ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ

ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ

ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ພຶດສະພາ ນີ້ວ່າ: ສາທາລະນະລັດ ປະຊາທິປະໄຕ ກົງໂກ ກຳລັງກະກຽມເປີດສູນປິ່ນປົວພະຍາດອີໂບລາເພີ່ມອີກ 3 ແຫ່ງໃນແຂວງອິຕູຣີ ທາງພາກຕາເວັນອອກຂອງປະເທດ, ຫຼັງຈາກການລະບາດຂອງເຊື້ອໄວຣັດອີໂບລາສາຍພັນທີ່ຫາຍາກໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 110 ຄົນ. ເຈົ້າໜ້າທີ່ກົງໂກໄດ້ເປີດເຜີຍໃນວັນທີ 18 ພຶດສະພາ ຜ່ານມາວ່າ: ທ່ານໝໍຊາວອາເມລິກາທີ່ເຮັດວຽກໃນກົງໂກແມ່ນໜຶ່ງໃນກໍລະນີຜູ້ຕິດເຊື້ອໃໝ່ຂອງໄວຣັດສາຍພັນນີ້ ຊຶ່ງປັດຈຸບັນຍັງບໍ່ມີວັກຊິນ ຫຼື ຢາຮັກສາທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ.

 

ການເຄື່ອນໄຫວນີ້ເກີດຂຶ້ນພຽງແຕ່ໜຶ່ງມື້, ຫຼັງຈາກອົງການອະນາໄມໂລກໄດ້ປະກາດການລະບາດຂອງເຊື້ອອີໂບ ລາໃນກົງໂກ ເປັນ "ເຫດສຸກເສີນດ້ານສາທາລະນະສຸກທີ່ສາກົນຕ້ອງໃຫ້ຄວາມສຳຄັນ."

ໃນວັນທີ 17 ພຶດສະພາ ຜ່ານມາ, ເຮືອບິນທີ່ບັນທຸກຜູ້ຊ່ຽວຊານຂອງ WHO ແລະ ອຸປະກອນການແພດຫຼາຍກວ່າ 5 ໂຕນໄດ້ລົງຈອດທີ່ເມືອງບູເນຍ ແຂວງອິຕູຣີ, ເພື່ອສະໜັບສະໜູນການປະຕິບັດງານການຄວບຄຸມພະຍາດຂອງລັດຖະບານກົງໂກ.

ຫຼ້າສຸດມີລາຍງານຜູ້ເສຍຊີວິດຫຼາຍກວ່າ 118 ຄົນ ແລະ ສົງໄສວ່າຕິດເຊື້ອຫຼາຍກວ່າ 300 ຄົນໃນແຂວງອິຕູຣີ ແລະ ນັອດກິວູ. ໃນຂະນະດຽວກັນ, ປະເທດເພື່ອນບ້ານເຊັ່ນ ອູກັນດາ ໄດ້ລາຍງານມີຜູ້ເສຍຊີວິດ 1 ຄົນ ແລະ ສົງໄສວ່າຕິດເຊື້ອອີກ 1 ຄົນ.

ຢ່າງໃດກໍຕາມ, ຜູ້ຊ່ຽວຊານເຕືອນວ່າ: ຈຳນວນຜູ້ຕິດເຊື້ອອາດຈະເພີ່ມຂຶ້ນຕື່ມອີກ ຍ້ອນວ່າເຈົ້າໜ້າທີ່ສາທາລະນະສຸກຍັງສືບຕໍ່ຕິດຕາມກວດກາ ແລະ ຄົ້ນຫາກໍລະນີເພີ່ມເຕີມໃນຫຼາຍພື້ນທີ່.

ການລະບາດຄັ້ງນີ້ກ່ຽວຂ້ອງກັບໄວຣັດ Bundibugyo ຊຶ່ງເປັນສາຍພັນອີໂອລາທີ່ຫາຍາກ, ໂດຍກ່ອນໜ້ານີ້ເຄີຍກວດພົບພຽງແຕ່ສອງຄັ້ງເທົ່ານັ້ນຄື: ໃນອູກັນດາ ເມື່ອປີ 2007 ແລະ ໃນ ກົງໂກ ເມື່ອປີ 2012.

ເຈົ້າໜ້າທີ່ສາທາລະນະສຸກໄດ້ຢືນຢັນຢ່າງເປັນທາງການກ່ຽວກັບການລະບາດໃນວັນທີ 15 ພຶດສະພາຜ່ານມາ ຫຼັງຈາກເກີດການເຈັບປ່ວຍຫຼາຍອາທິດ ແລະ ການເສຍຊີວິດທີ່ບໍ່ຮູ້ສາເຫດໃນເຂດຂຸດຄົ້ນບໍ່ແຮ່ທີ່ຫ່າງໄກຂອງເມືອງມອງບາລູ ແຂວງອິຕູຣີ.

ອີໂບລາ ເປັນພະຍາດຕິດຕໍ່ທີ່ຮ້າຍແຮງແຜ່ລາມໄດ້ງ່າຍຜ່ານນ້ຳໃນຮ່າງກາຍເຊັ່ນ: ຮາກ, ເລືອດ, ແລະ ນ້ຳອະສຸຈິ. ຄົນເຈັບມັກມີອາການຮຸນແຮງ ແລະ ມີອັດຕາການຕາຍສູງ, ເຮັດໃຫ້ການລະບາດນີ້ກາຍເປັນຄວາມກັງວົນໃໝ່ສຳລັບສາທາລະນະສຸກທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ. ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ພາກຕາເວັນອອກຂອງຍີ່ປຸ່ນມີຝົນຕົກໜັກຫຼາຍກວ່າສອງເທົ່າຂອງປະລິມານນ້ຳຝົນສະເລ່ຍໃນເດືອນກັນຍາ ຊຶ່ງສູງທີ່ສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 1946. ໃນຂະນະດຽວກັນ, ຈຳນວນຊົ່ວໂມງທີ່ມີແສງແດດໃນເດືອນດັ່ງກ່າວໄດ້ຫຼຸດລົງຕໍ່າສຸດ ມີພຽງແຕ່ປະມານເຄິ່ງໜຶ່ງຂອງລະດັບປົກກະຕິເທົ່ານັ້ນ.
ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບ ເປີດເຜີຍໃນວັນທີ 2 ຕຸລາຜ່ານມາ ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາໄດ້ເພີ່ມຂຶ້ນເປັນ 3.8%, ເພີ່ມຂຶ້ນ 0.6% ຈາກລະດັບ 3.2% ໃນເດືອນສິງຫາຜ່ານມາ ຊຶ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ.
ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ແມ່ນວັນຄົບຮອບ 13 ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລໃນສະຕະວັນທີ 21”. ການກໍ່ສ້າງເສັ້ນທາງສາຍໄໝທາງທະເລສາຍນີ້ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດໃນພາກພື້ນ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ ແລະ ອາເມຣິກາລາຕິນ ຢ່າງມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ນາຍົກລັດຖະມົນຕີຫວຽດນາມເນັ້ນ ຕ້ອງຕັດສິນໃຈບຸກທະລຸ ໃນໄລຍະສຸດທ້າຍ

ນາຍົກລັດຖະມົນຕີຫວຽດນາມເນັ້ນ ຕ້ອງຕັດສິນໃຈບຸກທະລຸ ໃນໄລຍະສຸດທ້າຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ຕຸລາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍການເປັນປະທານກອງປະຊຸມລັດຖະບານປະຈຳເດືອນກັນຍາ ປີ 2026 ແລະ ກອງປະຊຸມທາງໄກກັບບັນດາກະຊວງ, ຂະ ແໜງການ, 34 ແຂວງ ແລະ ນະຄອນ. ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກົດດັນໃນໄຕມາດທີ 4 ແມ່ນໃຫຍ່ຫຼວງທີ່ສຸດ, ຕ້ອງຕັດສິນໃຈບຸກທະລຸໃນໄລຍະສຸດທ້າຍ ແລະ ແມ່ນຈຸດເວລາທີ່ມີຄວາມໝາຍຕັດສິນ ເຖິງການປະຕິບັດສຳເລັດເປົ້າໝາຍຂອງທັງປີກໍຄືທັງອາຍຸການ.
ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ໂຕ​ເລກ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ ຊຶ່ງ​ເທົ່າ​ທຽມ​ກັບ​ປີ 2025.
ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບ​ຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້​ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ​ນາມ ຍົກ​ອອກ​ມາ​ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ເພີ່ມເຕີມ