫັນໄດ້ສັກກະຍະພາບຂອງແຂວງຄຳມ່ວນ ກໍຄືເມືອງຫີນບູນ ໂດຍສະເພາະແມ່ນຂຸນກອງແລງທີ່ມີຊື່ສຽງໂດ່ງດັງມາໄດ້ຫຼາຍສິບປີ ແຕ່ຍັງບໍ່ໄດ້ຮັບການພັດທະນາທາງບໍລິສັດ ຈຶ່ງໄດ້ປຶກສາຫາລືກັບການນຳຂອງແຂວງ, ເມືອງ ແລະ ໄດ້ຂໍອະນຸຍາດສຶກສາສຳຫຼວດຄວາມເປັນໄປໄດ້ ເພື່ອ ພັດທະນາ ພ້ອມທັງສຶກສາຜົນກະທົບຕໍ່ສິ່ງແວດລ້ອມໃນປີ 2018 ໂດຍໃຊ້ເວລາສຶກສາສຳຫຼວດເກືອບ 1 ປີ  ແລະ ໄດ້ຮັບການອະນຸມັດເຊັນສັນຍາສຳປະທານໃນປີ 2019 ຈາກນັ້ນໄດ້ເລີ່ມລົງມືບຸກເບີກ, ກໍ່ສ້າງພື້ນຖານ ໂຄງລ່າງເປັນຕົ້ນ ການກໍ່ສ້າງຕາຝັາງເຈື່ອນ, ປູກປ່າຄືນໃໝ່, ດັດປັບທັດສະນິຍະພາບ, ສ້າງສິ່ງອຳນວຍຄວາມ ສະດວກ, ທີ່ພັກອາໃສ ໃຊ້ເວລາພັດທະນາມາໄດ້ປີກວ່າໆ ກໍປະສົບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ສາມາດດຳເນີນຕໍ່ໄປໄດ້. ພາຍຫຼັງຜ່ານວິກິດການດັ່ງກ່າວແລ້ວ ຈຶ່ງໄດ້ກັບມາພັດທະນາໂຄງການຕໍ່ ແລະ ໄດ້ປັບປຸງກິດຈະການຕ່າງໆໃຫ້ສົມບູນ ບໍ່ວ່າຈະເປັນກິດຈະກຳທີ່ຕິດພັນກັບທຳມະຊາດ ແລະ ແບບພະຈົນໄພ ເປັນຕົ້ນ ສູນບໍລິການນັກທ່ອງທ່ຽວ (Clup House), ບ່ອນຈອດລົດ, ລີສອດ (ເຮືອນແຄັບຊູນແບບທັນສະໄໝ, ເຮືອນໄມ້ໄຜ່, ເຮືອນຊົງລາວ), ສວນອາຫານ, ຮ້ານຂາຍເຄື່ອງຂອງທີ່ລະນຶກ, ຖະໜົນຄົນຍ່າງ, ເຮືອນພັກຕາກ ອາກາດ, ສູນຮັກສາສຸຂະພາບ, ສວນນໍ້າ, ຈຸດຊົມວິວ, ພາຍເຮືອກາຍັກ, ຂີ່ລົດ ATV, ຊິບລາຍ, ປີນຜາ ແລະ ອື່ນໆ. ມາຮອດປັດຈຸບັນໂຄງການແມ່ນມີຄວາມຄືບໜ້າປະມານ 70-80% ແລະ ຄາດວ່າຈະເປີດໃຫ້ບໍລິການ ກ່ອນປີໃໝ່ລາວ 2024 ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທັງແບບເປັນກຣູບ ທົວ ແລະ ນັກທ່ອງທ່ຽວທົ່ວໄປ ຊຶ່ງຈະມີການບໍລິການນັກທ່ອງທ່ຽວທີ່ມາພັກພາອາໃສ, ສຳຜັດກັບທຳມະຊາດທີ່ ມີຄວາມສົດຊື່ນ ແລະ ຄວາມສວຍງາມຂອງພູຫີນປູນລວມມີຫຼາຍກວ່າ 30 ກິດຈະກຳ ທີ່ຕິດພັນກັບການທ່ອງ ທ່ຽວແບບອະນຸລັກປົກປັກຮັກສາທຳມະຊາດໂດຍປະຊາຊົນມີສ່ວນຮ່ວມ, ປະຊາຊົນຈະເປັນຜູ້ໃຫ້ບໍລິການ. ນອກນີ້ ກໍຈະໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນມີການຮ່ວມມື ເພື່ອຮັບປະກັນດ້ານການຜະລິດສະບຽງອາຫານ ພືດ, ຜັກ, ຊີ້ນ, ປາ ແລະ ຜະລິດຕະພັນຕ່າງໆ ເພື່ອສະໜອງໃຫ້ແກ່ໂຄງການ ແລະ ຮ່ວມກັນພັດທະນາ ສິນຄ້າເພື່ອຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວ. 
    ທ່ານ ພັນທະຈິດ ອິນທິລາດ ກ່າວຕື່ມວ່າ: ໃນເຂດໂຄງການແຫຼ່ງທ່ອງທ່ຽວຂຸນກອງແລງລວມມີທີ່ພັກ ທັງແບບທັນສະໄໝ ແລະ ແບບເຮືອນຊົງລາວຈຳນວນ 100 ກວ່າຫ້ອງ, ສາມາດຮອງຮັບນັກທ່ອງທ່ຽວທີ່ເຂົ້າ ມາພັກຄ້າງຄືນໄດ້ປະມານ 200 ກວ່າຄົນຕໍ່ຄືນ. ນອກນີ້ຍັງມີກິດຈະກຳທີ່ຫຼາກຫຼາຍ, ມີສະຖານທີ່ກວ້າງຂວາງ ສາມາດຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມໄດ້ບໍ່ຕໍ່າກວ່າ 1.000 ຄົນຕໍ່ວັນ. ຄຽງຄູ່ກັບການຕ້ອນຮັບແຂກທີ່ເຂົ້າມາ ທ່ຽວຊົມແລ້ວ ທາງໂຄງການຍັງມີຄວາມຕ້ອງການພະນັກງານທີ່ຈະເຂົ້າມາເຮັດວຽກບໍລິການປະມານ 100-200 ຄົນ ໂດຍຈະເນັ້ນໃຫ້ລູກຫຼານພໍ່ແມ່ປະຊາຊົນໃນເຂດໃກ້ຄຽງ ໄດ້ເຂົ້າມາປະກອບສ່ວນເພື່ອສ້າງວຽກເຮັດງານທຳ, ມີລາຍຮັບທີ່ໝັ້ນຄົງ ໂດຍທາງໂຄງການຈະມີການຝຶກອົບຮົມດ້ານການບໍລິການຕ່າງໆເພື່ອສ້າງຄວາມສາມາດ ແລະ ຮ່ວມກັນເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ.
ໃນໂອກາດນີ້, ທ່ານປະທານບໍລິສັດອິນທຣາໂຄໂປເຣຊັ່ນ ຍັງໄດ້ສະເໜີຕໍ່ການຈັດຕັ້ງຂັ້ນເທິງຊ່ວຍຄົ້ນ ຄວ້າກ່ຽວກັບບັນຫານິຕິກຳ ແລະ ການອະນຸຍາດນໍາໃຊ້ທີ່ດິນໃນເຂດສຳປະທານທີ່ຍັງເປັນບັນຫາຢູ່ໃນປັດຈຸບັນ ເພື່ອຮັບປະກັນເຮັດໃຫ້ແຫຼ່ງທ່ອງທ່ຽວຂຸນກອງແລງ ໄດ້ມີເງື່ອນໄຂເປີດໃຫ້ບໍລິການແກ່ນັກທ່ອງທ່ຽວທັນຕາມກຳ ນົດເວລາ ແລະ ຕາມເປົ້າໝາຍທີ່ແຂວງໄດ້ກຳນົດໃຫ້ເປັນແຫຼ່ງທ່ອງທ່ຽວເປີດໃໝ່ ເພື່ອຮອງຮັບໃຫ້ແກ່ການເປີດ ປີທ່ອງທ່ຽວລາວ 2024. ພ້ອມນີ້ຂໍເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມ ສຳຜັດກັບຄວາມສວຍງາມຂອງທຳມະຊາດ ແລະ ຮັບຮູ້ເຖິງການພັດທະນາ, ການໃຫ້ບໍລິການໂດຍປະຊາຊົນມີ ສ່ວນຮ່ວມເພື່ອຄວາມຍືນຍົງ.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ