ທ່ານ ຄາເລັດ ເອລ-ເອນານີ ຜູ້ອຳນວຍການໃຫຍ່ UNESCO ກ່າວຄຳເຫັນເປີດກອງປະຊຸມວ່າ: ມໍລະດົກໂລກບໍ່ພຽງແຕ່ແມ່ນຂີດໝາຍຂອງອະດີດຕະການເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈໃຫ້ແກ່ປັດຈຸບັນ ແລະ ອະນາຄົດອີກດ້ວຍ. ທ່ານຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີຄວາມສາມັກຄີ, ຮ່ວມມືກັນເພື່ອຮັບມືກັບບັນດາສິ່ງທ້າທາຍລວມ ແລະ ປົກປັກຮັກສາບັນດາຄຸນຄ່າລວມຂອງມວນມະນຸດ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ຄໍາເຫັນ