ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ
ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ຄສອນ ແລະ ພະນກງານ 6 ເມອງໄຊຍະບລ ຮບໃບຢງຢນການຝກອບຮມຄອມພວເຕຂນພນຖານ - image 1
 

ໃນພິທີ, ທ່ານ ນາງ ພອນມະນີ ທຳມະຈັນ ຫົວໜ້າສູນ ICT ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຜົນການຈັດຕັ້ງການຮຽນ-ການສອນ ໂດຍລະບຸວ່າ: ຫຼັກສູດການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ (IT) ໃຫ້ແກ່ຜູ້ບໍລິຫານ, ພະນັກງານວິຊາການ ແລະ ຄູສອນ ເພື່ອໃຫ້ສາມາດນຳໄປປະຍຸກໃຊ້ເຂົ້າໃນການບໍລິຫານ ແລະ ພັດທະນາວຽກງານການຮຽນ-ການສອນໃຫ້ມີປະສິດທິຜົນສູງສຸດ.

ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນການຮຽນ-ການສອນ ແຕ່ວັນທີ 3 ມີນາ ຫາ 14 ພຶດສະພາ 2026 ລວມເວລາທັງໝົດ 66 ຊົ່ວໂມງ (ຮຽນ 3 ວັນຕໍ່ອາທິດ). ໂຄງສ້າງຫຼັກສູດປະກອບມີ: Microsoft Word ຈຳນວນ 20 ຊົ່ວໂມງ (ການຈັດການເອກະສານ ແລະ ໜັງສືທາງການ), Microsoft Excel ຈຳນວນ 26 ຊົ່ວໂມງ (ການຄິດໄລ່, ຈັດການຂໍ້ມູນ ແລະ ສະຖິຕິ) ແລະ Microsoft PowerPoint: ຈຳນວນ 20 ຊົ່ວໂມງ (ການສ້າງສື່ການສອນ ແລະ ການນຳສະເໜີ).

ການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮຽນທັງໝົດ 64 ຄົນ ຍິງ 54 ຄົນ. ຜ່ານການປະເມີນຫຼັງສິ້ນສຸດຫຼັກສູດ ພົບວ່າທຸກຄົນແມ່ນສາມາດສອບເສັງຜ່ານເກນທີ່ກຳນົດໄວ້ 100% ໂດຍແບ່ງເປັນ ລະດັບດີຫຼາຍ (9-10 ຄະແນນ) ຈຳນວນ 22 ຄົນ ຍິງ 16 ຄົນ, ລະດັບດີ (7-8 ຄະແນນ) ຈຳນວນ 29 ຄົນ ຍິງ 26 ຄົນ ແລະ ລະດັບປານກາງ (5-6 ຄະແນນ) ຈຳນວນ 13 ຄົນ ຍິງ 10 ຄົນ.

ໃນພິທີ, ທ່ານ ບຸນທະວີ ໂສພາ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສຳມະນາກອນທຸກທ່ານ ຈົ່ງສືບຕໍ່ຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ນຳເອົາຄວາມຮູ້, ບົດຮຽນ ຕະຫຼອດຮອດທັກສະໄອຊີທີ (ICT) ທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ ເພື່ອແນໃສ່ຍົກສູງປະສິດທິພາບໃນການປະຕິບັດໜ້າທີ່, ພັດທະນາຄຸນນະພາບການສຶກສາ ແລະ ຫັນປ່ຽນຮູບແບບການຮຽນ-ການສອນໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ເກີດຜົນປະໂຫຍດສູງສຸດແກ່ຫຼັກສູດການສຶກສາໃນອະນາຄົດ.(ຂ່າວ:ແຂວງໄຊຍະບູລີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ເພີ່ມເຕີມ