ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດຄັ້ງທີ 16

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 16 ສະໄໝທີ IX ໄດ້ຮັບຟັງຫຼາຍບັນຫາສໍາຄັນ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 16 ສະໄໝທີ IX ໄດ້ຮັບຟັງຫຼາຍບັນຫາສໍາຄັນ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດຄັ້ງທີ 16 ສະໄໝທີ IX ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-27 ກັນຍາຜ່ານມາ

 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງສະຫາຍບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ກຳມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເຈົ້າເມືອງ-ນະຄອນ, ຄະນະນໍາພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມເປັນທາງການ, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງໃນ 3 ເດືອນຜ່ານມາ, ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນປີ 2024, ແຜນງົບປະມານແຫ່ງລັດ, ຈາກນັ້ນ ກໍມີບັນຫາເລັ່ງດ່ວນ-ເຄັ່ງຮ້ອນໃນການເປີດສົກຮຽນໃໝ່ສົກ 2024-2025, ວຽກງານເສດຖະກິດ-ສັງຄົມ, ວຽກງານວັດທະນະທໍາ-ສັງຄົມໃນຄາດໝາຍປີ 2025 ແຂວງສະຫວັນນະເຂດເປັນແຂວງຢຸດຕິການຖ່າຍຊະຊາຍ. ຈາກນັ້ນ, ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈໍາເດືອນ 7,8,9 ແລະ ທິດທາງແຜນການເດືອນ 10, 11, 12 ປີ 2024. ຊຶ່ງຍົກໃຫ້ເຫັນວ່າ: ວຽກງານການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກໄດ້ນຳພາສຸມໃສ່ນໍາໃຊ້ທ່າແຮງບົ່ມຊ້ອນ ແລະ ລະດົມກໍາລັງແຮງຈາກທຸກພາກສ່ວນຂອງສັງຄົມເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຊຸກຍູ້ການຜະລິດກະສິກຳເປັນສິນຄ້າເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກບໍ່ໃຫ້ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ໃນນີ້, ການຈັດເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນຕົ້ນປີ 2024 ທົ່ວແຂວງຈັດເກັບລາຍຮັບໄດ້ 3,326 ຕື້ກີບເທົ່າກັບ 113.70% ຂອງແຜນການປີທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 50.33%. ໃນນີ້: ພູດສູນກາງປະຕິບັດ 1,353 ຕື້ ກີບ, ເທົ່າກັບ 89.19% ຂອງແຜນການປີ, ພູດລາຍຮັບຂອງແຂວງປະຕິບັດໄດ້ 1,973 ຕື້ກີບ, ເທົ່າກັບ 140.12% ຂອງແຜນການປີ; ດ້ານລາຍຈ່າຍສາມາດຈັດຕັ້ງປະຕິບັດລາຍຈ່າຍ 832 ຕື້ກີບ, ເທົ່າກັບ 70.37% ຂອງແຜນການປີ; ແຂວງໄດ້ດຸ່ນດ່ຽງງົບປະມານແກ່ສູນກາງຕາມແຜນໃນ 6 ເດືອນຕົ້ນປີແລ້ວຈໍານວນ 131 ຕື້ກີບ. ສໍາລັບງວດ III ແມ່ນຈະດຸ່ນດ່ຽງໃຫ້ສູນກາງຈໍານວນ 127 ຕື້ກີບ ແລະ ຄາດຄະເນ 9 ເດືອນຕົ້ນປີ ສາມາດດຸ່ນດ່ຽງງົບປະມານໃຫ້ສູນກາງໄດ້ 258 ຕື້ກີບ.
ສະເພາະໃນປີ 2024 ແຂວງສະຫວັນນະເຂດໄດ້ຮັບອະນຸມັດທຶນທັງໝົດ171,924 ລ້ານກີບ, ນອນໃນ 9 ບ້ວງທຶນເຊັ່ນ: ທຶນປົກກະຕິ, ທຶນສົມທົບ, ທຶນເມືອງນອງ, ທຶນພັດທະນາຊົນນະບົດ, ທຶນຕ້ານເຈື່ອນ, ທຶນຟື້ນຟູໄພພິບັດ, ທຶນທາງ, ທຶນຈົດຮັບ-ຈົດຈ່າຍ, ເງິນເກີນແຜນປີ 2023 ແກ້ໄຂໜີ້ສິນ; ມີໂຄງການລົງທຶນຂອງລັດມູນຄ່າສູງກວ່າ 20 ຕື້ກີບ ໄດ້ຮັບທຶນທັງໝົດ 104 ໂຄງການມູນຄ່າ 74,918.43 ລ້ານກີບ, ສາມາດຈັດຕັ້ງປະຕິບັດໄດ້ 63 ໂຄງການມູນຄ່າ 54,553.38 ລ້ານກີບເທົ່າກັບ 72,32%; ໂຄງການລົງທຶນຂອງລັດມູນຄ່າ 20 ຕື້ກີບ ລົງມາໄດ້ຮັບທຶນທັງໝົດ 273 ໂຄງການ 36,505.99 ລ້ານກີບ, ສາມາດຈັດຕັ້ງປະຕິບັດໄດ້ 103 ໂຄງການມູນຄ່າ 31,095.83 ລ້ານກີບເທົ່າກັບ 85.18%. ສາມາດປະເມີນ ແລະ ອອກໃບຢັ້ງຢືນຮັບຮອງໂຄງການສະເໜີໃໝ່ທີ່ໄດ້ຮັບຈາກພະແນກພະລັງງານ ແລະ ບໍ່ແຮ່ ແລະ ສານປະຊາຊົນແຂວງຈໍານວນ 2 ໂຄງການ.
ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກມາຮອດປັດຈຸບັນທົ່ວແຂວງມີຄອບຄົວພົ້ນທຸກຕາມດໍາລັດ 348/ລບ ທັງໝົດ 153,457 ຄອບຄົວ, ເທົ່າກັບ 87,86%. ໃນນີ້, ສ້າງໃໝ່ໄດ້ 1,917 ຄອບຄົວ; ສ້າງຄອບຄົວພັດທະນາໄດ້ 3,704 ຄອບຄົວ, ລວມຄອບຄົວຄົວພັດທະນາທັງໝົດ 126,045 ຄອບຄົວກວມເອົາ 72,16% ຂອງຈໍານວນຄອບຄົວທົ່ວແຂວງ;ສ້າງບ້ານພົ້ນທຸກ 781 ບ້ານເທົ່າກັບ 75,60% ແລະ ສ້າງບ້ານພັດທະນາ 301 ບ້ານກວມ 29,14% ຂອງຈໍານວນບ້ານໃນທົ່ວແຂວງ.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມທີ່ພົ້ນເດັ່ນ ແລະ ການແກ້ໄຂເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໝົດປີ 2024, ລາຍງານສະພາບການຈັດເກັບລາຍຮັບ ແລະ ລາຍຈ່າຍງົບປະມານຂອງແຂວງ, ລາຍງານສະພາບບັນຍາກາດການເປີດສົກຮຽນໃໝ່ສົກປີ 2024 ຫາ 2025 ໃນທົ່ວແຂວງ, ການມີສ່ວນຮ່ວມຂອງສັງຄົມຕໍ່ວຽກງານສຶກສາ, ສະພາບການເຂົ້າຮຽນຕໍ່ສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງຂອງນັກຮຽນທີ່ຈົບສາມັນໃນສົກປີຜ່ານມາ, ລາຍງານຄວາມຄືບໜ້າຂະບວນການກໍ່ສ້າງວິດຖ່າຍຂອງບັນດາບ້ານ ແລະ ເມືອງເປົ້າໝາຍເພື່ອສ້າງເງື່ອນໄຂໃຫ້ແກ່ການປະກາດເປັນເມືອງ ແລະ ແຂວງຢຸດຕິການຖ່າຍຊະຊາຍໃນທ້າຍປີ 2024, ລາຍງານການກະກຽມຄວາມພ້ອມດ້ານຕ່າງໆຂອງຄະນະບໍລິຫານງານພັກເມືອງເພື່ອກ້າວເຂົ້າສູ່ການດໍາເນີນຊີວິດການເມືອງທ້າຍສະໄໝ ນໍາອີກດ້ວຍ.
(ຂ່າສ: ສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ