ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຜົ້ງສາລີຄັ້ງທີ8ສະໄໝທີXI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຜົ້ງສາລີຄັ້ງທີ8ສະໄໝທີXI
ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານພັກແຂວງຜົ້ງສາລີຄັ້ງທີ8ສະໄໝທີXI ໄດ້ເປີດຂຶ້ນໃນວັນທີ11ທັນວາ ຜ່ານມາ ແລະປິດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍຂອງວັນທີ13ທັນວານີ້ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງໂດຍພາຍໃຕ້ການເປັນປະທານຂອງສະຫາຍຄຳຜອຍວັນນະສານກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຜົ້ງສາລີ, ມີບັນດາສະຫາຍຄະນະພັກແຂວງ, ເລຂາ-ຮອງເລຂາພັກເມືອງທົ່ວແຂວງ, ບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຕະຫຼອດໄລຍະຂອງການດຳເນີນກອງປະຊຸມ3ວັນນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາການການຊີ້ນໍາ-ນໍາພາວຽກງານຂອງຄະນະບໍລິຫານງານພັກແຂວງສະໄໝທີXI ໃນປີ2023ແລະກຳນົດທິດທາງແຜນການປີ2024, ໃນນັ້ນລົງເລິກການຊີ້ນໍາ - ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ວຽກງານປກຊ-ປກສແລະການແກ້ໄຂ8ບັນຫາທີ່ແຂວງປະສົບຜ່ານມາແລະປະເຊີນຢູ່ໃນປັດຈຸບັນ, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການລົງກໍ່ສ້າງຮາກຖານການເມືອງ, ວຽກງານ3ສ້າງແລະການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຢູ່ຈຸດສຸມ128ບ້ານ, 7.040ຄອບຄົວແລະຈຸດທົ່ວໄປໃນທົ່ວແຂວງໃນປີ2023ແລະທິດທາງແຜນການປີ2024; ການຈັດຕັ້ງປະຕິບັດແຜນກໍ່ສ້າງຕົວເມືອງນ້ອຍໃນຊົນນະບົດ15ຈຸດ, ໃນນັ້ນ: ສຸມໃສ່7ຈຸດສຸມໃນປີ2023ແລະທິດທາງແຜນການປີ2024. ພ້ອມກັນນັ້ນບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຊີ້ແຈງແຕ່ລະບັນຫາທີ່ໄດ້ສະເໜີ, ພ້ອມທັງຄົ້ນຄວ້າປະກອບຄຳຄິດຄໍາເຫັນຢ່າງກົງໄປກົງມາໃສ່ໜ້າວຽກງານດ້ານຕ່າງໆທີ່ເຫັນວ່າຍັງບໍ່ໄດ້ສອດຄ່ອງແລະເໝາະສົມໃນການຊີ້ນຳໆພາເພື່ອໃຫ້ມີຄວາມເປັນເອກະພາບໃນໄລຍະ1ປີຜ່ານມາຊຶ່ງສາມາດເຫັນໄດ້ຜົນສຳເລັດຫຼາຍດ້ານຄຽງຄູ່ກັບຜົນສໍາເລັດດັ່ງກ່າວນັ້ນກໍຍັງເຫັນດ້ານອ່ອນແລະຂໍ້ຄົງຄ້າງບາງບັນຫາທີ່ຈະໄດ້ປັບປຸງຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໃນກອງປະຊຸມຄັ້ງນີ້, ໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີXI ປະຈຳປີ2023ພ້ອມທັງແບ່ງໜ່ວຍຜ່ານໃບສຳຫຼວດຕົນເອງໃນການຊີ້ນຳໆພາໃນໄລຍະ1ປີທີ່ຜ່ານມາຊຶ່ງແຕ່ລະສະຫາຍກໍໄດ້ຍົກໃຫ້ເຫັນດ້ານດີຜົນສຳເລັດແລະດ້ານອ່ອນຂໍ້ຄົງຄ້າງແລະປະກອບຄຳຄິດຄຳເຫັນປັບປຸງກໍ່ສ້າງຕໍານິສົ່ງຂ່າວຊຶ່ງກັນແລະກັນດ້ວຍຄວາມຈິງໃຈຢ່າງມີລັກສະນະສ້າງສັນ.
ໃນໂອກາດກ່າວປິດກອງປະຊຸມສະຫາຍຄຳຜອຍວັນນະສານໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກແຂວງສືບຕໍ່ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງແລະລະບຽບກົດໝາຍວາງອອກໃຫ້ໜັກແໜ້ນ, ກໍາແໜ້ນພາລະບົດບາດ, ສິດແລະໜ້າທີ່ຂອງຄະນະບໍລິຫານງານພັກແຂວງທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກສະໄໝທີXI, ເອົາໃຈໃສ່ຊີ້ນໍາຕໍ່ວຽກງານແນວໂຮມ, ນັກຮົບເກົ່າແລະອົງການຈັດຕັ້ງມະຫາຊົນຢູ່4ປະເພດຮາກຖານ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນຄະນະບໍລິຫານງານພັກໃຫ້ໜັກແໜ້ນ, ພ້ອມທັງປັບປຸງແບບແຜນນໍາພາແລະແບບແຜນຊີ້ນໍາໃຫ້ແທດເຖິງຕົວຈິງແລະເຂັ້ມງວດກວ່າເກົ່າ, ໃຫ້ບັນດາສະຫາຍຄະນະບໍລິຫານງານພັກແຂວງນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍແລະຊີ້ນໍາຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບແລະຕາມຂົງເຂດວຽກງານທີ່ຕົນຊີ້ນໍາໃຫ້ແທດເຖິງຕົວຈີງແລະປະກົດຜົນເປັນຈິງ.
(ຂ່າວ-ພາບ: ແສງຄຳສາລີວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ