ກອງປະຊຸມຄົບຄະນະບໍລິຫານງານກາງສະໄໝສສຍລ ສະໄໝທີVIII

ກອງປະຊຸມຄົບຄະນະບໍລິຫານງານກາງສະໄໝສສຍລ ສະໄໝທີVIII
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານກາງສະໄໝ ສສຍລ ສະໄໝທີ VIII ຂຶ້ນໃນລະຫວ່າງວັນທີ 5-6 ທັນວານີ້ ທີ່ສູນອົບຮົມແມ່ຍິງລາວ ບ້ານໂພນທັນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງອາລີວົງໜໍ່ບຸນທຳ ກ່າວວ່າ: ໃນໄລຍະ 2 ປີກວ່າຜ່ານມາ, ຄະນະປະທານ ສສຍລ, ຄະນະບໍລິຫານງານ ສສຍລ, ຄະນະປະທານສະຫະພັນແມ່ຍິງບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນໄດ້ພ້ອມກັນຕັ້ງໜ້າ, ເອົາໃຈໃສ່ນຳພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຍິງລາວທົ່ວປະເທດຄັ້ງທີ VIII (2021-2025) ເປັນແຜນການ, ແຜນງານ, ໂຄງການ ແລະກິດຈະກໍາສະເພາະໃນຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງ.ສະນັ້ນ, ກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນສະຫຼຸບ, ຕີລາຄາໝາກຜົນຕົວຈິງວຽກງານຮອບດ້ານຂອງສະຫະພັນແມ່ຍິງລາວໃນໄລຍະກາງສະໄໝ (2021-2023) ທີ່ຜ່ານມາ ເພື່ອພ້ອມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ຊອກໃຫ້ເຫັນທ່າແຮງບົ່ມຊ້ອນພາຍໃນ, ຂໍ້ຄົງຄ້າງ, ບັນຫາອຸປະສັກກີດຂວາງ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານ, ບົດຮຽນທີ່ຖອດຖອນໄດ້ ແລະ ເອກະພາບຮ່ວມກັນກໍານົດທິດທາງແຜນວຽກຈຸດສຸມໄລຍະທ້າຍສະໄໝຊຶ່ງເປັນໄລຍະທີ່ປະເທດເຮົາພວມປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຕົວຈິງຢູ່ແຕ່ລະຂັ້ນ, ແຕ່ລະທ້ອງຖິ່ນຮາກຖານໃຫ້ສໍາເລັດຕາມຄາດໝາຍວາງໄວ້. 
ກອງປະຊຸມຄັ້ງນີ້ໄດ້ປຶກສາຫາປະກອບຄໍາເຫັນຕໍ່ບາງເອກະສານເປັນຕົ້ນ ມາດຖານພັດທະນາດີເດັ່ນ, ໂຄງສ້າງຂອງຮ່າງບົດລາຍງານການເມືອງ ແລະການນໍາສະເໜີແນວຄວາມຄິດໃນການຮ່າງແຜນພັດທະນາແມ່ຍິງແຫ່ງຊາດສະໄໝທີ IX (2026-2030) ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຕ່ລະພາກສ່ວນ ແລະ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດສະໄໝທີ IX ທີ່ຈະມາເຖິງ. ພ້ອມນີ້ຍັງໄດ້ດຳເນີນຊີວິດການເມືອງຄົບຄະນະບໍລິຫານງານ ສສຍລ ສະໄໝທີ VIII ແລະສໍາຫຼວດບຸກຄົນໃນຄະນະບໍລິຫານງານຕາມກົດລະບຽບວາງໄວ້ ເພື່ອເຫັນໄດ້ຄວາມຮັບຜິດຊອບລວມຕໍ່ໜ້າທີ່ການເມືອງຂອງຄະນະບໍລິຫານງານ ແລະບຸກຄົນໃນການນໍາພາ-ຊີ້ນໍາຕົວຈິງຢູ່ໃນຂອບເຂດຄວາມຮັບຜິດຊອບຕົນ. ໃນຕອນທ້າຍກອງປະຊຸມຈະໄດ້ຮັບຟັງການໂອ້ລົມຊີ້ທິດເຍືອງທາງຈາກການນຳຂັ້ນສູງຕື່ມອີກ. 
ຂ່າວ-ພາບ: ວັນເພັງ
 
ຄໍາເຫັນ

ຂ່າວການເມືອງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້,ໃຫ້ກຽດເປັນປະທານໂດຍທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ຫ້ອງປະຊຸມໃຫຍ່ຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກຮອງຫົວໜ້າຫ້ອງວ່າການສູນກາງພັກປະທານສະຫະພັນກໍາມະບານ ຫສພ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ່ 6 ພຶດສະພາຜ່ານມາ ທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍເປັນປະທານຂອງ ທ່ານ ຄຳຄ່ອງ ພົມມະປັນຍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.

ເພີ່ມເຕີມ