ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ
ໃນວັນທີ 23 ກໍລະກົດ ນີ້ ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ປະຈຳເດືອນກໍລະກົດ.
ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາຄະນະກຳມະການຊີ້ນຳລະດັບຊາດ ແລະ ຄະນະຮັບຜິດຊອບອະນຸກຳມະການຕ່າງໆເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນສືບຕໍ່ປຶກສາຫາລື ແລະ ລາຍງານຄວາມຄືບໜ້າກ່ຽວກັບການກະກຽມກອງປະຊຸມ 3RC-CCM ດັ່ງກ່າວ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບຈັດກອງປະຊຸມລະດັບສາກົນໃນຄັ້ງນີ້ ດໍາເນີນໄປຢ່າງມີປະສິດທິຜົນ.
(ຂ່າວ: ກຕທ)
ຄໍາເຫັນ