ກິລາ ກະຕໍ້ ກະຊວງປ້ອງກັນປະເທດ ໄດ້2 ຫຼຽນຄຳ ນະຄອນຫຼວງວຽງຈັນ ເກມ 2025

ກິລາ ກະຕໍ້ ກະຊວງປ້ອງກັນປະເທດ ໄດ້2 ຫຼຽນຄຳ ນະຄອນຫຼວງວຽງຈັນ ເກມ 2025

ກິລາ ກະຕໍ້ ກະຊວງປ້ອງກັນປະເທດ ໄດ້2 ຫຼຽນຄຳ ນະຄອນຫຼວງວຽງຈັນ ເກມ 2025
ວັນທີ 18 ພະຈິກ 2025 ທີ່ສະໜາມກິລາໂອແລມປາເຊຍ ໄດ້ມີພິທີມອບ-ຮັບຫຼຽນລາງວັນປະເພດກິລາກະຕໍ້ທີມຊຸດຄູ່ຍິງ-ຊາຍ ແລະ ທີມ 4 ຄົນຍິງ-ຊາຍ ໂດຍໃຫ້ເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພັນໂທ ສົມຈິດ ສຸລິວົງສັກ ຄະນະພັກກົມອົບຮົມກົມໃຫຍ່ເສນາທິການກອງທັບ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ມີຄະນະນຳ, ຄູຝຶກ ແລະ ນັກກິລາ ຢ່າງພ້ອມພຽງ.
ກລາ ກະຕ ກະຊວງປອງກນປະເທດ ໄດ2 ຫຽນຄຳ ນະຄອນຫວງວຽງຈນ ເກມ 2025 - image 1
 

ການແຂ່ງຂັນກິລາກະຕໍ້ ລາຍການ ທີມຊຸດຄູ່ຍິງ-ຊາຍ ແລະ ທີມ 4 ຄົນຍິງ-ຊາຍ ໄດ້ແຂ່ງຂັນລະຫວ່າງວັນທີ 17-18 ພະຈິກ 2025. ຜ່ານການແຂ່ງຂັນຜົນປະກົດວ່າ ປະເພດທີມຊຸດຄູ່ຊາຍ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງຮ່ວມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ; ປະເພດທີມຊຸດຄູ່ຍິງ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງຈຳປາສັກ ແລະ ຫຼຽນທອງຮ່ວມ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ.

ກລາ ກະຕ ກະຊວງປອງກນປະເທດ ໄດ2 ຫຽນຄຳ ນະຄອນຫວງວຽງຈນ ເກມ 2025 - image 2
 

ສ່ວນປະເພດທີມຊາຍ 4 ຄົນ ຫຼຽນຄຳ ກະຊວງປ້ອງກັນຄວາມສະຫງົບ, ຫຼຽນເງິນ ນະຄອນຫຼວງວຽງຈັນ ເຈົ້າພາບ ແລະ ຫຼຽນທອງ ຮ່ວມແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ປະເພດທີມຍິງ 4 ຄົນ ຫຼຽນຄຳ ກະຊວງປ້ອງ ກັນປະເທດ, ຫຼຽນເງິນ ແຂວງຈຳປາສັກ, ຫຼຽນທອງຮ່ວມ ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ.

ກລາ ກະຕ ກະຊວງປອງກນປະເທດ ໄດ2 ຫຽນຄຳ ນະຄອນຫວງວຽງຈນ ເກມ 2025 - image 3
 
ສັງລວມແລ້ວໃນ 2 ວັນຜ່ານມາ ທີມນັກກິລາກະຕ້ໍກະຊວງປ້ອງກັນປະເທດ ຍາມາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນທອງ ເປັນອັນດັບທີ 1 ຈາກ 4 ລາຍການ ,ທີ 2 ແຂວງຈຳປາສັກ ຍາດໄດ້ 1 ຫຼຽນຄຳ ແລະ 2 ຫຼຽນເງິນ; ທີ 3 ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ. ຂະນະທີ່ນະຄອນຫຼວງວຽງຈັນ ເຈົ້າພາບ ຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ.ຂ່າວ-ພາບ: ລູກນໍ້າເຊ

ຄໍາເຫັນ

ຂ່າວສືກສາ-ກິລາ

ເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມບູຢອງ (ດົງໂດກ) ໄດ້ມີພິທີເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອງຫຼວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ, ທ່ານ ປອ ນາງ ບົວວອນ ສຸກລາແສງ ປະທານສະຫະພັນກິລາເທຄວັນໂດນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາຄະນະນໍາກິລາແຕ່ລະແຂວງ, ຫົວໜ້າຄະນະນັກກິລາແຕ່ລະແຂວງ ແລະ ກະຊວງ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ແຂກຮັບເຊີນ ຢ່າງພ້ອມພຽງ.
ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ພິທີສະຫຼຸບມອບຫຼຽນລາງວັນການກິລາຍິງໜ້າເກັກໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ຈັດຂຶ້ນວັນທີ 18 ພະຈິກນີ້ ທີ່ສະໜາມກິລາສີເກີດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໂດຍມີບັນດາຄະນະສະຫະພັນກິລາໜ້າເກັກ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ກະຊວງປ້ອງກັນປະເທດ ໄດ້ 6 ຫຼຽນຄໍາ ກິລາຢູໂດ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XII

ກະຊວງປ້ອງກັນປະເທດ ໄດ້ 6 ຫຼຽນຄໍາ ກິລາຢູໂດ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XII

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ມີການແຂ່ງຂັນ 3 ວັນ (16-18 ພະຈິກ 2025) ທີ່ສູນບູໂດ ລາວ - ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ມີນັກກິລາຈາກ 6 ແຂວງ ແລະ 1 ກະຊວງເຂົ້າຮ່ວມການແຂ່ງຂັນ, ມີນັກກິລາທັງໝົດ 110 ຄົນ, ຊຶ່ງມີການຊີງຫຼຽນຄໍາທັງ ໝົດ ຈຳນວນ 25 ຫຼຽນ.
ແຂ່ງຂັນກິລາສະນຸກເກີ 6ແດງດ່ຽວຊາຍ ຮອບຄັດເລືອກ ແລະ ຮອບກ່ອນຮອງຊະນະເລີດ

ແຂ່ງຂັນກິລາສະນຸກເກີ 6ແດງດ່ຽວຊາຍ ຮອບຄັດເລືອກ ແລະ ຮອບກ່ອນຮອງຊະນະເລີດ

ການແຂ່ງຂັນກິລາສະນຸກເກີ ໃນງານມະຫະກຳ ກິລາ ແຫ່ຊາດ ຄັ້ງທີ XII ຫຼື ນະຄອນຫຼວງຈັນກຽມ ປີ 2025, ໃນວັນທີ 18 ພະຈິກນີ້, ທີ່ສະໂມສອນເດິຄິງສະນຸກເກີຄັຣບໜອງໄຮເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ,ໄດ້ມີການແຂ່ງຂັນປະເພດ 6ແດງ(ດ່ຽວຊາຍ),ໃນນັ້ນ,ຮອບຄັດເລືອດ ມີ 6 ຄູ່ ແລະ ຮອບກ່ອນຮອງຊະນະເລີດ ມີ 4 ຄູ່.
ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ພິທີສະຫຼຸບ ແລະ ມອບຫຼຽນລາງວັນການແຂ່ງຂັນກິລາແລ່ນ-ລານໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 17 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີບັນດາຄະນະສະຫະພັນກິລາແລ່ນ-ລານ ນະຄອນຫຼວງວຽງຈັນ, ສະຫະພັນກິລາແລ່ນ-ລານແຂວງ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ພຸດທະລາຄອງຫຼຽນຄຳ ເປຕັງດ່ຽວຊາຍ ໃຫ້ເຈົ້າ​ພາບນວ

ພຸດທະລາຄອງຫຼຽນຄຳ ເປຕັງດ່ຽວຊາຍ ໃຫ້ເຈົ້າ​ພາບນວ

ທ້າວ ພຸດທະລາ ແກ້ວກັນນິກາ ນັກກິລາຕົວແທນນະຄອນຫຼວງວຽງຈັນ ເຈົ້າພາບ ດີກ​ຣີທີມຊາດລາວ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດ ສາມາດໂຊຟອມເກັ່ງເອົາຊະນະ ທ້າວ ມອນນຸລັກ ຕຸ່ມລຳພອນ ນັກກິລາຕົວແທນຈາກແຂວງສະຫວັນນະເຂດ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ໄດ້ຫຼຽນຄຳໄປ​ຄອງ ໃຫ້ກັບນະຄອນຫຼວງວຽງຈັນ ໄດ້ສຳເລັດຕາມເປົ້າໝາຍ.
ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ

ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 16 ພະຈິກຜ່ານມາ ຢູ່ທີ່ເດີ່ນກັອບລາວຄານທຣີຄລັບ ຫຼັກ14 ທ່າເດື່ອ ໄດ້ຈັດການແຂ່ງຂັນກິລາກັອບ ຊີງຂັນທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳແຂວງຊຽງຂວາງ ເພື່ອລະດົມທຶນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນໄພພິບັດ, ຟື້ນຟູໄພພິບັດ, ຊີວິດການເປັນຢູ່ຜູ້ທີ່ໄດ້ຮັບຜົນກະທົບເສຍຫາຍຈາກໄພພິບັດໂດຍສະເພາະແມ່ນຈາກພະຍຸວິພາ ແລະ ພະຍຸບົວລອຍ ທີ່ສ້າງຄວາມເສຍຫາຍແກ່ຊັບສິນຂອງປະຊາຊົນ, ຂອງລັດ ແລະ ຊີວິດ.
ເຈົ້າພາບ ນວກວາດ​ລຽບ 4 ຫຼຽນ​ຄຳການ​ແຂ່ງ​ຂັນ​ລົດ​ຖີບ​ມື້​ທຳ​ອິດ

ເຈົ້າພາບ ນວກວາດ​ລຽບ 4 ຫຼຽນ​ຄຳການ​ແຂ່ງ​ຂັນ​ລົດ​ຖີບ​ມື້​ທຳ​ອິດ

ນັກກິລາລົດຖີບ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ)ລົງ​ສະ​ໜາມ​ແຂ່ງ​ຂັນ​ມື້​ທຳ​ອິດກວາດ 4 ຫຼຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກັວກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ.
ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ ຈາກກິລາລອຍນໍ້າ

ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ ຈາກກິລາລອຍນໍ້າ

ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບໄດ້ແຂ່ງຂັນໃນລະຫວ່າງວັນທີ 16-19 ພະຈິກ 2025 ທີ່ສະລອຍນໍ້າ ຫຼັກ 16 ຊຶ່ງມີການແຂ່ງຂັນທັງໝົດຈໍານວນ 27 ລາຍການ ມີການຊີງໄຊທັງ
ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025.ກອງປະຊຸມ​ດັ່ງ​ກ່າວ ໄດ້ມີນັກວິຊາການ ແລະ ຜູ້​ຕາງ​ໜ້າສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມ.
ເພີ່ມເຕີມ