ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ວັນທີ 15 ທັນວານີ້, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດຫຼັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ເປັນກຽດເຂົ້າຮ່ວມຂອງທ່ານ ພອນວິໄລ ຫຼວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກິລາຍົກນໍ້າໜັກ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຊີງທັງໝົດ 11 ລາຍການ. ຜ່ານການແຂ່ງຂັນເປັນເວລາ 2 ວັນຄື: ວັນທີ 13 ແລະ 14 ທັນວາ 2025 ຊີງ 7 ລາຍການແຂ່ງຂັນທີ່ເດີ່ນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ປະກົດວ່າ: ແຂວງສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ຈາກລາຍການ 50 ກິໂລຍິງນາງ ປໍຈູ ສີປະເສີດ, ລາຍການ 54 ກິໂລຊາຍ ທ້າວ ລອນ ນິດາ, ລາຍການ 59 ກິໂລຊາຍ ທ້າວ ເປ້ຍ ລາວພັກດີ ແລະ ລາຍການ 65 ກິໂລຊາຍ ທ້າວ ເກັງ ພິມວົງສາ ແລະ ໄດ້ອີກ 2 ຫຼຽນເງິນ.
ກອງປະຊຸມຄົ້ນຄວ້າຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ), ມີບັນດາຜູ້ຊົງຄຸນວຸດທິ, ຄະນະກໍາມະການຄົ້ນຄວ້າຕໍາແໜ່ງວິຊາການຄູ ແລະ ກອງເລຂາເຂົ້າຮ່ວມ.
ໃນວັນທີ 10 ທັນວາ 2025ນີ້, ການນໍາແຂວງຈຳປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ພ້ອມດ້ວຍຄະນະການນໍາແຂວງ ໄດ້ເຄື່ອນໄຫວພົບປະໂອ້ລົມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈ ນັກກິລາທີ່ເຂົ້າຮ່ວມແຂ່ງຂັນໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ. ການໂອ້ລົມຄັ້ງນີ້, ຈັດຂຶ້ນຢູ່ບໍລິເວນເດີ່ນບ້ານພັກຊີເກມ ມະຫາວິທະຍາໄລແຫ່ງຊາດ.
ແຂວງອັດຕະປື ຕັ້ງເປົ້າຄວ້າໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄໍາ ໃນການເຂົ້າຮ່ວມແຂ່ງຂັນຊິງໄຊ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025. ການແຂ່ງຂັນຈະເລີ່ມໃນວັນທີ 14-19 ທັນວາ 2025, ໂດຍໄດ້ກຳນົດເອົາສະໜາມກິລາການແຂ່ງຂັນ ໃນເຂດມະຫາວິທະຍາໄລແຫ່ງຊາດ (ມຊ) 6 ສະໜາມ ຄື: ເດີ່ນຮົ່ມບູຢອງ, ສະໜາມກິລາກາງ ມຊ, ເດີ່ນກິລາບານບ້ວງ, ເດີ່ນບານເຕະຫຍ້າທຽມສະຖາປັດ, ເດີ່ນຮົ່ມໂອແລມປາເຊຍ ແລະ ເດີ່ນຮົ່ມສະໂມສອນໃຫຍ່. ສ່ວນກິລາລອຍນໍ້າ ຈະແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ໃນຈໍານວນ 9 ປະເພດກິລາ ປະກອບມີ ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະ 5 ຄົນ, ບ໊ອດເຊຍ, ດອກປີກໄກ່ ແລະ ພັນດາບ. ການແຂ່ງຂັນແມ່ນຈັດຕາມລະດັບຄວາມເປັນພິການ ທີ່ແຕກຕ່າງກັນ, ຊຶ່ງໄດ້ກຳນົດຫຼຽນທັງໝົດ 516 ຫຼຽນ. ໃນນີ້, ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ.
ຄໍາເຫັນ