ກອງປະຊຸມຄະນະກຳມະການປົກຄອງແຂວງຊຽງຂວາງ ຄັ້ງທີ II ປີ 2026

ກອງປະຊຸມຄະນະກຳມະການປົກຄອງແຂວງຊຽງຂວາງ ຄັ້ງທີ II ປີ 2026

ກອງປະຊຸມຄະນະກຳມະການປົກຄອງແຂວງຊຽງຂວາງ ຄັ້ງທີ II ປີ 2026
ກອງປະຊຸມ ຄະນະກຳມະການປົກຄອງແຂວງຊຽງຂວາງ ຄັ້ງທີ II ປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບົວເງິນ ຫຸມໄຊຍະພົມ ຄະນະປະຈຳພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມຄະນະກຳມະການປກຄອງແຂວງຊຽງຂວາງ ຄງທ II ປ 2026 - image 1
 

 

 

ທ່ານ ຄຳວຽນ ສີຫານາດ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ຂອງອົງການປົກຄອງແຂວງ ໃຫ້ຮູ້ວ່າ: ແຂວງຊຽງຂວາງ ໄດ້ສຸມໃສ່ການສົ່ງກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 04 ເນື້ອໃນ 04 ຄາດໝາຍຢ່າງຕັ້ງໜ້າ ຕິດພັນກັບການພັດທະນາຊົນນະບົດ ຢ່າງມີຈຸດສຸມ, ສະກັດກັ້ນ ແລະ ຕ້ານທຸກການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເຮັດໃຫ້ສາມາດຮັບປະກັນ ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ກວດກາຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ຊາວຕ່າງປະເທດທີ່ມາດໍາລົງຊີວິດ, ດຳເນີນທຸລະກິດຄ້າ-ຂາຍ ຢູ່ແຂວງຊຽງຂວາງ.

ທົ່ວແຂວງມີຄະດີເກີດຂຶ້ນທັງໝົດ 244 ເລື່ອງ, ກັກຕົວ 80 ຄົນ, ຍິງ 11 ຄົນ, ຄົນຕ່າງປະເທດ 20 ຄົນ, ຄະດີອາຍາ 55 ເລື່ອງ, ກັກຜູ້ຕ້ອງຫາ 24 ຄົນ, ຍິງ 01 ຄົນ, ຄະດີຄ້າມະນຸດ 12 ເລື່ອງ, ຄະດີລັກຊັບພົນລະເມືອງ 28 ເລື່ອງ, ມີຜົນເສຍຫາຍ: ລົດຈັກ 23 ຄັນ; ຄະດີເສດຖະກິດ 69 ເລື່ອງ, ມູນຄ່າເສຍຫາຍຈໍານວນ 7,548,724,523 ກີບ, ເງິນໂດລາ 3,248,453 ໂດລາ, ເງິນຢູໂຣ 27,000 ຢູໂຣ, ເງິນບາດ 591,600 ບາດ, ເງິນຢວນ 159,725 ຢວນ; ມີອັກຄີໄພເກີດຂຶ້ນ 08 ຄັ້ງ, ລວມມູນຄ່າເສຍຫາຍປະມານ 339,000,000 ກີບ; ອຸບັດເຫດຕາມທ້ອງຖະໜົນຫຼວງ 69 ຄັ້ງ, ພາຫະນະເປ່ເພທັງໝົດ 79 ຄັນ, ມີຜູ້ໄດ້ຮັບບາດເຈັບ ທັງໝົດ 86 ຄົນ, ເສຍຊີວິດ 14 ຄົນ, ລວມມູນຄ່າເສຍຫາຍປະມານ 1,972,400,445 ກີບ; ປະຊາຊົນລັກລອບຂຸດຄົ້ນແຮ່ຄຳຊະຊາຍ ຖືກດິນຍຸບທັບຢູ່ຈຸດ 8 ພູແຮ້ ແລະ ບ່ອນອື່ນໆ ເສຍຊີວິດ 02 ຄົນ, ບາດເຈັບ 04 ຄົນ, ນອກນີ້ຍັງມີຫຼາຍຈຸດທີ່ບໍ່ໄດ້ຮັບການລາຍງານ ແລະ ປິດບັງຕໍ່ເຈົ້າໜ້າທີ່; ສາມາດມ້າງຄະດີຊື້-ຂາຍຢາເສບບຕິດໄດ້ ຈຳນວນ 39 ລາຍ, ກັກຕົວຜູ້ຖືກຫາ 52 ຄົນ, ຍິງ 10 ຄົນ, ໃນນັ້ນ, ຄົນຕ່າງປະເທດ 01 ຄົນ ຢຶດຂອງກາງປະເພດຢາບ້າ ໄດ້ 136,820 ເມັດ, ເຮໂລອິນ 49 ຫໍ່, ໜັກ 3,935 ກຣາມ ຄໍລາເຈນ 06 ຊອງ.

ກອງປະຊມຄະນະກຳມະການປກຄອງແຂວງຊຽງຂວາງ ຄງທ II ປ 2026 - image 2
 

ເສດຖະກິດແຂວງຊຽງຂວາງ ຂະຫຍາຍຕົວຢູ່ໃນລະດັບ 5.8%, ລາຍຮັບສະເລ່ຍ 1,214 ໂດລາ/ຄົນ/ປີ, ຂະແໜງກະສິກໍາຂະຫຍາຍຕົວສະເລ່ຍໃນລະດັບ 4.40%, ກວມ 33.56%, ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ ໃນລະດັບ 7.17%, ກວມ 35.03%, ຂະແໜງບໍລິການ ຂະຫຍາຍຕົວ ສະເລ່ຍ ໃນລະດັບ 7.20%, ກວມ 31.41%. ໄດ້ສົ່ງອອກຊາ ຈຳນວນ 4,850 ກິໂລ, ສົ່ງອອກຂີງ 14 ໂຕນ, ແປ້ງມັນສະຄູ 77 ໂຕ່ນ, ສັດໃຫຍ່429ໂຕ, ນົມງົວດິບ (ນົມສົດ) 4,812,400 ກິໂລ.

ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງ ການລາຍງານກ່ຽວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ລາຍງານທິດທາງແຜນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ພັດທະນາຕົວເມືອງແປກ ແລະ ມາດຕະການຕໍ່ຜູ້ລະເມີດສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງ, ລາຍງານກ່ຽວກັບ ການແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ແຮ່ຄຳຕົກຂ້ອນ ພາຍຫຼັງມີຄຳສັ່ງເລກທີ 06/ນຍ ເປັນຕົ້ນມາ, ລາຍງານກ່ຽວກັບການແກ້ໄຂບັນຫາການບຸກລຸກຈັບຈອງທີ່ດິນຊະຊາຍ, ລາຍງານກ່ຽວກັບແຜນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາແຮງງານພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວຢູ່ພາຍໃນແຂວງຊຽງຂວາງ.

ທ່ານ ພູວົງ ອຸ່ນຄຳແສນ ໄດ້ມີຄຳເຫັນແລກປ່ຽນ ແລະ ຊີ້ນຳບາງວຽກງານ ເປັນຕົ້ນແມ່ນ ວຽກງານ ອພບຕ, ການຈັດເກັບລາຍຮັບເຂົ້າງົບປະມານ, ການແກ້ໄຂ ການລັກລອບຂຸດຄົ້ນແຮ່ທາດ, ການບຸກລຸກຈັບຈ່ອງທີ່ດິນ.

ຂ່າວ: ບຸນມີ ແສງທຸມມີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ