ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີຄັ້ງທີ10ສະໄໝທີVII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີຄັ້ງທີ10ສະໄໝທີVII
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີຄັ້ງທີ10ສະໄໝທີVII ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ25ທັນວານີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີໂດຍການເປັນປະທານຂອງສະຫາຍພົງສະຫວັນສິດທະວົງກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມມີບັນດາສະຫາຍຮອງເລຂາພັກແຂວງຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຄະນະພັກ, ຄະນະບັນຊາກອງພົນທະຫານຮາບທີII , ຄະນະພັກກອງບັນຊາການທະຫານແຂວງ, ປກສແຂວງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກບັນດາພະແນກການ, ກົມກອງ, ອົງການ, ທະນາຄານ, ຫົວໜ້າດ່ານສາກົນແລະລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມ,ສະຫາຍພົງສະຫວັນສິດທະວົງໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXI ແລະໂຄງການດໍາເນີນງານຂອງຄະນະບໍລິຫານງານພັກແຂວງ. ມື້ນີ້, ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ10ສະໄໝທີVII ໄດ້ເປີດຂຶ້ນຢ່າງເປັນທາງການຊຶ່ງຢູ່ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດເວົ້າລວມ, ເວົ້າສະເພາະປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີໄດ້ຕັ້ງໜ້າອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງແລະແຜນພັດທະນາເສດຖະກິດ-ສັງຄົມ5ປີຂອງແຂວງຕິດພັນກັບ2ວາລະແຫ່ງຊາດແນໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະບັນຫາຢາເສບຕິດເພື່ອເປັນພື້ນຖານໃນການຂັບເຄື່ອນເຮັດໃຫ້ເສດຖະກິດ-ການເງິນ, ເງິນຕາ, ສິນຄ້າມີຄວາມສະຫງົບໝັ້ນທ່ຽງໄປພ້ອມກັບການເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆແລະຫາກໍພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນຊາດທີ2ທັນວາຄົບຮອບ48ປີແລະວັນເກີດປະທານໄກສອນພົມວິຫານຄົບຮອບ103ປີຜ່ານມານີ້ໄປພ້ອມກັບການສືບຕໍ່ຍູ້ຂະບວນການດ້ານຕ່າງໆເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ20ມັງກອນຄົບຮອບ75ປີ, ວັນເກີດຂອງທ່ານຄໍາໄຕສີພັນດອນຄົບຮອບ100ປີແລະກໍເປັນໄລຍະທີ່ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີພວມຂຸ້ນຂ້ຽວເກັບກູ້ຜົນຜະລິດລະດູປີແລະກ້າວເຂົ້າສູ່ການຜະລິດລະດູແລ້ງແລະກໍຢູ່ໃນບັນຍາກາດກະກຽມສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຄ.ສ2024ທີ່ຈະມາເຖິງບໍ່ພໍເທົ່າໃດວັນຂ້າງໜ້ານີ້ຢ່າງເປັນຂະບວນຟົດຟື້ນ. ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງນີ້ມີຄວາມໝາຍຄວາມສໍາຄັນຫຼາຍພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລະຕີລາຄາຄວາມຮັບຜິດຊອບການເມືອງຂອງຄະນະພັກຂັ້ນຕ່າງໆໃນໄລຍະ1ປີຜ່ານມາຂອງການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ, ລະບຽບກົດໝາຍໃນວາລະທ້າຍສະໄໝກອງປະຊຸມໃຫຍ່ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງແລະຂໍ້ຂາດຕົກບົກຜ່ອງແລະບົດຮຽນທີ່ຖອດຖອນໄດ້ຄືແນວໃດນັ້ນແລະພ້ອມກັນຄົ້ນຄວ້າແລະເອກະພາບກ່ຽວກັບການກຳນົດທິດທາງແຜນການປີ2024ຢ່າງກົງໄປ-ກົງມາແລະເປັນເອກະພາຍໃນພັກ. ກອງປະຊຸມຂອງພວກເຮົາຈະໄດ້ດໍາເນີນເປັນເວລາ2ວັນເຕັມແລະແບ່ງອອກເປັນ2ວາລະຄື:  ວາລະທີ1: ກອງປະຊຸມຈະໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນຳວຽກງານຮອບດ້ານໃນໄລຍະ1ປີຜ່ານມາຂອງຄະນະບໍລິຫານງານພັກແຂວງປະຈໍາປີ2023ແລະທິດທາງແຜນການວຽກຈຸດສຸມປີ2024;ຕີລາຄາການນຳພາ-ຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປີ2023ແລະທິດທາງແຜນການປີ2024. ວາລະທີ2: ຈະໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງອອກພັກການຮັບອຸດໜູນບໍານານແລະປະກາດຍົກຍ້າຍ, ແຕ່ງຕັ້ງ, ບົ່ງຕົວແຕ່ງຕັ້ງພະນັກງານການນໍາຂັ້ນແຂວງ, ຂັ້ນເມືອງ, ເລຂາຄະນະພັກຮາກຖານອ້ອມຂ້າງແຂວງຈໍານວນໜຶ່ງ. ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຈຸດປະສົງຄາດໝາຍທີ່ວາງໄວ້, ຂ້າພະເຈົ້າຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງເຂົ້າໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ, ຍົກໃຫ້ເຫັນໄດ້ຈຸດດີທີ່ພົ້ນເດັ່ນ, ພ້ອມກັນນີ້ກໍຈິງໃຈກ້າຍົກຈຸດອ່ອນຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນໍາພາ-ຊີ້ນໍາຂອງຕົນເພື່ອແລກປ່ຽນນໍາກັນ, ສາມາດຖອດຖອນໄດ້ບົດຮຽນໃນຕໍ່ໜ້າເຮັດໃຫ້ຂະບວນການວຽກງານຕ່າງໆມີການຫັນປ່ຽນທີ່ຕັ້ງໜ້າໄດ້ຮັບຜົນດີກວ່າເກົ່າ, ທັງຮັບປະກັນໃຫ້ມີຄວາມເປັນເອກະພາບໃນດ້ານທັດສະນະແນວຄິດແລະສ້າງຄວາມຕັດສິນໃຈ, ເພີ່ມທະວີຄວາມຮັບຜິດຊອບໃນການເຮັດວຽກແທດເຖິງຕົວຈິງເພື່ອສືບຕໍ່ຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງວາງອອກໃນທ້າຍສະໄໝໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາຕາມ4ເນື້ອໃນ4ຄາດໝາຍຢ່າງເລິກເຊິ່ງ, ໜັກແໜ້ນແລະບັນລຸມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີIX ຂອງລັດຖະບານວາງອອກໃຫ້ປະກົດຜົນເປັນຈິງສືບຕໍ່ປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮັດໃຫ້ແຂວງໄຊຍະບູລີຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ,ຍຸຕິທໍາແລະສີວິໄລຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ບຸນທີ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ