ຄູເປັນຜູ້ຖ່າຍທອດຄວາມຮູ້ໃຫ້ນັກຮຽນຈົນປະສົບຜົນສຳເລັດ

ຄູເປັນຜູ້ຖ່າຍທອດຄວາມຮູ້ໃຫ້ນັກຮຽນຈົນປະສົບຜົນສຳເລັດ
ໂດຍ: ບຸນຕອມ
ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 29 ປີທີ່ຈະໝູນວຽນມາເຖິງນີ້, ທ່ານນາງ ບົວວັນ ສີດາລາ ຜູ້ອຳນວຍການໂຮງຮຽນອະນຸບານສີດາລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ຕຸລານີ້ວ່າ:ຄູປຽບເໝືອນແມ່ພິມຂອງຊາດ ຄູເປັນຜູ້ທີ່ຖ່າຍທອດຄວາມຮູ້ໃຫ້ນັກຮຽນຈົນປະສົບຜົນສຳເລັດ, ອາຊີບຄູຫຼືຄຳວ່າຄູເປັນອາຊີບໜຶ່ງທີ່ມີກຽດ, ຄູເປັນຜູ້ທີ່ເສຍສະຫຼະນໍາເອົາຄວາມຮູ້ທີ່ຕົນເອງມີຖ່າຍທອດໃຫ້ແກ່ນັກຮຽນຈົນປະສົບຜົນສຳເລັດ, ຄູຍັງປຽບເໝືອນພໍ່ແມ່ຜູ້ທີ່ສອງຂອງນັກຮຽນ ເປັນພໍ່ພິມ-ແມ່ພິມຂອງຊາດທີ່ບົ່ມສອນນັກຮຽນໃຫ້ມີຄວາມຮູ້-ຄວາມສາມາດກ້າສະແດງອອກ ແລະ ມີອະນາຄົດທີ່ດີ. ບາງຄົນກໍປຽບຄູສະເໝືອນກັບນັກວິຈິດສິນທີ່ແຕ້ມສີລົງໄປໃນເຈ້ຍຂາວ ເຮັດໃຫ້ເຈ້ຍຂາວແຜ່ນນັ້ນມີຄວາມສວຍສົດງົດງາມດ້ວຍນໍ້າສີທີ່ມີຄຸນນະພາບ ກໍຄືການເບິ່ງແຍງເອົາໃຈໃສ່ຂອງຄູທີ່ມີຕໍ່ນັກຮຽນ. 
ທ່ານນາງ ບົວວັນ ສີດາລາ ກ່າວໃຫ້ຮູ້ອີກວ່າ: ປັດຈຸບັນໂຮງຮຽນມີພະນັກງານ-ຄູທັງໝົດ 7 ຄົນ ຊຶ່ງຄູທັງໝົດລ້ວນແຕ່ມີບົດບາດສຳຄັນ ປະກອບສ່ວນເຂົ້າໃນການສິດສອນ ເປົ້າໝາຍເພື່ອສ້າງນັກຮຽນໃຫ້ກາຍເປັນໜໍ່ແໜງທີ່ສຳຄັນຂອງຊາດ ຊຶ່ງລ້ວນແລ້ວແຕ່ມີຈຸດໂດດເດັ່ນທີ່ແຕກຕ່າງກັນ. ໃນສົກຮຽນ 2023-2024 ມີນັກຮຽນທັງໝົດ152 ຄົນຍິງ 66 ຄົນ. ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດທີ່ຈະມາເຖິງນີ້, ທາງໂຮງຮຽນຈະໄດ້ຈັດກິດຈະກຳພາຍໃນທີ່ສອດແຊກເອົາປະເພນີຂອງຊາດລາວເຮົາໃຫ້ນັກຮຽນໄດ້ຮຽນຮູ້ເຊັ່ນ: ການອ່ານກາບກອນອວຍພອນວັນຄູ, ການສົມມາຄູ ແລະ ຮູ້ບຸນຄຸນຄູ, ຈາກນັ້ນກໍມີການສະແດງສິລະປະ-ວັນນະຄະດີຂອງຫຼານນ້ອຍເຊັ່ນ: ການຟ້ອນ, ການເຕັ້ນຂອງນັກຮຽນ ແລະ ກິດຈະກຳຮ່ວມກັນລະຫວ່າງຄູ-ນັກຮຽນ“ເກມຍາດຕັ່ງ, ຕີປຸ່ມເປົ້າໃຫ້ແຕກ ແລະ ອື່ນໆ”. 
ສຳລັບທິດທາງຕໍ່ໜ້າ, ທາງໂຮງຮຽນມີແຜນທີ່ຈະປຸກສ້າງອາຄານຮຽນຕື່ມອີກ 1 ຫຼັງເພື່ອຮອງຮັບນັກຮຽນໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ຜູ້ປົກຄອງ, ໃນສົກຮຽນນີ້ພວກເຮົາຈະເນັ້ນໜັກໃຫ້ນັກຮຽນໄດ້ມີການພັດທະນາທັກສະທີ່ເໝາະສົມຕາມໄວ, ມີໂພຊະນາການທີ່ດີ, ມີສຸຂະພາບທີ່ແຂງແຮງ. ພ້ອມດຽວກັນກັບການຮຽນຮູ້ນອກ ແລະ ໃນໂຮງຮຽນໃຫ້ທັນກັບສະພາບໃນປັດຈຸບັນ. 
ເນື່ອງໃນໂອກາດວັນຄູແຫ່ງຊາດຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ຄູໃນທົ່ວປະເທດ ຈົ່ງມີພະລານາໄມທີ່ສົມບູນແຂງແຮງ, ມີຄວາມຜາສຸກປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ເປັນພໍ່ພິມ ແມ່ພິມຂອງຊາດ ເພື່ອສ້າງນັກຮຽນລາວໃຫ້ເປັນຜູ້ສືບທອດທີ່ດີ ພັດທະນາສ້າງສາປະເທດຊາດສືບຕໍ່ໄປ.
 

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ເພີ່ມເຕີມ