ກອງປະຊຸມກາງສະໄໝຂອງໜ່ວຍພັກພະແນກຍຸຕິທຳຫຼວງນໍ້າທາ

ກອງປະຊຸມກາງສະໄໝຂອງໜ່ວຍພັກພະແນກຍຸຕິທຳຫຼວງນໍ້າທາ
ໃນວັນທີ 25 ຕຸລາ ຜ່ານມາ ທີ່ພະແນກຍຸຕິທໍາແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານໃນໄລຍະກາງສະໄໝ ແລະ ທິດທາງແຜນການຕໍ່ໜ້າຂອງໜ່ວຍພັກ ພະແນກຍຸຕິທຳແຂວງສະໄໝທີ XI ໂດຍການເປັນປະທານຂອງສະຫາຍນາງ ມາລີພອນ ນາບຸນແພງ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມຂອງສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກາບແກ້ວ ມະນີຈັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະກາງສະໄໝ 2020-2023 ແລະ ທິດທາງແຜນການຕໍ່ໜ້າຂອງໜ່ວຍພັກຮາກຖານພະແນກຍຸຕິທຳແຂວງສະໄໝທີ XI ວ່າ: ໃນໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ປັບປຸງກົງຈັກການ ຈັດຕັ້ງພັກໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ເປັນເສນາທິການໃຫ້ແກ່ອົງ ການປົກຄອງແຂວງ, ໂຄສະນາເຜີຍແຜ່ກົດໝາຍ, ການກໍ່ສ້າງບຸກຄະລາກອນໃຫ້ແກ່ຮາກຖານບ້ານ ແລະ ກຸ່ມບ້ານ, ການບໍລິການກົດໝາຍກ່ຽວກັບວຽກງານຍຸຕິທຳ ແລະ ການຈັດຕັ້ງປັບປຸງນິຕິກຳການຮ່ວມມືກັບຕ່າງປະເທດທາງດ້ານກົດໝາຍກ່ຽວກັບວຽກງານຍຸຕິທຳ. ໜ່ວຍພັກພະແນກຍຸຕິທຳມີສະມາຊິກພັກທັງໝົດ 37 ສະຫາຍ ຍິງ 19 ສະຫາຍໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ, ຄະນະໜ່ວຍພັກໄດ້ຈັດຕັ້ງເຊື່ອມຊຶມປາຖະກະຖາເລົ່າມູນເຊື້ອຂອງຊາດ, ຂອງພັກ ແລະ ວັນສຳຄັນຕ່າງໆຂອງອົງການຈັດຕັ້ງສາກົນເປັນຕົ້ນແມ່ນ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງໜ່ວຍພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບັນດາມະຕິ, ຄຳສັ່ງ ແລະ ລະບຽບກົດໝາຍຂອງລັດເປັນປົກກະຕິ, ເກັບກໍາ ແລະ ຮີບໂຮມເງິນຄ່າທຳນຽມ, ຄ່າບໍລິການ, ເງິນປັບໄໝທົ່ວໄປ, ປັບໄໝກ່ຽວກັບຢາເສບຕິດ ແລະ ເງິນອາກອນຂອງລັດປີ 2021, 2022 ແລະ ຕົ້ນປີ 2023 ເພື່ອມອບເຂົ້າງົບປະມານຂອງແຂວງ 812 ລ້ານກວ່າກີບ. ໄດ້ຂຶ້ນແຜນຂໍນຳໃຊ້ງົບປະມານເງິນປັບໄໝຄະດີຢາເສບຕິດປະຈຳປີ 2022 ຈໍານວນ 52 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍຢາເສບຕິດ ແລະ ລົງປະຕິບັດຄະດີຢາເສບຕິດທີ່ມີຄວາມຫຍຸ້ງຍາກຢູ່ຂັ້ນເມືອງ. ລົງໂຄ ສະນາເຜີຍແຜ່ກົດໝາຍໃຫ້ພະນັກງານຫຼັກແຫຼ່ງໄດ້ 12 ຄັ້ງໃນ 5 ເມືອງ, 2 ກອງພັນໃຫຍ່, 3 ກອງຮ້ອຍ 12   ໝວດໂຮງຮຽນ, 156 ບ້ານ ມີຜູ້ເຂົ້າຮ່ວມ 11.880 ຄົນ. ຮັບເອກະສານຂາເຂົ້າຄຳຕັດສິນ 393 ເລື່ອງ, ຄະດີແພ່ງ 47 ເລື່ອງ, ຄະດີອາຍາ 346 ເລື່ອງ, ຂາອອກຄະດີ 17 ເລື່ອງ, ຄະດີແພ່ງ 3 ເລື່ອງ, ຄະດີອາຍາ 14 ເລື່ອງ, ລັດຖະກອນໄດ້ຮັບການຍ້ອງຍໍຂັ້ນຕ່າງໆເຊັ່ນ: ຫຼຽນໄຊແຮງງານ, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍເຈົ້າແຂວງ, ໄດ້ປະເມີນຄືນຄອບຄົວ ແລະ ບ້ານແບບຢ່າງການປະຕິບັດກົດໝາຍໄດ້ 131 ບ້ານ, ມີຄອບຄົວແບບຢ່າງປະຕິບັດກົດໝາຍ 13 ພັນກວ່າຄອບຄົວ, ໃນນີ້ໄດ້ມອບໃບຢັ້ງຢືນ 43 ບ້ານ, ມີ 5 ພັນກວ່າຄອບຄົວ. ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນໃຫ້ພະນັກງານຫຼັກແຫຼ່ງຂັ້ນບ້ານ, ກຸ່ມບ້ານຂອງແຂວງໄດ້ 10 ຈຸດຮຽນ, ວຽກງານທະບຽນສານໄດ້ຄົ້ນຄວ້າ, ກວດກາ, ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານປະເພດຕ່າງໆໄດ້ 1 ພັນກວ່າສະບັບ, ເກັບຄ່າທຳນຽມ ແລະ ຄ່າບໍລິການໄດ້ທັງໝົດ 178 ລ້ານກວ່າກີບ, ຄະດີທີ່ປະຕິບັດໄດ້ທັງໝົດ 911 ເລື່ອງມູນຄ່າປະຕິບັດໃຫ້ລັດທັງໝົດ 633 ລ້ານກວ່າກີບ. 
ສຳລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຈັດຕັ້ງເຊື່ອມຊຶມແນວ ທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ໂດຍສະເພາະມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກພະແນກຍຸຕິທໍາແຂວງຄັ້ງທີ XI, ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກແຂວງ ແລະ ມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ, ສືບຕໍ່ປະກອບສ່ວນຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຢ່າງເປັນເຈົ້າການ ແລະ ກວ້າງຂວາງ, ຊີ້ນຳໆພາ 3 ອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດ ບາດຢ່າງເຕັມສ່ວນ, ການຫັນລົງກໍ່ສ້າງການເມືອງຕາມ 4 ເນື້ອໃນ, 4 ຄາດໝາຍ, ຕິດພັນກັບການສ້າງຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ວຽກງານ 3 ສ້າງຢ່າງມີຈຸດສຸມ.
ຂ່າວ-ພາບ: ອຸ້ມ ສົມນໍວັນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນຕອນເຊົ້າຂອງວັນທີ 26 ສິງຫາ ນີ້ ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໄດ້ດໍາເນີນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພາຍໃຕ້ການເປັນປະທານຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍສະມາຊິກພັກ-ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX

ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ ສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ສະໄໝທີ IX. ກອງປະຊຸມດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 26 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາ ຄຊປປລ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ບັນດາສະຫາຍຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ  ຄັ້ງທີ VIII

ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 25 ສິງຫາ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງານ ໃນວັນທີ 26 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ,ສະມາຊິກພັກ ແລະ ແຂກຖືກເຊີນ ທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.
ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ

ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ

ໃນວັນທີ 25-26 ສິງຫາ 2025 ນີ້ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ IX ຂຶ້ນ ທີ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳແຂວງ ຫຼວງນໍ້າທາ,ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ
ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 25 ສິງຫານີ້ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສຸນກາງພັກ ເລຂາຄະນະບໍລີຫານງານພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ, ມີການນຳຂັ້ນສຸນກາງ. ຂັ້ນແຂວງ, ແຂກຖືກເຊີນ, ແລະ ຜູ້ແທນສົມບູນເຂົ້າຮ່ວມ ທັງໝົດມີ 261 ສະຫາຍ ຍິງ 34 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊີກພັກທົ່ວແຂວງຫຼວງນໍ້າທາ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 25 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີ່ຖືກເຊີນ ທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ສິງຫາ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງໄຊທານີ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງໄຊທານີ

ໃນວັນທີ 22 ສິງຫານີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາ ຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ບຸນຕາ ເທບພະວົງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV ທີ່ສະໂມສອນປົກຄອງເມືອງໄຊທານີ ນະຄອນຫຼວງວຽງງຈັນ ຊຶ່ງມີຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ນາຍ-ພົນຕຳຫຼວດ, ນາຍ-ພົນທະຫານ ແລະ ພະນັກງານ-ລັດຖະກອນພາຍໃນເມືອງດັ່ງກ່າວເຂົ້າຮ່ວມ.
ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫາດຊາຍຟອງ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫາດຊາຍຟອງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະທານຄະນະກຳມະການວັດທະນາທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ,
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ເພີ່ມເຕີມ