ຄູເປັນຜູ້ຫຼໍ່ຫຼອມໃຫ້ຄົນມີຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ

ຄູເປັນຜູ້ຫຼໍ່ຫຼອມໃຫ້ຄົນມີຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ
ຄູຄືບຸກຄົນທີ່ມີກຽດ ຄວນຍົກສູງຈາລຶກບຸນຄຸນ ແລະ ຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງຄູ, ຄູເປັນຜູ້ຫຼໍ່ຫຼອມໃຫ້ຄົນມີຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ. ເນື່ອງໃນໂອກາດວັນຄູແຫ່ງຊາດວັນທີ 7 ຕຸລາ ຄົບຮອບ 29 ປີທີ່ໃກ້ຈະມາເຖິງນີ້,ທ່ານນາງ ເອລາວັນ ນິຕິພົງຮອງຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນສາທິດ (ມ.ສ ສາທິດ) ຮັບຜິດຊອບໜ່ວຍງານວິຊາການໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 4 ຕຸລານີ້ວ່າ: ຄຳວ່າຄູໝາຍເຖິງຄົນທີ່ມີຄວາມຮູ້, ມີປະສົບການ, ມີບົດຮຽນ, ມີຈະລິຍະທໍາ, ມີຄຸນນະທໍາສາມາດຖ່າຍທອດຄວາມຮູ້ໄປສູ່ຜູ້ບໍ່ຮູ້ເອີ້ນວ່າ: ການສອນ ແລະ ການຮຽນ. ສະນັ້ນ, ຄູຈຶ່ງເປັນບຸກຄົນທີ່ມີຄວາມໝາຍ-ຄວາມສໍາຄັນປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມເຂັ້ມແຂງຈະເລີນຮຸ່ງເຮືອງກ້າວໜ້າ.
    ທ່ານນາງ ເອລາວັນ ນິຕິພົງ ກ່າວໃຫ້ຮູ້ວ່າ: ໃນສົກຮຽນ 2023-2024 ໂຮງຮຽນ ມ.ສ ສາທິດມີຄູທັງໝົດ 49ຄົນ ຍິງ38ຄົນ, ມີຄູລັດ 41 ຄົນ ຍິງ34ຄົນ, ມີພະນັກງານບໍລິຫານ 2 ຄົນ, ຄູອາສາ6 ຄົນຍິງ 4ຄົນ, ມີນັກຮຽນທັງໝົດ 2.315 ຄົນຍິງ 1.169ຄົນ. ໃນສົກຮຽນຜ່ານມາ, ການຈັດຕັ້ງການຮຽນ-ການສອນຂອງຄູມີຜົນງານພົ້ນເດັ່ນຫຼາຍດ້ານຊຶ່ງຄູທຸກຄົນລ້ວນເປັນຜູ້ທີ່ມີຄວາມຮູ້ ມີປະສົບການໃນການສອນມາຫຼາຍປີ. ສະແດງອອກດ້ານຜົນງານ ໄດ້ນໍາພານັກຮຽນເຂົ້າແຂ່ງຂັນເລກປິດສະໜາ (ຄະນິດຄິດໄວ) ຊຶ່ງໄດ້ຮັບລາງວັນປະເພດທີ II, ຜ່ານການສອນຕົວຈິງນັກຮຽນຫຼາຍຄົນສາມາດສອບເສັງເຂົ້າຮຽນຢູ່ໂຮງຮຽນພອນສະຫວັນຊົນເຜົ່າ, ໂຮງຮຽນ ມ.ສ ວຽງຈັນ, ພິເສດໃນສົກຮຽນຜ່ານມາ, ນັກຮຽນຂັ້ນ ມ.4 ແລະ ມ.7 ສາມາດສອບເສັງໄດ້ 100%. ນອກນັ້ນ, ນັກຮຽນທີ່ຮຽນຈົບມ.7 ສາມາດສອບເສັງຄັດເລືອກເຂົ້າຮຽນວິຊາຊີບຕ່າງໆໄດ້ຫຼາຍກວ່າ70% ຂຶ້ນໄປ.
ທ່ານຮອງຜູ້ອໍານວຍການໂຮງຮຽນ ກ່າວໃຫ້ຮູ້ອີກວ່າ: ໃນສະພາບເສດຖະກິດປັດຈຸບັນ,ທາງໂຮງຮຽນມີສິ່ງທ້າທາຍຫຼາຍດ້ານເປັນຕົ້ນ ດ້ານການຮຽນ-ການສອນຈໍານວນຄູສອນຫຼຸດລົງ, ນັກຮຽນມີຈຳນວນເພີ່ມຂຶ້ນໃນແຕ່ລະປີ ຍ້ອນວ່າໃນທຸກໆສົກຮຽນຄູຮັບອຸດໜູນບໍານານ ແລະ ຜູ້ປົກຄອງມີຄວາມຕ້ອງການ(ຈໍາເປັນ)ຍົກຍ້າຍລູກຫຼານເຂົ້າມາຮຽນມີຈໍານວນຫຼາຍຂຶ້ນ ເຮັດໃຫ້ຫ້ອງຮຽນແອອັດ, ການຄຸ້ມຄອງນັກຮຽນບໍ່ທົ່ວເຖິງ, ອຸປະກອນຮັບໃຊ້ການຮຽນ-ການສອນ ໂດຍສະເພາະຄອມພິວເຕີຍັງມີໜ້ອຍ, ບໍ່ມີຫ້ອງທົດລອງ, ສະພາບແວດລ້ອມຂອງໂຮງຮຽນຍັງມີຂໍ້ຈໍາກັດຫຼາຍຢ່າງ. 
ສໍາລັບແຜນພັດທະນາໂຮງຮຽນໃນຕໍ່ໜ້າຈະເລັ່ງໃສ່ແກ້ໄຂ 2ບັນຫາຄື: ຄູອາສາສະໝັກ-ສັນຍາຈ້າງ ໂດຍການເພີ່ມນະໂຍບາຍເງິນອຸດໜູນຊ່ວຍຄູ (ຜ່ານການປະເມີນ), ປັບປຸງດ້ານສະພາບແວດລ້ອມໂຮງຮຽນໃຫ້ໜ້າຢູ່ເພື່ອດຶງດູດນັກຮຽນໃຫ້ມາໂຮງຮຽນໃຫ້ຫຼາຍຂຶ້ນ ເພື່ອສ້າງນັກຮຽນໃຫ້ມີຄວາມຮູ້ ເປັນໜໍ່ແໜງທີ່ສຳຄັນໃຫ້ແກ່ປະເທດຊາດ.

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ເພີ່ມເຕີມ