ກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7

ກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7
ທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ນຳພາຄະນະຜູ້ແທນທາງການ ຂອງ ສປປ ລາວ ປະກອບມີຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນແມ່ຍິງ ແລະ ສະຖານທູດລາວ ປະຈໍາ ບາງກອກປະເທດໄທ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ ທີ່ ບາງກອກປະເທດໄທຊຶ່ງມີບັນດາປະເທດສະມາຊິກ ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ສຳລັບພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມຫຼາຍກວ່າ 40 ປະເທດ ແລະ ມີອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ສັງກັດລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ (1) ທົບທວນການຈັດຕັ້ງປະຕິບັດຖະແຫຼງການຂອງລັດຖະມົນຕີ ຂອງພາກພື້ນອາຊີ-ປາຊີຟິກ ວ່າດ້ວຍປະຊາກອນ ແລະ ການພັດທະນາ (Asia Pacific Ministerial Declaration on Population and development) ທີ່ໄດ້ຮັບຮອງເອົາໃນກອງປະຊຸມ ວ່າດ້ວຍປະຊາກອນພາກພື້ນອາຊີ-ປາຊີຟິກ ໃນປີ 2013; (2) ກຳນົດຮູບແບບ, ວິທີການ ແລະ ກົນໄກໃນການຈັດຕັ້ງປະຕິບັດທີ່ດີ, ບົດຮຽນທີ່ຖອດຖອນໄດ້, ແຜນງານບຸລິມະສິດ ແລະ ເຫດການສຸກເສີນ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030; (3) ຮັບຮູ້ຜົນສຳເລັດຫຼາຍດ້ານກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ ນັບແຕ່ກອງປະຊຸມປະຊາກອນຄັ້ງທຳອິດ ທີ່ໄດ້ຈັດຂຶ້ນໃນປີ 1963  ລວມທັງກາລະໂອກາດ ແລະ ສິ່ງທ້າທາຍທີ່ຕ້ອງເອົາໃຈໃສ່ແກ້ໄຂ ແລະ ກໍານົດທິດທາງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ; ແລະ (4) ສັງລວມຜົນສໍາເລັດວຽກງານປະຊາກອນ ແລະ ການພັດທະນາ ຈາກພາກພື້ນອາຊີ-ປາຊີຟິກ ເຂົ້າໃນບົດລາຍງານທົບທວນຄືນ 30 ປີ ສະພາບການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງກອງປະຊຸມປະຊາກອນ ແລະ ການພັດທະນາ ຮັບຮອງເອົາໃນປີ 1994 ເພື່ອເປັນຂໍ້ມູນໃຫ້ແກ່ກອງປະຊຸມ ຄະນະກຳມາທິການວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ 57 (The Fifty Seventh of the Commission on Population and Development) ຊຶ່ງມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 29 ເມສາ - 3 ພຶດສະພາ 2024ທີ່ ນິວຢອກ, ສອາເມຣິກາ.
ໃນວັນທີ 15 ພະຈິກ 2023, ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວປາໄສຕໍ່ກອງປະຊຸມໃນວາລະທີ 2: ທົບທວນຄືນ ຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດ ຖະແຫຼງການຂອງກອງປະຊຸມລັດຖະມົນຕີວ່າດ້ວຍ ປະຊາກອນ ແລະ ການພັດທະນາ, ກໍຄື ແຜນດຳເນີນງານ ຂອງກອງປະຊຸມປະຊາກອນ ແລະ ການພັດທະນາ. ໃນນັ້ນ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນນາມຫົວໜ້າຄະນະຜູ້ແທນຂອງ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຜົນສໍາເລັດຕົ້ນຕໍຂອງວຽກງານປະຊາກອນ ແລະ ການພັດທະນາ, ເປັນຕົ້ນ: ໄດ້ເຊື່ອມສານເນື້ອໃນຈິດໃຈ ຖະແຫຼງການ ແລະ ແຜນປະຕິບັດງານດັ່ງກ່າວ ເຂົ້າໃນນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ເຫັນໄດ້ເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ: ອັດຕາເຂົ້າຮຽນຊັ້ນປະຖົມ ເພີ່ມຂຶ້ນ,  ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການວາງແຜນຄອບຄົວ, ການເກີດລູກໂດຍມີແພດຊ່ວຍ ເພີ່ມຂຶ້ນ ອັນພົ້ນເດັ່ນແມ່ນຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່.  ພ້ອມດຽວກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ໄດ້ແຈ້ງໃຫ້ກອງປະຊຸມຊາບ ຜົນຂອງກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຂອງ ສປປ ລາວ ຈັດຂຶ້ນໃນລະຫວ່າງວັນທີ 23-24 ຕຸລາ ຜ່ານມາທີ່ນະຄອນຫຼວງວຽງຈັນ, ໂດຍກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານ ປະຊາກອນ ແລະ ການພັດທະນາ, ການແກ້ໄຂບັນຫາສິ່ງທ້າທາຍ ໃນວຽກງານປະຊາກອນ ແລະ ການພັດທະນາ ເປັນຕົ້ນບັນຫາສຸຂະພາບ, ການປ່ຽນແປງດິນຟ້າອາກາດ ແລະ ບັນຫາໃນຂົງເຂດສັງຄົມ ໂດຍສະເພາະວຽກງານສຸຂະພາບຈະເລີນພັນ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ; ພ້ອມທັງວາງທິດທາງແຜນການວຽກງານປະຊາກອນ ແລະ ການພັດທະນາ ຂອງ ສປປ ລາວໃນຕໍ່ໜ້າ. ທ້າຍສຸດ, ທ່ານ ນາງ ພອນວັນ ອຸທະວົງ ໄດ້ຢ້ຳຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ຕໍ່ການຈັດຕັ້ງປະຕິບັດວຽກງານປະຊາກອນ ແລະ ການພັດທະນາ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງຕົນ ໂດຍຜ່ານການຮ່ວມມືກັບອົງການເຄືອຂ່າຍສປຊ ພາຍໃນປະເທດໂດຍສະເພາະອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ(UNFPA)ທີ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນ ໃນການຈັດຕັ້ງປະຕິບັດວຽກງງານປະຊາກອນ ແລະ ການພັດທະນາ ຢູ່ ສປປ ລາວ; ຄຽງຄູ່ກັນນີ້ ຍັງໄດ້ເນັ້ນເຖິງການປະກອບສ່ວນທີ່ສໍາຄັນຂອງຄູ່ພັດທະນາ ໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ອາຊຽນ, ພາກພື້ນ ແລະ ໃນຂອບວຽກແຜນດຳເນີນງານ ດ້ານປະຊາກອນ ແລະ ການພັດທະນາ ທີ່ເປັນແຜນງານຫຼັກຂອງສາກົນອີກດ້ວຍ.
ໃນວັນທີ 17 ພະຈິກ ຜ່ານມາ, ກອງປະຊຸມຮັບຮອງເອົາບົດລາຍງານຂອງກອງປະຊຸມວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ດ້ານປະຊາກອນ ແລະ ການພັດທະນາໃນພາກພື້ນ ອາຊີ-ປາຊີຟິກ ແລະ ເປັນຂໍ້ມູນກະກຽມໃຫ້ແກ່ກອງປະຊຸມ ຄະນະກຳມາທິການວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ 57ຊຶ່ງມີແຜນຈະຈັດຂຶ້ນໃນລະຫວ່າງວັນທີ 29 ເມສາ - 3 ພຶດສະພາ 2024, ທີ່ ນິວຢອກສ ອາເມຣິກາ.
(ຂ່າວ: ກະຊວງການຕ່ງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ