ຄູປຽບເໝືອນເຮືອຈ້າງລຳໜຶ່ງທີ່ລຳລຽງຂົນສົ່ງນັກຮຽນໃຫ້ເຖິງຝັ່ງຢ່າງປອດໄພ ແລະ ມີຄຸນນະພາບ

ຄູປຽບເໝືອນເຮືອຈ້າງລຳໜຶ່ງທີ່ລຳລຽງຂົນສົ່ງນັກຮຽນໃຫ້ເຖິງຝັ່ງຢ່າງປອດໄພ ແລະ ມີຄຸນນະພາບ
ໂດຍ: ພູວັນ
ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 29 ປີທີ່ຈະໝູນວຽນມາເຖິງນີ້, ທ່ານນາງ ພຸດດາລົມ ເພັງນາມມະຈັກ ຜູ້ອຳນວຍການໂຮງຮຽນປັນຍາມະນີ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 2 ຕຸລານີ້ວ່າ: ອາຊີບຄູ ຫຼືຄຳວ່າ: ຄູ ເປັນອາຊີບໜຶ່ງທີ່ຄວນຍົກສູງ, ຄູເປັນຜູ້ທີ່ເສຍສະຫຼະເອົາຄວາມຮູ້ທີ່ຕົນເອງມີຖ່າຍທອດໃຫ້ແກ່ນັກຮຽນຈົນປະສົບຜົນສຳເລັດ, ຄູປຽບເໝືອນເຮືອຈ້າງລຳໜຶ່ງທີ່ລຳລຽງຂົນສົ່ງນັກຮຽນໃຫ້ເຖິງຝັ່ງຢ່າງປອດໄພ ແລະ ມີຄຸນນະພາບ, ຄູຍັງປຽບສະເໝືອນພໍ່ແມ່ຜູ້ທີ່ສອງເປັນພໍ່ພິມແມ່ພິມຂອງຊາດທີ່ບົ່ມສອນນັກຮຽນໃຫ້ມີຄວາມຮູ້-ຄວາມສາມາດກ້າສະແດງອອກ ແລະ ມີອະນາຄົດທີ່ດີ. ບາງຄົນກໍປຽບຄູສະເໝືອນກັບນັກວິຈິດສິນທີ່ແຕ້ມສີລົງໄປໃນເຈ້ຍຂາວເຮັດໃຫ້ເຈ້ຍຂາວແຜ່ນນັ້ນມີຄວາມສວຍສົດງົດງາມດ້ວຍນໍ້າສີທີ່ມີຄຸນນະພາບ ກໍຄືການເບິ່ງແຍງເອົາໃຈໃສ່ຂອງຄູທີ່ມີຕໍ່ນັກຮຽນ. 
ທ່ານນາງ ພຸດດາລົມ ເພັງນາມມະຈັກ ກ່າວໃຫ້ຮູ້ອີກວ່າ: ປັດຈຸບັນໂຮງຮຽນມີພະນັກງານ-ຄູທັງໝົດ 20 ຄົນຊຶ່ງຄູທັງໝົດລ້ວນແຕ່ມີບົດບາດສຳຄັນ ປະກອບສ່ວນເຂົ້າໃນການສິດສອນ ເປົ້າໝາຍເພື່ອສ້າງນັກຮຽນໃຫ້ກາຍເປັນໜໍ່ແໜງທີ່ສຳຄັນຂອງຊາດ ຊຶ່ງລ້ວນແລ້ວແຕ່ມີຈຸດໂດດເດັ່ນທີ່ແຕກຕ່າງກັນ, ທາງໂຮງຮຽນໄດ້ມີນະໂຍບາຍຊົມເຊີຍຄູດີເດັ່ນທຸກໆໄຕມາດຊຶ່ງ 1 ປີຈະມີ3 ໄຕມາດ ໂດຍອີງໃສ່ຜົນງານຂອງການເຮັດວຽກ, ຜົນງານຂອງຄວາມຄິດສ້າງສັນໃນການຜະລິດສື່ການສອນ, ຜົນງານຂອງຄວາມດຸໝັ່ນໃນການປະຕິບັດລະບຽບໃນການໄປມາ ແລະ ຜົນງານຂອງຄວາມສະອາດປອດໄພ. ຊຶ່ງໄຕມາດທຳອິດທີ່ຈະມາເຖິງນີ້ມີຄູຈຳນວນ 3 ຄົນທີ່ຈະໄດ້ຮັບລາງວັນນີ້. ໃນໄລຍະເສດຖະກິດເງິນເຟີ້ທາງໂຮງຮຽນໄດ້ມີການເພີ່ມອັດຕາ ແລະ ນະໂຍບາຍຕ່າງໆ ເປັນຕົ້ນເງິນເດືອນຄູແຕ່ລະຄົນໃຫ້ເໝາະສົມ, ເພີ່ມອັດຕາເງິນນໍ້າມັນປະຈຳເດືອນ, ເພີ່ມອັດຕາຄ່າອາຫານທ່ຽງ ແລະ ຍັງມີທຶນການສຶກສາສຳລັບພະນັກງານທີ່ຕ້ອງການຢາກຮຽນຕໍ່ໃນອາຊີບຄູເພື່ອຍົກລະດັບຄວາມຮູ້ເປັນການສົ່ງເສີມໃຫ້ມີບຸກຄະລາກອນທີ່ມີຄຸນນະພາບເຂົ້າໃນໂຮງຮຽນຂອງພວກເຮົາ. ສຳລັບພະນັກງານທີ່ມີປະສົບການໃນການລ້ຽງເດັກແຕ່ບໍ່ມີໃບວິຊາຊີບຄູ, ທາງໂຮງຮຽນກໍມີນະໂຍບາຍໃຫ້ເຂົ້າຮ່ວມຝຶກອົບຮົມວິຊາຊີບຄູ 120ຊົ່ວໂມງ ພ້ອມທັງອັດຕາອາຫານ ແລະ ຄ່ານໍ້າມັນໃຫ້ພ້ອມ. 
ໃນສົກຮຽນ 2023-2024 ມີນັກຮຽນທັງໝົດ 117 ຄົນຍິງ 49 ຄົນ. ການເສັງປະຈຳໄຕມາດມີນັກຮຽນເກັ່ງ 1 ໃນ 5 ຄົນ (TOP 5)ຈາກນັກຮຽນທັງໝົດ 33 ຄົນ. ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດທີ່ຈະມາເຖິງນີ້, ທາງໂຮງຮຽນຈະໄດ້ຈັດກິດຈະກຳພາຍໃນທີ່ສອດແຊກເອົາປະເພນີຂອງຊາດລາວເຮົາໃຫ້ນັກຮຽນໄດ້ຮຽນຮູ້ເຊັ່ນ: ການອ່ານກາບກອນອວຍພອນວັນຄູ, ການສົມມາຄູ ແລະ ຮູ້ບຸນຄຸນຄູ, ການສະແດງຟ້ອນ ແລະ ເຕັ້ນຂອງຄູ-ນັກຮຽນ ແລະ ກິດຈະກຳຮ່ວມກັນລະຫວ່າງຄູ ແລະ ນັກຮຽນ“ ເກມຍາດຕັ່ງ, ຕີປຸມເປົ້າໃຫ້ແຕກ ແລະ ອື່ນໆ”.
ສຳລັບທິດທາງຕໍ່ໜ້າ, ທາງໂຮງຮຽນມີແຜນທີ່ຈະປຸກສ້າງອາຄານຮຽນຕື່ມອີກ 1 ຫຼັງ ເພື່ອຮອງຮັບນັກຮຽນໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ຜູ້ປົກຄອງ, ໃນສົກຮຽນນີ້ພວກເຮົາຈະເນັ້ນໜັກໃຫ້ນັກຮຽນໄດ້ມີການພັດທະນາທັກສະທີ່ເໝາະສົມຕາມໄວ, ມີໂພຊະນາການທີ່ດີ, ມີສຸຂະພາບທີ່ແຂງແຮງ. ພ້ອມດຽວກັນກັບການຮຽນຮູ້ນອກ ແລະ ໃນໂຮງຮຽນໃຫ້ທັນຕໍ່ສະພາບການປັດຈຸບັນ. 
ເນື່ອງໃນໂອກາດວັນຄູແຫ່ງຊາດຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ຄູໃນທົ່ວປະເທດຈົ່ງມີພະລານາໄມທີ່ສົມບູນແຂງແຮງ, ມີຄວາມສຸກປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ເປັນພໍ່ພິມແມ່ພິມຂອງຊາດເພື່ອສ້າງນັກຮຽນລາວຂອງພວກເຮົາໃຫ້ເປັນຜູ້ສືບທອດທີ່ດີ ພັດທະນາສ້າງສາປະເທດຊາດຕໍ່ໄປ. 

ຄໍາເຫັນ

ຂ່າວສືກສາ-ກິລາ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.
ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ໂຮງຮຽນ ມສ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ ປະຈໍາສົກ 2024-2025 ຂຶ້ນໃນວັນທີ 8 ເດືອນ ເມສາຜ່ານມາ, ທີ່ໂຮງຮຽນ ມສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ຫອມກິ່ນແກ້ວ ປະທານສະມາຄົມພໍ່ແມ່ນັກຮຽນ, ມີທ່ານ ນາງ ຝາລິບວອນ ລໍວັນໂຫຼຍ ຮອງອໍານວຍການໂຮງຮຽນ ມສ ເມືອງລອງ.
ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາປະຈຳສົກຮຽນ 2024-2025 ຊຶ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ຍິງ 162 ຄົນ ປີນີ້ໄດ້ຄັດເລືອກຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາຂັ້ນ ມ4, ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.
ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI ຂຶ້ນຢ່າງເບີກບານມ່ວນຊື່ນໃນຄໍ່າຄືນວັນທີ 25 ມີນາຜ່ານມາ ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ.
ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ກອງບັນຊາການປກສແຂວງຜົ້ງສາລີ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.
ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ກົມບໍລິຫານ ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ ຂຶ້ນໃນວັນທີ 20 ມີນານີ້ ທີ່ເດີ່ນກິລາຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ
ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025ຂຶ້ນ ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື
ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ໂຮງຮຽນມໍປາຍທ່າແຂກ ແຂວງຄໍາມ່ວນ ຈັດພິທີເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບ 3 ຂໍ້ແຂ່ງຂັນ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,
ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ທີມຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊະນະເລີດການແຂ່ງຂັນເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ປະຈໍາປີ 2024.
ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ,
ເພີ່ມເຕີມ