ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກສະໄໝທີ XI, ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນແລະ ຖືເປັນກອງປະຊຸມສູນກາງຄັ້ງສຸດທ້າຍໃນສະໄໝທີ XI ເພື່ອຮັບຟັງການລາຍງານ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຊຶ່ງຈະຈັດຂຶ້ນ ໃນໄລຍະວັນທີ 6-8 ມັງກອນ 2026 ທີ່ ຫໍປະຊຸມແຫ່ງຊາດ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາວ່າ: ຜ່ານການຫ້າງຫາກະກຽມວຽກງານຕ່າງໆທີ່ອະນຸກໍາມະການກ່ຽວຂ້ອງໄດ້ດຳເນີນການມາຢ່າງເປັນລະບົບແລະ ເປັນຂະບວນກວ້າງຂວາງຢ່າງຕໍ່ເນື່ອງ, ມາຮອດເວລານີ້ຖືໄດ້ວ່າມີຄວາມພ້ອມທີ່ສຸດແລ້ວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຈະໄດ້ດຳເນີນພາຍໃຕ້ຄຳຂັວນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ຊຶ່ງຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ ຈຳນວນ 421,865 ສະຫາຍ, ຖືເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວສໍາຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາຂອງພັກປະຊາຊົນປະຕິວັດລາວ ແລະ ເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
ໃນໂອກາດສຸດທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມຢ່າງເປັນລະບົບຄົບຊຸດໃນໄລຍະຜ່ານມາ ຊຶ່ງເປັນຂະບວນການກະກຽມຢ່າງກວ້າງຂວາງຟົດຟື້ນຂອງກຳລັງມະຫາສາມັກຄີທົ່ວປວງຊົນ, ພ້ອມທັງ ເປັນການສະແດງໃຫ້ເຫັນເຖິງຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກໄດ້ຢ່າງຮອບດ້ານ ເພື່ອປະກອບສ່ວນ ແລະ ສ້າງພື້ນຖານທີ່ໜັກແໜ້ນກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວ່າງໄວ້.
ຂ່າວ-ພາບ: ພູວຽງຄຳ

ຄໍາເຫັນ