ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ພັກ ປປລ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນຄະນະປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປລ,
ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 1
 

ບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ກໍາມະການຄະນະເລຂາທິການສູນກາງພັກ, ອະດີດເລຂາທິການໃຫຍ່ ສະຫາຍ ຈູມມະລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຕົວແທນວິລະຊົນແຫ່ງຊາດ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 2
 

ພ້ອມນີ້, ກໍມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.ນອກນີ້, ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 3
 

ກອງປະຊຸມໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ດ້ວຍການເຄົາລົບທຸງຊາດ, ເຍົາວະຊົນທັນວາ ຂຶ້ນມອບຊໍ່ດອກໄມ້ໃຫ້ຄະນະປະທານ ແລະ ໄດ້ມີການສະເໜີລາຍຊື່ຄະນະປະທານ ແລະ ກອງເລຂາກອງປະຊຸມ; ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີຜູ້ແທນຮັບຮອງເອົາຄະນະປະທານ ແລະ ກອງເລຂາກອງປະຊຸມໃຫຍ່.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 4
 

ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃນນາມປະທານຄວບຄຸມກອງປະຊຸມຕາມລະບຽບວາລະ ກໍໄດ້ເລີ່ມປະຕິບັດໜ້າທີ່ຄວບຄຸມການດຳເນີນກອງປະຊູມ ໃນມື້ເປີດກອງປະຊຸມໃຫຍ່ຄັ້ງນີ້;

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 5
 

ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ປະທານຄວບຄູມກອງປະຊຸມ ສະເໜີຮັບຮອງເອົາຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່; ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ກ່າວສູນທອນພົດ ເປີດກອງປະຊຸມໃຫຍ່ ຊຶ່ງມີເນື້ອໃນສໍາຄັນໃຫ້ຮູ້ວ່າ: ການເປີດຂຶ້ນ ແລະ ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກນັ້ນ ຖືເປັນເຫດການການເມືອງທີ່ສໍາຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດເຮົາ;

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 6
 

ກອງປະຊຸມໃຫຍ່ໃນຄັ້ງນີ້, ໄດ້ດໍາເນີນໃນຈຸດເວລາທີ່ໂລກຂອງພວກເຮົາມີການປ່ຽນແປງອັນໃຫຍ່ຫຼວງຫຼາຍດ້ານ ໂດຍສະເພາະຄວາມກ້າວໜ້າຂອງວິທະຍາສາດ ແລະ ເຕັກໂນໂລຊີໄດ້ກ້າວກະໂດດ ຊຶ່ງໄດ້ເປັນປັດໄຈສໍາຄັນ ຍູ້ແຮງການພັດທະນາຂອງໂລກໄປສູ່ບາດກ້າວໃໝ່, ແຕ່ພ້ອມດຽວກັນນັ້ນ ກໍເກີດສິ່ງທ້າທາຍທົດສອບໃໝ່ຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາ ໃນຂະນະດຽວກັນ ພັກກໍຕ້ອງສະແຫວງຫາເສັ້ນທາງການພັດທະນາ ທີ່ສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການປ່ຽນແປງຂອງຍຸກສະໄໝ.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 7
 

ສະຫາຍ ທອງລຸນ ສີສຸລິດ ໄດ້ສືບຕໍ່ສະເໜີຮ່າງໂຄງການ ການເມືອງຂອງພັກ, ສືບຕໍ່ສະເໜີຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ກໍໄດ້ສະເໜີຮ່າງກົດລະບຽບຂອງພັກ ສະບັບປັບປຸງ.

ນອກນີ້, ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ຮັບຟັງການປະກອບຄໍາເຫັນໃນຫົວຂໍ້ຕ່າງໆ ຈາກ 10 ພາກສ່ວນ ຄື: ຄະນະຈັດຕັ້ງສູນກາງພັກ ຫົວຂໍ້ “ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກ”, ອົງຄະນະພັກແຂວງຈໍາປາສັກ ຫົວຂໍ້ “ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງຈໍາປາສັກ”, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຫົວຂໍ້ “ສ້າງທ່າສະໜາມປ້ອງກັນຊາດ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ”, ອົງຄະນະພັກແຂວງໄຊຍະບູລີ ຫົວຂໍ້ “ບົດຮຽນການຮັກສາຄວາມສະຫງົບຕາມຊາຍແດນ ຢູ່ແຂວງໄຊຍະບູລີ”, ອົງຄະນະພັກກະຊວງການເງິນ ຫົວຂໍ້ “ສ້າງເສດຖະກິດມະຫາພາກ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ”, ອົງຄະນະພັກແຂວງອຸດົມໄຊ ຫົວຂໍ້ “ບົດຮຽນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ”, ອົງຄະນະພັກສະພາແຫ່ງຊາດ ຫົວຂໍ້ “ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດ ໃນການສ້າງນິຕິກໍາ ໃຫ້ມີຄຸນນະພາບສູງ ແລະ ບົດບາດການກວດກາຂອງສະພາ”, ອົງຄະນະພັກນະຄອນຫຼວງວຽງຈັນ ຫົວຂໍ້ “ພັດທະນານະຄອນຫຼວງວຽງຈັນ ເປັນສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມຂອງປະເທດ”, ອົງຄະນະພັກແຂວງເຊກອງ ຫົວຂໍ້ “ການປູກກາເຟເປັນສິນຄ້າ ຂອງຄອບຄົວຕົວແບບຢູ່ແຂວງເຊກອງ”.

ກອງປະຊມໃຫຍ ຜແທນທວປະເທດ ຄງທ XII ຂອງພກ ເປດຂນຢາງສະຫງາຜາເຜຍ - image 8
 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະໄດ້ດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 6-8 ມັງກອນ 2026 ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ+ພູວຽງຄໍາ)

ຄໍາເຫັນ

ຂ່າວເດັ່ນ

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 25,000 ສະຫາຍ ທົ່ວ ນວ, ກໍມີຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະກອບມີ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ.
ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 7 ມັງກອນນີ້, ໂດຍ​ໄດ້​ຮັບການຕ້ອນຮັບຈາກ ສະຫາຍ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານເຂົ້າຮ່ວມ.
ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໃນລະຫວ່າງ ວັນທີ 6-8 ມັງກອນ 2026ນີ້ ທີ່ຫໍປະຊຸມແຫ່ງຊາດ ໃນຕອນທ່ຽງຂອງວັນທີ 7 ມັງກອນນີ້
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ສະຫາຍ ນາງ ບົວວອນ ສຸກລາແສງ ກຳມະການພັກ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃນນາມຕົວແທນໃຫ້ສະມາຊິກພັກທົ່ວພະແນກການ ແລະ ນວ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ດ້ວຍຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນກ່ຽວກັບຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ:
ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ສະຫາຍ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຮູ້ສຶກ ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດມາເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໄດ້ມີຄວາມພາກພູມໃຈທີ່ໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກແຂວງຫຼວງນ້ຳທາ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດໃນຄັ້ງນີ້.
ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງຈໍາປາສັກ ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ.
ເພີ່ມເຕີມ