ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX
ຄະນະບໍລິຫານງານພັກເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້ ທີ່ ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງເຂົ້າຮ່ວມ.
ກອງປະຊມຄບຄະນະບລຫານງານພກເມອງໂຂງ ຄງທ 7 ສະໄໝທ IX - image 1
 

 

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການນຳພາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ.

ສະຫາຍ ພອນໄຊ ສັກປະສິດ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຮ່າງບົດຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ບັນຫາສຳຄັນຕ່າງໆ ຂອງເມືອງ ເປັນຕົ້ນແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຮັກສາຄວາມສະຫງົບຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດເກັບລາຍຮັບເຂົ້າງົບປະມານ, ການຊຸກຍູ້ການຜະລິດລະດູຝົນ, ການຂຶ້ນໃບທະບຽນຕາດິນ, ການສົ່ງເສີມຜະລິດຕະພັນສິນຄ້າໂອດ໊ອບ (ODOP), ການຄຸ້ມຄອງລາຄາສິນຄ້າ ແລະ ຄວາມຄືບໜ້າຂອງໂຄງການພັດທະນາພື້ນຖານໂຄງລ່າງ.

ດ້ານວັດທະນະທຳ-ສັງຄົມ ການກຽມຄວາມພ້ອມເປີດສົກຮຽນໃໝ່, ການຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ການຄຸ້ມຄອງທຸລະກິດບໍລິການ-ຮ້ານບັນເທີງ, ການກຽມຮອງຮັບນັກທ່ອງທ່ຽວຢູ່ຕາດຄອນພະເພັງ ແລະ ສົມພະມິດ, ລວມທັງການກຽມຄວາມພ້ອມຮັບມືກັບໄພພິບັດທາງທຳມະຊາດ.

ກອງປະຊຸມຍັງໄດ້ດຳເນີນການສຳຫຼວດກວດກາ ການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ຮັບຟັງການໂອ້ລົມຈາກຄະນະປະຈຳພັກແຂວງ ແລະ ຜ່ານຮ່າງມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນທ້າຍປີ 2026.

ຂ່າວ-ພາບ: ເມືອງໂຂງ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 31 ສິງຫານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ ຮອງລັດຖະມົນຕີ ຮອງປະທານ ຄລທ ຜູ້ປະຈໍາການ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາສະຫາຍກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງ ຈາກກະຊວງ, ອົງການ, ສະຫາຍເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຄລທ, ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ ທັງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ອົງການກາແດງແຫ່ງຊາດລາວ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ

ອົງການກາແດງແຫ່ງຊາດລາວ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ

ຫ້ອງການອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII, ໃນວັນທີ 24 ສິງຫານີ້ ທີ່ຫ້ອງປະຊຸມຂອງສະຖາບັນເລືອດແຫ່ງຊາດ. ເປັນກຽດໃນພິທີ ພ້ອມທັງເຜີຍແຜ່ ໂດຍ ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ຈັນທະລາ ສຸກສາຄອນ ຮອງເລຂາຄະນະພັກ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ສະຖາບັນ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ (12 ສິງຫາ 1976-12 ສິງຫາ 2026) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2026 ນີ້, ໂດຍການເຂົ້າຮ່ວມປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ໂຮງໝໍສູນກາງ 103 ກອງທັບ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ, ສປ ຈີນ, ສ ກຸຍບາ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຕາງໜ້າບັນດາໂຮງໝໍສູນກາງ, ສູນ, ສະຖາບັນ, ກະຊວງປ້ອງກັນຄວາມສະຫງົບ, ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ, ໂຮງໝໍ ຊິຈິງ ກອງທັບປົດປ່ອຍປະຊາຊົນຈີນ, ພະນັກງານອາວຸໂສ-ບໍານານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກເໜືອ

ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກເໜືອ

‎ ວັນທີ 19-20 ສິງຫານີ້, ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານສະພາປະຊາຊົນແຂວງ (ສພຂ); ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ 2 ແຂວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ເປີດຮຽນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX

ຄຳມ່ວນ ເປີດຮຽນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ IX ໃນວັນທີ 18 ສິງຫານີ້ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ, ມີຄະນະນຳໂຮງຮຽນ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ