![]() |
ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກ່າວລາໜ້າທີ່; ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ຕາງໜ້າອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ ສະເໜີມາດຕະຖານ, ເງື່ອນໄຂຂອງກໍາມະການ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ສະເໜີລາຍຊື່ຜູ້ລົງສະໝັກ ຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII (ກໍາມະການສົມບູນ ແລະ ສໍາຮອງ) ແລະ ປະກາດແບ່ງໜ່ວຍຄົ້ນຄວ້າ ແລະ ແຈ້ງສະຖານທີ່ປະຊູມ.
![]() |
ໃນພາກບ່າຍ, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມນຕີ ຊຶ່ງໄດ້ສະເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະຄວບຄຸມການປ່ອນບັດ;
![]() |
ຈາກນັ້ນ, ຄະນະຄວບຄຸມການປ່ອນບັດ ກໍໄດ້ຂຶ້ນຮັບໜ້າທີ່, ສະເໜີລະບຽບການ ແລະ ວິທີການປ່ອນບັດ. ບັນດາສະຫາຍຜູ້ແທນສົມບູນ ກໍໄດ້ມີຄວາມຮັບຜິດຊອບສູງ ພິຈາລະນາຢ່າງທີ່ຖ້ວນ ຮອບຄອບ ເພື່ອເລືອກເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII (ກໍາມະການສົມບູນ ແລະ ສໍາຮອງ).
![]() |
ຈາກນັ້ນ, ກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ກໍາມະການສູນກາງພັກ ທັງສົມບູນ ແລະ ສໍາຮອງ ຢ່າງມີຜົນສຳເລັດຕາມລະດັບຄາດໝາຍ.
![]() |
(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ + ພູວຽງຄໍາ)





ຄໍາເຫັນ