ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປປລ)ໃຫ້ກຽດມອບຫຼຽນຂອງທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສຊປປລ, ທ່ານນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມ ສຊປປລ, ມີນັກຮຽນ, ຄູ-ອາຈານ ແລະ ຜູ້ປົກຄອງເຂົ້າຮ່ວມ. ທ່ານນາງ ສຸດຖະໜອມ ຟອງມີໄຊຮອງອໍານວຍການໂຮງຮຽນນານາຊາດລາວ ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ມີນັກຮຽນລາວເຂົ້າຮ່ວມທັງໝົດ 12 ຄົນ, ໄດ້ຮັບຫຼຽນ 12 ຫຼຽນ, ຊຶ່ງມີ2 ຫຼຽນຄຳ, 4 ຫຼຽນເງິນ ແລະ 5 ຫຼຽນທອງແດງໃນການແຂ່ງຂັນຄະນິດສາດສາກົນ ແລະ 1 ຫຼຽນທອງໃນການແຂ່ງຂັນພາສາອັງກິດ. ໃນນັ້ນມີນັກຮຽນຈາກໂຮງຮຽນພອນສະຫວັນໄດ້ຮັບ 2 ຫຼຽນເງິນວິຊາຄະນິດສາດ, ນັກຮຽນຈາກໂຮງຮຽນນານາຊາດລາວຄື: ທ້າວ ນິທິພູມ ຈະເລີນໄຊ ໄດ້ຮັບລາງວັນພິເສດ ມີຄະແນນສູງສຸດໃນການແຂ່ງຂັນວິຊາຄະນິດສາດສາກົນເປັນຄັ້ງປະຫວັດສາດ ແລະ ເປັນຄັ້ງທຳອິດທີ່ເດັກນ້ອຍລາວໄດ້ສ້າງຜົນງານອັນດີເລີດ ຊຶ່ງສະແດງໃຫ້ເຫັນວ່າການສຶກສາຂອງປະເທດລາວມີອັນພົ້ນເດັ່ນພ້ອມທັງເປັນຄວາມພາກພູມໃຈຢ່າງຍິ່ງໃຫ້ທາງໂຮງຮຽນ ແລະ ຜູ້ປົກຄອງທີ່ນັກຮຽນໄດ້ເປັນຕົວແທນໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມລາວເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນ. ທ່ານນາງ ສຸດຖະໜອມ ຟອງມີໄຊ ກ່າວໃຫ້ຮູ້ອີກວ່າ: ການແຂ່ງຂັນຄັ້ງນີ້, ທາງໂຮງຮຽນໄດ້ວາງແຜນຮ່ວມກັບຄູ-ອາຈານ ແລະ ມອບໃຫ້ຄູ-ອາຈານປະຈຳສາຍແຕ່ລະວິຊາເຮັດປ້າຍໂຄສະນາຕິດຕາມສະຖານທີ່ໃນໂຮງຮຽນ ແລະ ທີ່ສາທາລະນະ. ຫຼັງຈາກນັ້ນ, ກໍໄດ້ຈັດການຝຶກຊ້ອມຢູ່ພາຍໃນໂຮງຮຽນ 2-3 ຊົ່ວໂມງຕໍ່ອາທິດ ເພື່ອກຽມຄວາມພ້ອມໃນການສອບເສັງ: ຮອບທ້ອງຖິ່ນສອບເສັງແບບອອນລາຍໃນວັນທີ 25 ກຸມພາ 2024. ພາຍຫຼັງທີ່ໄດ້ຮັບຮູ້ຜົນການສອບເສັງວ່າມີນັກຮຽນຜູ້ໃດສອບເສັງຜ່ານທາງໂຮງຮຽນກໍໄດ້ຈັດກອງປະຊຸມກັບຜູ້ປົກຄອງເພື່ອກະກຽມຄວາມພ້ອມໃນການໄປສອບເສັງໃນຂັ້ນຕໍ່ໄປທີ່ເມືອງຊິດນີ (Sydney) ປະເທດອົສຕຣາລີ ໃນລະຫວ່າງວັນທີ 14-21 ເມສາ 2024ຊຶ່ງການແຂ່ງຂັນໃນຮອບນີ້ມີຈໍານວນນັກຮຽນທັງໝົດຫຼາຍກ່ວາ 4.800 ຄົນຈາກ 32 ປະເທດເຂົ້າຮ່ວມໃນການແຂ່ງຂັນຄະນິດສາດສາກົນ ແລະ ການແຂ່ງຂັນພາສາອັງກິດ.ການແຂ່ງຂັນໄດ້ແບ່ງອອກເປັນ 2 ລະດັບຄື: ຮອບທ້ອງຖິ່ນ ແລະ ຮອບທົ່ວໂລກ. ຮອບທ້ອງຖິ່ນຈັດແບບອອນລາຍ ແລະ ສຳເລັດພາຍໃນເດືອນກຸມພາ 2024, ມີພຽງຜູ້ຊະນະຂອງຮອບທ້ອງຖິ່ນເທົ່ານັ້ນທີ່ໄດ້ຮັບເຊີນເຂົ້າຮ່ວມການແຂ່ງຂັນຮອບທົ່ວໂລກທີ່ເມືອງຊິດນີ ປະເທດອົສຕຣາລີ.
ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ຄໍາເຫັນ