ທ່ານ ມະໂນລົດ ພິນິດ ໄດ້ກ່າວວ່າ: ການແຂ່ງຂັນກິລາມວຍປໍ້າໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xllທີ່ນະຄອນ ຫຼວງວຽງຈັນເກມ, ໂດຍການຊີ້ນໍາຂອງຄະນະກຳມະການຈັດການແຂ່ງຂັນກິລາແຫ່ງຊາດ ກຳມະການເຕັກ ນິກການແຂ່ງຂັນ ສະຫະພັນ ມວຍປໍ້າແຫ່ງຊາດໄດ້ປະສານສົມທົບກັບສະ ໂມສອນຕ່າງໆ ຫ້າງຫາກະກຽມຝຶກຊ້ອມນັກກິລາຂອງ ຕົນຢ່າງເອົາໃຈໃສ່ໂດຍການກະກຽມຄັດເລືອກນັກກິລາໃໝ່ ເພື່ອປະກອບສ່ວນເປັນນັກກິລາທີມຊາດ ເຂົ້າຮ່ວມງານກິລາ SEAGameຊຶ່ງໃນການແຂ່ງຂັນກິລາມວຍປໍ້າທີ່ໄດ້ຈັດໃນຄັ້ງທີ່ຜ່ານມາມີຄື: ງານມະຫະກຳກິລາແຫ່ງຊາດຄັ້ງທີ X ອຸດົມໄຊ ມີຊີງໄຊ 17 ຫຼຽນຄໍາ, ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຊຽງຂວາງ ມີຊີງໄຊ 17 ຫຼຽນຄໍາ ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ XII ນະຄອນ ຫຼວງວຽງຈັນເກມ ຄັ້ງນີ້ ມີຊີງໄຊ 11 ຫຼຽນຄໍາ, ມີນັກກິລາ ເຂົ້າຮ່ວມແຂ່ງ ຂັນລວມ 46 ຄົນ, ຍິງ 17, ມາຈາກ 5 ແຂວງ, 1 ນະຄອນຫລວງ ແລະ 2 ກະຊວງ ປກຊ-ປກສ. ໃນນີ້, ແຂ່ງຂັນ ລຸ້ນນໍ້າໜັກ 60 Kg ຍິງ, ນໍ້າໜັກ 53 Kg ຊາຍ, ນໍ້າໜັກ 48 Kg ຊາຍ, ນໍ້າໜັກ 45 Kg ຍິງ, ການແຂ່ງຂັນກິລາປະເພດນີ້ ຈະດໍາເນີນໄປຮອດວັນທີ 18 ພະຈິກ ຈຶ່ງສໍາເລັດ.ຂໍ້ມູນຈາກສູນຂ່າວ
ເລຂາພັກແຂວງຄໍາມ່ວນກວດກາສະພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະໜູນສ້ອມແປງ
ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນວັນທີ 16 ພະຈິກຜ່ານມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ