ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ
ສະຫາຍ ນາງ ບົວວອນ ສຸກລາແສງ ກຳມະການພັກ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃນນາມຕົວແທນໃຫ້ສະມາຊິກພັກທົ່ວພະແນກການ ແລະ ນວ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ດ້ວຍຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.

ສະຫາຍ ນາງ ບົວວອນ ສຸກລາແສງ ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ຖືເປັນຂີດໝາຍປະຫວັດສາດອັນສຳ ຄັນຂອງພັກເຮົາໃນຮອບ 5 ປີ ເປັນທີ່ໜ້າເອກອ້າງທະນົງໃຈຊຶ່ງກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດພວມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.

ຕະຫຼອດໄລຍະຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປະເທດພວກເຮົາຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ຍົກໃຫ້ເຫັນເຖິງຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນໂຄງການທາງລົດໄຟລາວ-ຈີນ ທີ່ໄດ້ກາຍເປັນທ່າແຮງສຳຄັນໃຫ້ການພັດທະນາ. ນອກຈາກນັ້ນ ການພັດທະນາເສດຖະກິດໃນແຕ່ລະທ້ອງຖິ່ນ ກໍມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ ບໍ່ວ່າຈະເປັນຂະແໜງ ການຜະລິດກະສິກຳ, ການຜະລິດສິນຄ້າອຸປະໂພກ-ບໍລິໂພກ ແລະ ການບໍລິການທີ່ສ້າງລາຍຮັບໃຫ້ປະຊາຊົນຢ່າງເປັນຮູບປະທຳ.

ໂອກາດດັ່ງກ່າວ, ສະຫາຍໄດ້ຕາງໜ້າໃຫ້ຄະນະພັກນະຄອນຫຼວງວຽງຈັນ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈົ່ງປະສົບຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້ ເຊື່ອໝັ້ນວ່າມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ຈະກາຍເປັນເຂັມທິດເຍືອງທາງອັນສຳຄັນໃນການສືບຕໍ່ນຳພາປະເທດຊາດກ້າວໄປສູ່ຄວາມວັດທະນາຖາ ວອນ ແລະ ສ້າງຜົນງານອັນໃໝ່ໆ ຍິ່ງໃຫຍ່ກວ່າເກົ່າໃນອະນາຄົດ.

ຄໍາເຫັນ

ຂ່າວເດັ່ນ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ ປີ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ".
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ມາເປັນເວລາ 3 ວັນ; ມາເຖິງວັນທີ 8 ມັງກອນນີ້, ກໍໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 835 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ.
ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາສາຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:
ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີການລົງທຶນໃນເຂດເສດຖະກິດພິເສດ ທັງໝົດ 5 ແຫ່ງ ຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ–ວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກ.
ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍພົນໂທ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນຜ່ານມາວ່າ:
ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ຊຶ່ງຖືເປັນບາດກ້າວປະ ຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.
ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ເພີ່ມເຕີມ